ປະທານປະເທດ ອວຍພອນປີໃໝ່ລາວ ພ.ສ 2566

13/04/2023 16:18
Email Print 3646
ຂປລ ຂປລ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2565, ຕ້ອນຮັບປີໃໝ່ ພ.ສ 2566 ເຊິ່ງມີເນື້ອໃນດັ່ງນີ້:

 

  ຂປລ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2565, ຕ້ອນຮັບປີໃໝ່ ພ.ສ 2566 ເຊິ່ງມີເນື້ອໃນດັ່ງນີ້:
   ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ !
 ປີຂານ ພ.ສ 2565 ທີ່ກຳລັງຈະຜ່ານພົ້ນໄປນີ້
, ກໍເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດ ໄດ້ເປັນຈິດໜຶ່ງໃຈດຽວກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ແລະ ເປັນປີທີ່ປະເທດຊາດຂອງພວກເຮົາ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງດ້ານສັງຄົມ, ການພັດທະນາເສດ ຖະກິດສືບຕໍ່ຂະຫຍາຍຕົວ ດ້ວຍຈັງຫວະທີ່ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ມີບາດກ້າວທີ່ດີຂຶ້ນ ຍ້ອນປະເທດເຮົາສາມາດເປີດກວ້າງການຮ່ວມມືກັບປະເທດເພື່ອນມິດ, ເປີດກວ້າງການລົງທຶນ ແລະ ການທ່ອງທ່ຽວ, ພາຍຫລັງ ທີ່ສາມາດຄວບຄຸມການແພ່ລະບາດຂອງໂຄວິດ-19 ໄດ້ໃນລະດັບອັນແນ່ນອນ. ບັນດາຜົນສຳເລັດດັ່ງທີ່ກ່າວມານັ້ນ, ກໍຍ້ອນຄວາມເປັນເຈົ້າຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດເຮົາ, ໄດ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ, ສາມັກຄີເປັນປຶກແຜ່ນ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ IX ຢ່າງແຂງແຮງແລະ ຕໍ່ເນື່ອງສະເໝີມາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ຍ້ອງຍໍ, ຊົມເຊີຍ ຕໍ່ຜົນສຳເລັດ ທີ່ຍາດມາໄດ້ຕະຫລອດປີຂານທີ່ຜ່ານມານັ້ນ ຢ່າງສຸດອົກສຸດໃຈ!
  ບັນດາທ່ານ
, ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ!
 ປີເຖາະ ພ.ສ 2566 ທີ່ຈະກ້າວເຂົ້າມານີ້
, ກໍເປັນອີກປີໜຶ່ງ ທີ່ພວກເຮົາຍັງຕ້ອງໄດ້ປະເຊີນໜ້າກັບອຸປະສັກ ແລະ ສິ່ງທ້າທາຍທົດສອບຕໍ່ໄປອີກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທຸກຖ້ວນໜ້າ ຕ້ອງໄດ້ພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດເຮົາ, ເພີ່ມທະວີຄວາມສາມັກຄີ ອັນເປັນປຶກແຜ່ນແໜ້ນໜາ, ສຸມທຸກກຳລັງແຮງ, ກຳລັງໃຈ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເຮົາ, ຍູ້ແຮງການປະຕິບັດສອງວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫລາຍຂຶ້ນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກ ເຊິ່ງ ໃນທຸກຂົງເຂດວຽກງານ ໃນຕະຫລອດປີເຖາະ ທີ່ຈະມາເຖິງນີ້.
    ເນື່ອງໃນໂອກາດ ອັນເປັນສີຣິມຸງຄຸນ ເພື່ອຕ້ອນຮັບປີໃໝ່(ປີເຖາະ ພ.ສ 2566) ທີ່ຈະມາເຖິງນີ້
, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະ ເທດ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດ, ປະຕິບັດໜ້າທີ່ ແລະ ທຳມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງມີຄວາມສຸກກາຍສະບາຍໃຈ, ປາສະຈາກໂລກໄພໄຂ້ເຈັບ, ມີພະລານາໄມສົມບູນ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ ຕະຫລອດປີໃໝ່ ພ.ສ 2566 ແລະ ຂໍໃຫ້ປີໃໝ່ລາວປີນີ້, ຈົ່ງເປັນປີທີ່ນໍາເອົາຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນລາວທັງຊາດດ້ວຍເຖີ້ນ!

ສະບາຍດີປີໃໝ່!

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວ

      10/27/2026 9:38:51 AM

      ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

    • ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031ການເມືອງ

      ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031

      10/26/2026 11:19:42 AM

      ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ສຳລັບປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

ads
ads

Top