ການລ້ຽງກຸ້ງກ້າມໃຫຍ່

14/09/2023 11:59
Email Print 846
ຂປລ ກຸ້ງກ້າມກາມ (giantfreshwaterprawn) ຊື່ວິທະຍາສາດ Macrobranchium rosenbergiideMan ແມ່ນກຸ້ງນ້ຳຈືດ ມີຂະໜາດໃຫຍ່ມີລົດຊາດດີ ທັງໄດ້ລາຄາແພງ ເຊິ່ງຈັດຢູ່ໃນ ປະເພດສັດ ນ້ຳທີ່ສໍາຄັນທາງດ້ານເສດຖະກິດ ໂດຍສາມາດ ປຸງແຕ່ງ ເປັນອາຫານໄດ້ຫລາກຫລາຍເຊັ່ນ: ປີ້ງ, ຕົ້ມຍໍາ, ຕໍາ, ທອດ, ອົບ ແລະ ອື່ນໆ, ເຊິ່ງໃນປັດຈຸບັນກຸ້ງກ້າມກາມ ແມ່ນເປັນທີ່ຕ້ອງການຂອງຕະຫລາດ. ຂະນະທີ່ຢູ່ປະເທດລາວເຮົາ ການປະກອບອາຊີບລ້ຽງກຸ້ງດັ່ງກ່າວ ຍັງບໍ່ທັນມີການລ້ຽງຫລາຍຈຶ່ງເຮັດໃຫ້ມີການນໍາເຂົ້າຈາກປະເທດໃກ້ຄຽງ.
   




*ກຸ້ງກ້າມກາມ (giantfreshwaterprawn) ຊື່ວິທະຍາສາດ Macrobranchium rosenbergiideMan ແມ່ນກຸ້ງນ້ຳຈືດມີຂະໜາດໃຫຍ່ມີລົດຊາດດີ ທັງໄດ້ລາຄາແພງ ເຊິ່ງຈັດຢູ່ໃນ ປະເພດສັດ ນ້ຳທີ່ສໍາຄັນທາງດ້ານເສດຖະກິດ ໂດຍສາມາດປຸງແຕ່ງ ເປັນອາຫານໄດ້ຫລາກຫລາຍເຊັ່ນ: ປີ້ງ, ຕົ້ມຍໍາ, ຕໍາ, ທອດ, ອົບ ແລະ ອື່ນໆ, ເຊິ່ງໃນປັດຈຸບັນກຸ້ງກ້າມກາມແມ່ນເປັນທີ່ຕ້ອງການຂອງຕະຫລາດ. ຂະນະທີ່ຢູ່ປະເທດລາວເຮົາ ການປະກອບອາຊີບລ້ຽງກຸ້ງດັ່ງກ່າວ ຍັງບໍ່ທັນມີການລ້ຽງຫລາຍຈຶ່ງເຮັດໃຫ້ມີການນໍາເຂົ້າຈາກປະເທດໃກ້ຄຽງ. ດັ່ງນັ້ນ, ມື້ນີ້ຄໍລຳພັດ ທະນາອາຊີບໜັງສືພິມປະເທດລາວ ຈຶ່ງຂໍແນະນຳຂໍ້ມູນການລ້ຽງກຸ້ງກ້າມກາມ ຈາກກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ປ່າໄມ້ ມາສະເໜີໃຫ້ທ່ານຜູ້ອ່ານ ເພື່ອເປັນບົດຮຽນ, ປະສົບການ, ການຮຽນຮູ້ ແລະ ສ້າງຄວາມເຂົ້າ ໃຈວິທີການລ້ຽງໃຫ້ແກ່ຜູ້ທີ່ມີຄວາມ ສົນໃຈ ມີເງືຶ່ຶືຶອນໄຂທັງເປັນແນວ ທາງໃນການປະກອບອາຊີບທີ່ສ້າງ ລາຍຮັບແກ່ຄອບຄົວ. ຕາມຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ວ່າ: ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜຶ່ງ ທີ່ອາໄສຢູ່ຕາມແມ່ນ້ຳ, ລໍາຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນພ່ໍແມ່ພັນກຸ້ງຈະໄດ້ປະສົມພັນຢູ່ ແຫລ່ງ ນ້ຳທໍາມະຊາດ ປະສົມລະຫວ່າງ ນ້ຳຈືດບວກນ້ຳເຄັມ ເພື່ອວາງໄຂ່ ແລະ ລ້ຽງຕົວອ່ອນ. ການເລືອກສະ ຖານທີ່ລ້ຽງ ຄວນຢູ່ໃກ້ເສັ້ນທາງ, ມີໄຟຟ້າ, ແຫລ່ງນ້ຳທີ່ມີຄຸນນະ ພາບດີ, ສະອາດ ແລະ ມີນ້ຳໄຫລ ຕະຫລອດປີ ບໍ່ຄວນຢູ່ໃກ້ໂຮງງານ ອຸດສາຫະກໍາ ແລະ ໃກ້ຊຸມຊົນ. ຖ້າ ຈະຂຸດໜອງ ຄວນເລືອກບ່ອນທ່ີ ເປັນດິນໜຽວທີ່ເກັບຮັກສານ້ຳໄດ້ດີ, ບໍ່ເປັນດິນສົ້ມຈະເຮັດໃຫ້ນ້ຳເປັນກົດບໍ່ເໝາະສໍາລັບການຈະເລີນເຕີບໂຕຂອງກຸ້ງ (PH ທີ່ເໝາະສົມ ຂອງດິນປະມານ 6-7); ເປັນໜອງ ຮູບສີ່ຫລ່ຽມ ເພື່ອສະດວກໃນການຈັດການ,ຂະໜາດໜອງປະມານ 25x25 ແມັດ, ເລິກ 1 ແມັດ ຖ້າໜອງ ເລິກເກີນໄປຈະເຮັດໃຫ້ກຸ້ງຂາດອອກຊີເຈນໄດ້, ແຕ່ຖ້າໜອງຕື້ນ ກໍ່ຈະເຮັດໃຫ້ແດດສ່ອງເຖິງພື້ນໜອງ ໄດ້ ແລະ ເຮັດໃຫ້ນໍ້າຮ້ອນເກີນໄປ. ວິທີການກະກຽມໜອງ ແມ່ນ ຕ້ອງໄດ້ດູດນ້ຳອອກຈາກໜອງກ່ອນ ແລະ ຂ້າເຊື້ອ, ທໍາລາຍສັດ ຕູຂອງກຸ້ງເຊັ່ນ: ປາຄໍ, ກົບ, ຂຽດ, ປູ ໂດຍໃຊ້ປູນຂາວ ຫລື ກາກຊາຫວ່ານ ບໍ່ໃຫ້ມີສັດຕູກຸ້ງໂດຍສະເພາະປູໂນ້ອຍໆ ເຊິ່ງເປັນໂຕສໍາຄັນໃນການຍາດອາຫານຂອງກຸ້ງ. ການຫວ່ານປູນຂາວແມ່ນໃຊ້ອັດຕາ 60-100 ກິໂລ/ໄລ່, ຫລັງຈາກນັ້ນຕາກໜອງ ໄວ້ປະມານ 1-2 ອາທິດ ເພື່ອໝັ້ນໃຈວ່າສັດຕູຂອງກຸ້ງບໍ່ມີແລ້ວ ຈຶ່ງ ປ່ອຍນ້ຳເຂົ້າປົກກະຕິ. ຂະນະທ່ີການກະກຽມນ້ຳ ໂດຍພາຍຫລັງປ່ອຍນ້ຳເຂົ້າໜອງແລ້ວ ຄວນປະໄວ້ປະມານ 2-3 ມື້ ເພື່ອປັບສະພາບນ້ຳ, ທໍ່ລະບາຍນ້ຳຄວນອັດດ້ວຍດ່າງສີຟ້າ ເພື່ອປ້ອງກັນສັດຕູກຸ້ງປົນ ມານໍານ້ຳ, ຫລັງຈາກນັ້ນກໍ່ໃຊ້ປຸ໋ຍ ສູດ 15-15-15 ໃນອັດຕາ 3 ກິໂລ/ ໄລ່ ແລະ ປາປົ່ນ ປະສົມຮໍາລະອຽດ ສັດສ່ວນ 1:1 ອັດຕາ 3 ກິໂລ/ໄລ່ ໂດຍລະລາຍນ້ຳແລ້ວຈຶ່ງຫວ່ານໃຫ້ທົ່ວໜອງ ເພື່ອໃຫ້ເກີດມີອາຫານທໍາມະຊາດເຊັ່ນ: ໄຮນ້ຳພືດ ແລະ ໄຮ່ນ້ຳສັດ ໂດຍສັງເກດຈາກການປ່ຽນສີຂອງນ້ໍາ (ສີອອກເຫລືອງ ຫລື ນ້ຳຕານ). ການເລືອກແນວພັນ: ຄວນ ເລືອກກຸ້ງທີ່ມີລັກສະນະແຂງແຮງສົມບູນລໍາໂຕໃສ, ຂະໜາດໃກ້ຄຽງກັນ, ເປັນລູກກຸ້ງທີ່ມີອາຍຸຢ່າງໜ້ອຍ 20 ມື້, ຄວນມີການປັບສະພາບໃຫ້ກຸ້ງ ຢູ່ໃນນໍ້າຈືດຢ່າງໜ້ອຍ 3 ມື້ ກ່ອນຈະນໍາເອົາມາລ້ຽງໃນໜອງ. ຄຸນນະພາບນ້ຳທີ່ເໝາະສົມ: PH ແມ່ນ 7-8, ອອກຊີເຈນລະລາຍ ໃນນ້ຳ DO ແມ່ນ: ບໍ່ຄວນຫລຸດ 4, ອຸນຫະພູມທີ່ເໝາະສົມແມ່ນ 25-32 ອົງສາ. ການເຄື່ອນຍ້າຍກຸ້ງຄວນຍ້າຍໃນຕອນເຊົ້າມືດ ຫລື ຕອນກາງຄືນ, ຄວາມໜາແໜ້ນ ປະມານ 1.000-2.000 ໂຕ/ຖົງ ຂຶ້ນຢູ່ກັບ ຂະໜາດຂອງກຸ້ງ ແລະ ເສັ້ນທາງການເຄື່ອນຍ້າຍ; ອັດຕາການປ່ອຍ ມີ 3 ແບບຄື: ລະດັບຄວາມໜາ ແໜ້ນໜ້ອຍປະມານ 20.000- 24.000 ໂຕ/ໄລ່; ລະດັບຄວາມໜາແໜ້ນປານກາງປະມານ: 75.000- 80.000 ໂຕ/ໄລ່ ແລະ ລະດັບຄວາມໜາແໜ້ນຫລາຍປະມານ 150.000-200.000 ໂຕ/ໄລ່.  ທຸກລະດັບຈະຕ້ອງມີເຄື່ອງຕີນໍ້າປະມານ 3-4 ເຄື່ອງ ເພື່ອເພີ່ມ ອອກຊີເຈນ ແລະ ຊ່ວຍໃຫ້ກຸ້ງມີອັດຕາການລອດຕາຍສູງ. ອາຫານ ແລະ ການໃຫ້ອາຫານ ຄວນເປັນອາຫານຊະນິ ເມັດຈົມນ້ຳ, ມີໂປຣຕີນບໍ່ຕ່ໍາກວ່າ 30 ສ່ວນຮ້ອຍ, ອາຫານຄວນຢູ່ໃນນ້ຳໄດ້ຢ່າງໜ້ອຍ 4 ຊົ່ວໂມງ, ເນື່ອງຈາກກຸ້ງຈະກິນອາຫານໂດຍການໃຊ້ການໜີບເອົາ ອາຫານ ຖ້າອາຫານລະລາຍໄວຈະເຮັດໃຫ້ກຸ້ງໄດ້ຮັບອາຫານບໍ່ເຕັມທີ່ ແລະ ຄວນໃຫ້ອາຫານ 3 ຄັ້ງ/ມື້ ໃນໄລຍະ 3 ເດືອນທໍາອິດ, ຫລັງຈາກນັ້ນ ກໍ່ໃຫ້ 2 ຄັ້ງ/ມື້, ໃນປະລິມານເໝາະສົມບໍ່ຄວນໃຫ້ຫລາຍເກີນໄປ ເພາະຈະເຮັດໃຫ້ນໍ້າເໜົ່າເສຍໄດ້ງ່າຍ, ອັດຕາການໃຫ້ອາ ຫານແມ່ນປະມານ 3-5 ສ່ວນຮ້ອຍ ຕໍ່ນໍ້າໜັກໂຕ (ວິທີກວດສອບການ ກິນອາຫານຂອງກຸ້ງແມ່ນໃຊ້ກະດຸ້ງ ແລ້ວວາງອາຫານໃສ່ເພື່ອສະດວກໃນການກວດເບິ່ງການກິນອາຫານ ຂອງກຸ້ງ).ການປ່ຽນຖ່າຍນ້ຳແມ່ນຂຶ້ນກັບອາຍຸ ແລະ ຂະໜາດຂອງກຸ້ງ,ຖ້າ ມີການປ່ຽນຖ່າຍນ້ຳຈະຊ່ວຍໃຫ້ກຸ້ງ ມີການຈະເລີນເຕີບໂຕໄດ້ດີ ກຸ້ງ ເປັນສັດນ້ຳທີ່ຈະເລີນເຕີບໂຕດ້ວຍການລອກຄາບ. ສໍາລັບກຸ້ງ 1-2 ເດືອນ ທໍາອິດ ບໍ່ຈໍາເປັນປ່ຽນຖ່າຍນ້ຳ ແຕ່ຄວນເຕີມນ້ຳທຸກອາທິດ ເມື່ອມຸ້ງອາຍຸຮອດ 2 ເດືອນຂຶ້ນໄປ ຄວນປ່ຽນຖ່າຍນໍ້າເດືອນລະ 2-4 ຄັ້ງ, ຄັ້ງລະປະມານ 1/3 ຂຶ້ນກັບ ສະພາບນ້ຳໃນໜອງ ແລະ ໄລຍະ ປ່ຽນນໍ້າໃໝ່ກຸ້ງຈະລອກຄາບ ແລະ ບໍ່ກິນອາຫານຫລາຍ. ສະນັ້ນ, ຄວນຫລຸດປະລິມານອາຫານລົງໃນໄລຍະປ່ຽນຖ່າຍນໍ້າໃໝ່.ຢ່າງໃດກໍ່ດີເມື່ອລ້ຽງກຸ້ງ ໄດ້ ປະມານ 6 ເດືອນ ກໍ່ເລີ່ມຄັດຂະໜາດ ແລະ ຈັບກຸ້ງຂາຍໄດ້ ໂດຍຫລຸດປະລິມານນ້ຳໃນໜອງລົງເຫລືອປະມານ 50 ຊັງຕີແມັດ, ແລ້ວໃຊ້ອວນຂະໜາດ 4 ຊັງຕີແມັດ ເພື່ອໃຫ້ກຸ້ງ ໂຕນ້ອຍຫລຸດອອກຈາກອວນເພື່ອບໍ່ໃຫ້ກຸ້ງໂຕນ້ອຍໄດ້ຮັບຜົນກະທົບການຈັບກຸ້ງຄວນຈັບຕອນເຊົ້າປະມານ 6-7 ໂມງ, ເພາະອາກາດບໍ່ ຮ້ອນຫລາຍ ຈະເຮັດໃຫ້ກຸ້ງສ່ຽງໃນການຕາຍໜ້ອຍລົງ ແລະ ມີ ຄວາມແຂງແຮງອີກດ້ວຍ.


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top