ສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນຫັນການເກັບລາຍຮັບແບບທັນສະໄໝ

23/01/2023 16:36
Email Print 1701
ຂປລ ໃນກອງປະຊຸມສຳມະນາບັນດາໜ້າວຽກຈຸດສຸມເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປະຈຳປີ 2023 ຂອງສ່ວຍສາອາກອນ ທົ່ວນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນ ຫລວງວຽງຈັນ (ນວ), ມີຮອງ ສ່ວຍສາອາກອນ ປະຈໍາ ນວ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າ ສ່ວຍສາ ອາກອນ ປະຈຳເມືອງ, ພະນັກງານວິຊາການເຂົ້າຮ່ວມ .

ໃນກອງປະຊຸມສຳມະນາບັນດາໜ້າວຽກຈຸດສຸມເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປະຈຳປີ 2023 ຂອງສ່ວຍສາອາກອນ ທົ່ວນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ (ນວ), ມີຮອງ ສ່ວຍສາອາກອນ ປະຈໍາ ນວ,  ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນ ປະຈຳເມືອງ, ພະນັກງານວິຊາການເຂົ້າຮ່ວມ ໄດ້ສະເໜີວຽກຈຸດສຸມຕ້ອງປະຕິບັດໃນປີ 2023 ນີ້ວ່າ: ຕະຫລອດໄລຍະປີ 2022 ຜ່ານມາ ຊຶ່ງເປັນປີຈັດຕັ້ງປະຕິບັດ ວາລະແຫ່ງຊາດ. ໃນນັ້ນ, ຕິດພັນຂະແໜງສ່ວຍສາອາກອນ ໄດ້ລະບຸຊັດເຈນຢູ່ໃນຄໍາສັ່ງ ຂອງນາຍົກ ເລກທີ 18 ກໍ່ຄືວຽກຂະຫຍາຍ ຖານລາຍຮັບ, ວຽກຕ້ານການ ຮົ່ວໄຫລ ແລະ ວຽກຫັນເປັນທັນສະໄໝ.

ຕໍ່ບັນດາໜ້າວຽກດັ່ງກ່າວທາງກະຊວງການເງິນ ກໍຄືກົມສ່ວຍສາອາກອນ,ໄດ້ອອກນິຕິກຳຜັນຂະຫຍາຍຫຼາຍສະບັບ, ສ່ວຍສາອາກອນ ປະຈໍານະຄອນຫລວງວຽງຈັນ, ໄດ້ຜັນຂະຫຍາຍແນະນຳ ເປັນອັນສະເພາະຮັບໃຊ້ ໃຫ້ແກ່ພະນັກງານ ທົ່ວສ່ວຍສາອາກອນ ນະຄອນຫລວງ ວຽງຈັນ ແລະ ໃຫ້ຜູ້ປະກອບການທີ່ຕົນ ຄຸ້ມຄອງເປັນຕົ້ນ: ແນະນຳວຽກຄຸ້ມຄອງລາຍຮັບ, ອອກແບບຟອມແນະນຳ ໃຫ້ຫົວໜ່ວຍທຸລະກິດ ຮູ້ແຈ້ງເສຍອາກອນດ້ວຍຕົນເອງ, ແນະນຳດ້ານລະບຽບ, ກົນໄກການປະຕິບັດ ກົດໝາຍອາກອນມູນຄ່າເພີ່ມ, ແນະນຳເພີ່ມເຕີມຄິດໄລ່ ອາກອນຈາກ ການກໍ່ສ້າງ-ສ້ອມແປງ, ແຈ້ງແນະນຳວິທີຄິດໄລ່ ອາກອນລາຍໄດ້ ຈາກການໂອນສິດນຳໃຊ້ທີ່ດິນ ແລະ ອື່ນໆ, ທັງກຳລັງຄົ້ນຄວ້າຈະອອກຄຳແນະນຳ ຈາກກິດຈະການຫວຍ, ໂຮງຮຽນເອກະຊົນ, ກິດຈະການຂົນສົ່ງ-ຄ່ຽນຖ່າຍ.

ສຳລັບວຽກຈຸດສຸມຕ້ອງປະຕິບັດແກ້ໄຂໃນປີ 2023 ຈໍານວນ 25 ໜ້າວຽກຕ້ອງສຳເລັດຮ້ອຍສ່ວນຮ້ອຍເປັນຕົ້ນ: ວຽກຈັດປະເພດວິສາຫະກິດ, ການເອົາຫົວໜ່ວຍເຂົ້າລະບົບ TaxRIS, ຫົວໜ່ວຍຄ້າງ ໃນລະບົບຮ່ວມກັບການຄ້າ, ມາດຕະການຕໍ່ຫົວໜ່ວຍບໍ່ມາແຈ້ງ, ແຈ້ງຕໍ່າ, ແຈ້ງສູນ, ເຊື່ອງອຳລາຍຮັບ, ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ, ວຽກຕິດຕັ້ງຕັ້ງບັນຊີ ທຸກຫົວໜ່ວຍເຊື່ອມຕໍ່ລະບົບ TaxRIS, ວຽກໃບເກັບເງິນ, ຊອກທ່າແຮງບົ່ມຊ້ອນ ກິດຈະການຫວຍ, ໂຮງຮຽນເອກະຊົນ, ຂົນສົ່ງຄ່ຽນຖ່າຍ (ອມພ ຂົນສົ່ງ), ເຂດເສດຖະກິດພິເສດ, ວຽກກວດ ກາໄລ່ລຽງຄົບຊຸດ, ວຽກຫັນເປັນທັນສະໄໝແຕ່ລະເມືອງ, ວຽກຊັບສິນ, ວຽກພາສີທີ່ດິນ, ຄ່າທາງ, ວຽກການເງິນບ້ານ.

ນອກຈາກນີ້, ຕ້ອງແກ້ດ້ານບຸກຄະລາກອນ, ຝຶກອົບຮົມ, ຮຽນຮູ້ວິຊາສະເພາະ, ປະກົດການຫຍໍ້ທໍ້ຂອງພະນັກງານ, ໜີ້ສິນ, ວຽກກວດສອບ, ບັນຫາລວມສູນສາຍຕັ້ງ, ວຽກຄຸ້ມຄອງບໍລິສັດຂາອອກ-ຂາເຂົ້າ, ຄຸ້ມຄອງລາຍຮັບ, ກິດຈະການຮ້ານອາຫານ, ບ້ານພັກ, ບໍລິການຕ່າງໆ ທີ່ບໍລິສັດ ມາຮັບບໍລິການໃຫ້ເຂົ້າລະບົບແບບບັງຄັບ, ການແບ່ງຂັ້ນຄຸ້ມຄອງ ຫົວໜ່ວຍຈາກເມືອງມານະຄອນຫຼວງ, ຈາກນະຄອນຫຼວງໄປເມືອງ, ໄປແຂວງນໍາອີກດ້ວຍ.

ພ້ອມນີ້,ທ່ານ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫວງວຽງຈັນ ຍັງໄດ້ຮຽກຮ້ອງມາຍັງພະນັກງານສ່ວຍສາອາກອນ ທັງໝົດທົ່ວນະຄອນຫລວງວຽງຈັນ, ພ້ອມກັນເອົາໃຈໃສ່ ໃນການປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການເກັບລາຍຮັບ ເຂົ້າງົບ ປະມານ ໃຫ້ລັດປະຈຳປີ 2023 ບັນລຸຄາດໝາຍທີ່ໄດ້ກຳນົດໄວ້. ໃນກອງປະຊຸມສຳມະນາດັ່ງກ່າວ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ທ່ານ ວົງທອງ ຄຳກິແກ້ວ ຮອງຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ, ທ່ານ ວິໃນ ທິບດາລາ ຮອງຫົວໜ້າສ່ວຍສາອາກອນ ປະ ຈຳນະຄອນຫລວງວຽງຈັນ, ທ່ານ ພອນໄຊ ເພັງສຸວັນ ຮອງຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ ແລະ ຮັບຟັງການແນະນໍາ ວຽກງານຂະແໜງການກວດກາພາຍໃນ, ຂະແໜງຄຸ້ມຄອງລາຍຮັບ, ແຈ້ງແຜນແບ່ງປັນຕົວເລກ ທີ່ໄດ້ຮັບມອບໝາຍປີ 2023, ກຳນົດເປັນມະຕິ ຕົກ ລົງ, ມາດຕະການປີ 2023 ນໍາອີກດ້ວຍ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top