ສປປ ລາວ ກຽມເປັນປະທານກອງປະຊຸມ ຂະແໜງການເງິນ-ເງິນຕາ ອາຊຽນ 2024

18/09/2023 14:25
Email Print 960
ຂປລ ຂປລ.ໃນວັນທີ 15 ກັນຍາ 2023 ຜ່ານມາ, ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ກະຊວງການເງິນ ແລະ ທະນາຄານແຫ່ງສປປ ລາວ ເພື່ອປຶກສາຫາລືກ່ຽວກັບ ການກະກຽມເປັນເຈົ້າພາບ ແລະ ປະທານ ຮອບວຽນຂະແໜງການເງິນ-ເງິນຕາ ອາຊຽນ ໃນປີ 2024 ຂອງສປປ ລາວ, ພ້ອມທັງ ຮັບຟັງການລາຍງານຜົນຂອງກອງປະຊຸມ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາ ຄານກາງ ອາຊຽນ ຄັ້ງທີ 10

ຂປລ.ໃນວັນທີ 15 ກັນຍາ 2023 ຜ່ານມາ, ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ກະຊວງການເງິນ ແລະ ທະນາຄານແຫ່ງສປປ ລາວ ເພື່ອປຶກສາຫາລືກ່ຽວກັບ ການກະກຽມເປັນເຈົ້າພາບ ແລະ ປະທານ ຮອບວຽນຂະແໜງການເງິນ-ເງິນຕາ ອາຊຽນ ໃນປີ 2024 ຂອງສປປ ລາວ, ພ້ອມທັງ ຮັບຟັງການລາຍງານຜົນຂອງກອງປະຊຸມ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ ຄັ້ງທີ 10 ທີ່ເປັນວາລະສຸດທ້າຍ ຂອງການຈັດກອງປະຊຸມ ຂອງຂະແໜງການເງິນອາຊຽນ ພາຍໃຕ້ການເປັນປະທານຂອງ ອິນໂດເນເຊຍ ແລະ ໄດ້ມີການມອບຕໍ່ໃຫ້ສປປ ລາວ ເປັນປະທານໃນປີ 2024.

ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນປຶກສາຫາລື ແລະ ຮັບຮອງບັນດາວຽກງານສຳຄັນ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ເພື່ອການກະກຽມສຳລັບປີ 2024 ໂດຍສະເພາະ ການຮ່າງຂໍ້ຕົກລົງຄະນະຊີ້ນໍາ ແລະ ອະນຸກໍາມະການ ສຳລັບການເປັນ ປະທານ ແລະ ເຈົ້າພາບຮອບວຽນ ວຽກງານການເງິນ-ເງິນຕາອາຊຽນ, ແຜນວຽກບູລິມະສິດ ທາງດ້ານເສດຖະກິດ ຂອງຂະແໜງການເງິນ-ເງິນຕາ (PEDs) ຂອງຂະແໜງການເງິນ ພາຍໃຕ້ເສົາຄໍ້າເສດຖະກິດ ໂດຍອີງຕາມຄໍາຂວັນລວມຂອງ ສປປ ລາວ ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ” ຫລື “ASEAN: Enhancing Connectivity and Resilience”. ລວມທັງບັນຫາອື່ນໆ ທີ່ປະກອບດ້ວຍການກຳນົດ ສະຖານທີ່ຈັດກອງປະຊຸມ, ການສ້າງເວັບໄຊກອງປະຊຸມ, ການຂຶ້ນແຜນງົບປະມານ ແລະ ອື່ນໆ. 

ຄຽງຄູ່ກັນນັ້ນ, ກອງປະຊຸມຍັງຮັບຊາບ ແລະ ແລກປ່ຽນກ່ຽວກັບ ແຜນການຈັດກອງປະຊຸມຂອງ ຂະແໜງການເງິນ-ເງິນຕາ ສົກປີ 2024 ໂດຍຄາດວ່າຈະມີທັງໝົດ 45 ວາລະກອງຊຸມທີ່ຈະຈັດຢູ່ສປປ ລາວ ແລະ ຕ່າງປະເທດ​ ຕາມຂອບການຮ່ວມມື ດ້ານການເງິນ ອາຊຽນ/ອາຊຽນ+3. ໃນນັ້ນ, ມີວາລະທີ່ຈະໄດ້ເປັນ ປະທານຮ່ວມກັບ ທະນາຄານແຫ່ງສປປ ລາວ ຈຳນວນ 17 ວາລະກອງປະຊຸມ ທີ່ປະກອບດ້ວຍລະດັບ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ/ອາຊຽນ+3 ຈຳ ນວນ 7 ວາລະກອງປະຊຸມ (ອາຊຽນ+3 ມີ 2 ວາລະກອງປະຊຸມ), ລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ ອາຊຽນ/ອາຊຽນ+3 ຈຳນວນ 6 ກອງປະຊຸມ (ອາຊຽນ+3 ມີ 3 ວາລະກອງປະຊຸມ) ແລະ ລະດັບວິຊາການ 5 ວາລະກອງປະຊຸມ (ອາຊຽນ+3 ມີ 4 ວາລະກອງປະຊຸມ).  ນອກຈາກ ກອງປະຊຸມຮ່ວມ ກໍຈະຍັງມີກອງປະຊຸມສະເພາະຂອງ ກະຊວງການເງິນ  ແລະ ທະນາຄານກາງ ອີກຈຳນວນໜຶ່ງ, ນັບທັງບັນດາກອງປະຊຸມ ສຳມະນາປິ່ນອ້ອມອື່ນໆ ປະກອບສ່ວນຈຳ ນວນໜຶ່ງ.

ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາະຄານແຫ່ງ ສປປ ລາວ ປະທານກອງປະຊຸມໄດ້ສະຫລຸບ ແລະ ຊີ້ນໍາ ໃຫ້ຄະນະກະກຽມ ຂອງກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ສືບຕໍ່ຄົ້ນຄວ້າ ແລະ ກະກຽມບັນຫາຕາມຜົນ ຂອງກອງປະຊຸມ ໂດຍມີການປະສານສົມທົບ ພາກສ່ວນທີ່ກ່ຽວຂ້ອງ ກອງປະຊຸມປິ່ນອ້ອມ ແລະ ລາຍງານ ໃຫ້ຄະນະນໍາຊາບ ເປັນແຕ່ລະໄລຍະກ່ຽວກັບ ຄວາມຄືບໜ້າຂອງການກະກຽມ ເປັນເຈົ້າພາບໃນປີ 2024.

ຂ່າວ-ພາບ: ກະຊວງການເງິນ
KPL

ຂ່າວອື່ນໆ

ads
ads

Top