ແຂ່ງຂັນຮ້ອງເພງຈີນຮອບຊີງຊະນະເລີດ

20/11/2023 09:37
Email Print 206
ຂປລ ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ສູນຄວບຄຸມບັນຊາການ ທາງລົດໄຟລາວ-ຈີນ ນະ ຄອນຫລວງວຽງຈັນ, ສູນຄຸ້ມຄອງ ແລະ ບຳລຸງຮັກສາທາງລົດໄຟ ລາວ-ຈີນ ຫລວງພະບາງ, ໂຮງຮຽນລຽວໂຕວ໌, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳແຂ່ງຂັນຮ້ອງເພງ ພາສາຈີນ ຄັ້ງທີ 2




ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ສູນຄວບຄຸມບັນຊາການ ທາງລົດໄຟລາວ-ຈີນ ນະ ຄອນຫລວງວຽງຈັນ
, ສູນຄຸ້ມຄອງ ແລະ ບຳລຸງຮັກສາທາງລົດໄຟ ລາວ-ຈີນ ຫລວງພະບາງ, ໂຮງຮຽນລຽວໂຕວ໌, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳແຂ່ງຂັນ ຮ້ອງເພງ ພາສາຈີນ ຄັ້ງທີ 2 ຮອບຊີງຊະນະເລີດ ພາຍໃຕ້ຫົວຂໍ້ ໜື່ງແລວ ໜື່ງເສັ້ນທາງ ໃຫ້ສຽງດົນຕີປະສານຫົວໃຈ ໃນວັນທີ 18 ພະຈິກ 2023.




ການແຂ່ງຂັນໄດ້ແບ່ງອອກເປັນ 4 ຮອບຄື: ຮອບຄັດເລືອກຮອບທໍາອິດ ເປັນການສົ່ງຜົນງານເຂົ້າຮ່ວມ  ຕັ້ງແຕ່ວັນທີ 3-15 ພະຈິກ
; ຮອບຄັດເລືອກຄັ້ງທີ 2 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພະຈິກ ແລະ ໃນຕອນບ່າຍຂອງວັນດຽວກັນ ແມ່ນຈັດຮອບຮອງຊະນະເລີດ.  ຜ່ານການແຂ່ງຂັນ ສາມາດເລືອກໄດ້ 15 ນ້ອງ ເພື່ອເຂົ້າໄປແຂ່ງ ຂັນ ໃນຮອບຊິງຊະນະເລີດ ທີ່ຈັດຂຶ້ນໃນວັນທີ 29 ພະຈິກນີ້, ສຳລັບ ລາງວັນຜູ້ຊະນະເລີດ ຈາກການແຂ່ງຂັນ ຮອບເພງພາສາຈີນ ລາງວັນທີໜຶ່ງ ໄດ້ຮັບເງິນສົດ 15 ລ້ານກີບ, ລາງວັນທີ 2 ມີ 2 ລາງວັນ ລາງວັນລະ 7 ລ້ານກີບ, ລາງວັນທີ 3 ມີ 3 ລາງວັນ, ລາງວັນລະ 3 ລ້ານກີບ, ລາງວັນຊົມເຊີຍມີ 9 ລາງວັນລາງວັນລະ 1 ລ້ານກີບ. ນອກນັ້ນ ຍັງມີລາວັນຂວັນໃຈສື່ມວນຊົນ 1 ລາງວັນຈະໄດ້ຮັບໂທລະສັບໜຶ່ງໜ່ວຍ.

 


ປີ 2023 ຖືເປັນປີແຫ່ງການ ລະນຶກຂໍ້ສະເໜີຂອງ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ທີ່ຈະຮ່ວມກັນສ້າງ ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ, ສອງຊາດລາວ-ຈີນ ໄດ້ຊຸກຍູ້ການຮ່ວມສ້າງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງໃຫ້ມີຄຸນນະພາບສູງ ແລະ ໄດ້ບັນລຸໝາກຜົນ ທີ່ສຳຄັນຢ່າງຫລວງຫລາຍ ເພື່ອໃຫ້ປະຊາຊົນສອງຊາດ ເຂົ້າໃຈເຊິ່ງກັນ ແລະ ກັນຍິ່ງຂຶ້ນ ເພື່ອສົ່ງ ເສີມການຮຽນຮູ້ ອະລິຍະທຳເຊິ່ງກັນ ແລະ ກັນ ແລະ ເພື່ອຕອບສະໜອງຄວາມກະຕືລືລົ້ນ ຂອງຄົນລາວທີ່ຮຽນພາສາຈີນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top