ຄວາມຮັບຮູ້ ຂອງປະຊາຄົມໂລກ ຕໍ່ກັບບັນຫາໄຕ້ຫວັນ

18/09/2023 14:30
Email Print 908
ຂປລ ຂປລ. ເປັນທີ່ຮັບຮູ້ກັນ ຢ່າງກວ້າງຂວາງແລ້ວວ່າ ໄຕ້ຫວັນແມ່ນສ່ວນໜຶ່ງ ຂອງປະເທດຈີນ ມາແຕ່ບູ ຮານນະການ ເຊິ່ງເປັນຄວາມຈິງຢ່າງຈະແຈ້ງ ທາງດ້ານປະຫວັດສາດ ແລະ ທາງດ້ານກົດໝາຍ ທີ່ບໍ່ສາ ມາດປະຕິເສດໄດ້. ປີ 1971 ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບ 2758 ວ່າດ້ວຍການຟື້ນຟູຖານະ ທາງດ້ານກົດໝາຍຂອງ ສປ ຈີນ

ຂປລ. ເປັນທີ່ຮັບຮູ້ກັນ ຢ່າງກວ້າງຂວາງແລ້ວວ່າ ໄຕ້ຫວັນແມ່ນສ່ວນໜຶ່ງ ຂອງປະເທດຈີນ ມາແຕ່ບູ ຮານນະການ ເຊິ່ງເປັນຄວາມຈິງຢ່າງຈະແຈ້ງ ທາງດ້ານປະຫວັດສາດ ແລະ ທາງດ້ານກົດໝາຍ ທີ່ບໍ່ສາ ມາດປະຕິເສດໄດ້. ປີ 1971 ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບ 2758 ວ່າດ້ວຍການຟື້ນຟູຖານະ ທາງດ້ານກົດໝາຍຂອງ ສປ ຈີນ ຢູ່ອົງການສະຫະປະຊາຊາດ ເຊິ່ງຍັດຕິສະບັບດັ່ງກ່າວໄດ້ຮັບຮູ້ຈີນດຽວ ໝາຍເຖິງໃນໂລກນີ້ມີພຽງຈີນດຽວ. ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແມ່ນລັດຖະບານທີ່ຖືກຕ້ອງ ຕາມກົດໝາຍແຕ່ພຽງໜຶ່ງດຽວ, ໄຕ້ຫວັນແມ່ນສ່ວນໜຶ່ງຂອງຈີນ.

ພັກ ແລະ ລັດຖະບານ ຈີນ ຍາມໃດກໍຖືວ່າປະຊາຊົນໄຕ້ຫວັນ ເປັນພີ່ນ້ອງຮ່ວມຊາດດຽວກັນ ແລະ ໄດ້ປັບປຸງສົ່ງເສີມ ການພົວພັນ ລະຫວ່າງ ສອງຝັ່ງຊ່ອງແຄບໄຕ້ຫວັນເປັນກ້າວໆມາ, ເຮັດໃຫ້ການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງຝັ່ງນັບມື້ນັບກວ້າງອອກ ແລະ ເປັນຮູບປະທຳ, ການໄປມາ ຫາສູ່ກັນຂອງປະຊາຊົນ ສອງຝັ່ງກໍນັບມື້ນັບຫລາຍ, ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ພີ່ນ້ອງຮ່ວມຊາດ ສອງຝັ່ງຊ່ອງແຄບໄຕ້ຫວັນ. ເຖິງຢ່າງໃດກໍຕາມ ໃນໄລຍະຫລັງມານີ້ ໄດ້ມີກຸ່ມກ້ອນຈຳນວນໜຶ່ງ ໄດ້ສ້າງຂະບວນການແນໃສ່ ແບ່ງແຍກໄຕ້ຫວັນໃຫ້ເປັນ ເອກະລາດຈາກ ສປ ຈີນ ເຊິ່ງເປັນການຂັດກັບຫລັກການຈີນດຽວ ກໍຄືເຈດຕະນາລົມ ຂອງວົງຄະນະຍາດສາກົນ, ສົ່ງຜົນກະທົບ ຕໍ່ການພົວພັນຮ່ວມມື ລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ເຮັດໃຫ້ສະຖານະການ ຢູ່ຊ່ອງແຄບໄຕ້ຫວັນ ກໍຄືສະຖານະການ ຢູ່ພາກພື້ນອາຊີຕາເວັນອອກ ມີຄວາມເຄັ່ງຕຶງ, ອັນຂັດກັບທ່າອ່ຽງລວມ ຂອງຍຸກສະໄໝ ທີ່ສະແຫວງຫາສັນຕິພາບ ແລະ ການພັດ ທະນາ.

ບັນຫາ​ໄຕ້​ຫວັນ ແມ່ນ​​ພົວ​ພັນ​ເຖິງ​ຜົນ​ປ​ະ​ໂຫຍ​ດຕົ້ນຕໍ ​ທີ່​ສຳຄັນ​ທີ່​ສຸດ​ຂອງ ສປ ​ຈີນ, ຫລັກການ​​ຈີນ​ດຽວ​ ແມ່ນຫລັກການ​ພື້ນຖານ ​ຂອງ​ການ​ພົວພັນ​ສາກົນ ​ແລະ ​ເປັນ​ທີ່​ຮັບ​ຮູ້​​ ຢູ່ໃນວົງຄະນະຍາດສາກົນ​.  ລັດຖະບານຈີນ ຍາມໃດ ກໍຮຽກຮ້ອງໃຫ້ມີ ການ​​ເຄົາລົບຫລັກການ​​ຈີນ​ດຽວ​ຢ່າງ​ແທ້​ຈິງ, ຫລີກລ່ຽງທຸກຮູບ​ການ ການ​ພົວພັນ​​ແບບທາງ​ ການ​ກັບ​ໄຕ້​ຫວັນ, ແກ້​ໄຂ​ບັນຫາ​ທີ່​ກ່ຽວ​ພັນ​ ເຖິງ​ໄຕ້​ຫວັນ​ຢ່າງ​​ຮອບ​ຄອບ, ບໍ່​ສົ່ງ​ສັນ ຍານ​ທີ່ຜິດພາດ​ໃດໆ​ ໃຫ້​ແກ່​ອິດ​ທິກຳລັງ ​ແບ່ງແຍກໄຕ້ຫວັນ ເປັນເອກະລາດ, ສົ່ງເສີມການ​ພົວພັນ ​ລະ ຫວ່າງ​ ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ເພື່ອນຳຜົນປະໂຫຍດ ແລະ ຄວາມຜາສຸກມາໃຫ້ປະຊາຊົນ ສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ເຮັດທຸກຄວາມສາມາດ ເພື່ອທ້ອນໂຮມສອງ ຝັ່ງເປັນເອກະພາບໂດຍສັນຕິວິທີ. ​

ໃນໄລຍະຜ່ານມາ, ປະຊາຄົມໂລກໄດ້ຍຶດໝັ້ນ ຫລັກການຈີນດຽວ, ເຂົ້າໃຈ ແລະ ສະໜັບສະໜູນ ພາລະກິດທ້ອນໂຮມປະເທດ ຂອງປະຊາຊົນຈີນ, ຄັດຄ້ານການແບ່ງແຍກ ໄຕ້ຫວັນເປັນເອກະລາດ. ສຳລັບ ສປປ ລາວ ແມ່ນປະຕິບັດ ນະໂຍບາຍອັນສະເໝີຕົ້ນ ສະເໝີປາຍຂອງຕົນ ໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ ຂອງ ສປ ຈີນ, ຄັດຄ້ານທຸກເຈດຈຳນົງ ທີ່ມຸ່ງຫວັງສ້າງສະຖານະການ ເພື່ອສ້າງ “ສອງປະເທດຈີນ” ຫລື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”, ພ້ອມທັງສະໜັບສະໜູນ ນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ. 

      ການທ້ອນໂຮມສອງຝັ່ງຊ່ອງແຄບໄຕ້ຫວັນ ເປັນເອກະພາບໂດຍສັນຕິຕາມທິດ “ປະເທດດຽວສອງລະບອບ” ແມ່ນສອດຄ່ອງກັບຜົນປະໂຫຍດ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ສອງຝັ່ງຊ່ອງແຄບໄຕ້ຫວັນ, ພາຍຫລັງປະເທດຊາດ ໄດ້ຮັບການທ້ອນໂຮມ ຈະສ້າງພື້ນຖານອັນໃໝ່ ໃຫ້ແກ່ການພັດທະນາຂອງຈີນ ແລະ ການຟື້ນຟູຄວາມຈະເລີນ ຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ, ສ້າງໂອກາດໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງໄຕ້ຫວັນ, ຈະນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ພີ່ນ້ອງຮ່ວມຊາດ ໄຕ້ຫວັນຢ່າງມະຫາສານ. ພ້ອມນັ້ນ, ເມື່ອສອງຝັ່ງຊ່ອງແຄບ ໄຕ້ຫວັນທ້ອນໂຮມເປັນ ເອກະພາບໂດຍສັນຕິ, ບໍ່ພຽງແຕ່ຈະເປັນຜົນປະໂຫຍດຕໍ່ ສປ ຈີນ ເທົ່ານັ້ນ, ຍັງເປັນຜົນປະໂຫຍດ ຕໍ່ປະຊາຄົມໂລກເຊັ່ນດຽວກັນ.

 ໂດຍ: ສະຖາບັນການຕ່າງປະເທດ

KPL

ຂ່າວອື່ນໆ

    • ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງການເມືອງ

      ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ

      9/25/2026 12:00:20 PM

      ວັນທີ 24 ກັນຍາ 2026 ນີ້, ຢູ່ໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈໍາສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຊ່ຽວຊານ ສສ ຫວຽດນາມ, ພະນັກງານ,ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81

      9/24/2026 2:27:35 PM

      ວັນທີ 22 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”. ພ້ອມທັງ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ, ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາ

      9/24/2026 2:20:14 PM

      ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກັນຍາ 2026 ຈັດຂຶ້ນໃນວັນທີ 21-22 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີກຳມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ລັດຖະມົນຕີ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດການເມືອງ

      ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດ

      9/24/2026 1:10:24 PM

      ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄໍາເຫັນຊີ້ນໍາຄະນະພັກ, ຄະນະນຳ ກໍຄື ຄະນະກວດກາແຂວງ ເຊກອງ ໃນໂອກາດດໍາເນີນກອງ ປະຊຸມສະຫລຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ໃນວັນທີ 21-22 ກັນຍາ 2026 .

    • ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນການເມືອງ

      ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

      9/24/2026 1:02:26 PM

      ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບສະຖານທູດຈີນປະຈຳລາວ ຈັດງານສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2026 ຢູ່ນະຄອນຫລວງວຽງຈັນ (ນວ).

ads
ads

Top