ອັດຕາການເຂົ້າຮຽນສຸດທິ ໃນຊັ້ນປະຖົມສຶກສາຂອງເດັກນ້ອຍລາວ ກວມ 95%

08/11/2023 13:35
Email Print 6098
ຂປລ ຂປລ. ໃນໄລຍະ 5 ທົດສະວັດ ກໍຄື 50 ປີ ຜ່ານມາ, ຂະແໜງ ການສຶກສາຂອງ ສປປ ລາວ ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງກ້າວກະໂດດ, ອັດຕາເຂົ້າຮຽນສຸດທິ ໃນຊັ້ນປະຖົມສຶກສາໄດ້ເພີ່ມຂຶ້ນຈາກ 40% ໃນປີ 1973 ເປັນ 95% ໃນປັດຈຸບັນ


ຂປລ. ໃນໄລຍະ 5 ທົດສະວັດ ກໍຄື 50 ປີ ຜ່ານມາ
, ຂະແໜງ ການສຶກສາຂອງ ສປປ ລາວ ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງກ້າວກະໂດດ, ອັດຕາເຂົ້າຮຽນສຸດທິ ໃນຊັ້ນປະຖົມສຶກສາໄດ້ເພີ່ມຂຶ້ນຈາກ 40% ໃນປີ 1973 ເປັນ 95% ໃນປັດຈຸບັນ, ໄປພ້ອມກັບການເພີ່ມຂຶ້ນ ຂອງຈຳນວນ ໂຮງຮຽນປະຖົມ ຂອງລັດ ຈາກ 3.600 ເປັນປະມານ 9.000 ແຫ່ງ ແລະ ທີ່ສຳຄັນກໍາລັງສິດສອນ ໄດ້ເພີ່ມຂຶ້ນຈາກ 8.000 ຄົນ ເປັນ 33.799 ຄົນ,

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດທະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ໃນພິທີຖະແຫລງຂ່າວ ສະເຫລີມສະຫລອງ ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບອົງການອຸຍນີເຊບ ຄົບຮອບ 50 ປີ ໃນວັນທີ 6 ພະຈິກ 2023 ນີ້ວ່າ: ຄຽງຄູ່ກັບ ການເຕີບໂຕ ດ້ານປະລິມານດັ່ງກ່າວ, ພວກເຮົາໄດ້ສຸມໃສ່ ການຍົກສູງຄຸນນະພາບ ການສຶກສາ ໂດຍຜ່ານການສ້າງຄູ, ປັບປຸງຫລັກສູດ ແລະ ການເຊື່ອມໂຍງ ເຕັກໂນໂລຊີ ການສຶກສາໃໝ່ໆ. ນອກຈາກນັ້ນ, ຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ ໄດ້ຫລຸດລົງ ຢ່າງຫລວງຫລາຍ; ອັດຕາເດັກຍິງເຂົ້າຮຽນສຸດທິເທົ່າກັບ 95% ໃນລະດັບປະຖົມ ເຊິ່ງເທົ່າກັບເດັກນ້ອຍຜູ້ຊາຍ.

ສຳລັບຂະແໜງ ສາທາລະນະສຸກ ຂອງ ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງຕັ້ງໜ້າ, ຈາກການມີໂຮງໝໍພຽງ 16 ແຫ່ງ, ໂຮງໝໍນ້ອຍ 6 ແຫ່ງ ແລະ ຈຸດຈຳໜ່າຍຢາ 148 ແຫ່ງ ໃນປີ 1973,  ໃນປັດຈຸບັນ ມີໂຮງໝໍແຂວງ 18 ແຫ່ງ ແລະ ໂຮງໝໍນ້ອຍ 1.075 ແຫ່ງ, ພ້ອມດ້ວຍໂຮງໝໍຊຸມຊົນ ແລະ ສູນກາງ, ສ່ວນຊັບພະຍາກອນມະນຸດ ໃນຂະແໜງສາທາລະນະສຸກ ກໍມີການເຕີບໂຕເຊັ່ນດຽວກັນ, ຈາກພຽງແຕ່ທ່ານໝໍ 12 ຄົນໃນປີ 1976 ມາເປັນທ່ານໝໍ 4.336 ຄົນ, ຜະດຸງຄັນ 3.728 ຄົນ ແລະ ພະຍາບານ 4.577 ຄົນ. ສິ່ງດັ່ງກ່າວ ແມ່ນເປັນຄວາມກ້າວໜ້າ ທີ່ສຳຄັນ ໃນການ ຫລຸດອັດຕາການຕາຍຂອງແມ່ ຈາກ 905 ຄົນຕໍ່ 100.000 ຄົນໃນປີ 1990 ລົງເປັນ 126 ຄົນໃນປີ 2022 ແລະ ການຕາຍຂອງເດັກຈາກ 170 ຄົນຕໍ່ 1.000 ຄົນ ເປັນ 46 ຄົນຕໍ່ 1.000 ຄົນ; ອັດຕາການສັກຢາ ສ້າງພູມຄຸ້ມກັນ ເພີ່ມຂຶ້ນຈາກຕໍ່າກວ່າ 30% ເປັນຫລາຍກວ່າ 90% ສໍາລັບພະຍາດທີ່ສາມາດປ້ອງກັນໄດ້ ດ້ວຍວັກຊິນ ເປັນສ່ວນໃຫຍ່.

ທ່ານ ເປຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ສຳລັບເດັກ (ອຸຍນີເຊບ) ປະຈຳ ສປປ ລາວ ໄດ້ກ່າວວ່າ: ການຮ່ວມມື ແລະ ເດີນທາງ 50 ປີ ອັນສວຍງາມນີ້ ແມ່ນສ້າງຂຶ້ນຈາກ ຄວາມພະຍາຍາມຮ່ວມກັນ ຂອງລັດຖະບານແຫ່ງ ສປປ ລາວ, ບັນດາກະຊວງ ແລະ ຄູ່ຮ່ວມງານຕ່າງໆ. ໃນຂະນະທີ່ ເຮົາສະເຫລີມສະຫລອງ ບາດກ້າວອັນພົ້ນເດັ່ນ ຂອງພວກເຮົານັ້ນ, ພວກເຮົາກໍຍັງຄົງ ຮັບຮູ້ຢ່າງ ແທ້ຈິງວ່າ ເຖິງເສັ້ນທາງຂ້າງ ໜ້າທີ່ຮຽກຮ້ອງ ໃຫ້ມີການປະຕິບັດວຽກງານ ໃຫ້ມີລັກສະນະຍືນຍົງຫລາຍຂຶ້ນ, ອົງການ ອຸຍນີເຊບ ຫວັງວ່າ ຈະສາມາດສືບຕໍ່ ການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານ ເພື່ອສະໜັບສະໜູນ ຊີວິດທີ່ດີສຳລັບ ເດັກທຸກໆ.

ພິທີສະເຫລີມສະຫລອງ ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບອົງການອຸຍນີເຊບ ຄົບຮອບ 50 ປີ ຈະໄດ້ຈັດຂຶ້ນໃນ ວັນທີ 22 ພະຈິກ 2023 ນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີເປົ້າໝາຍເພື່ອ ເພີ່ມທະວີການຈັດຕັ້ງ ປະຕິບັດ ວຽກງານ ດ້ານສິດທິ ແລະ ສະຫວັດດີການເດັກນ້ອຍ”. ການສະເຫລີມສະຫລອງຄັ້ງນີ້ ເປັນການຢັ້ງຢືນເຖິງສິ່ງທີ່ ການຮ່ວມມື ລະຫວ່າງ ລັດຖະບານ ແລະ ອົງການອຸຍນີເຊບ ສາມາດບັນລຸໄດ້.

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top