ນວ ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ແລະ ນິຕິກໍາກ່ຽວຂ້ອງ

24/11/2022 13:30
Email Print 428
ຂປລ ຂປລ. ນະຄອນຫລວງວຽງຈັນ (ນວ) ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ນິຕິກໍາກ່ຽວຂ້ອງ ໃນວັນທີ 23 ພະຈິກ 2022 ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນເຂົ້າໃຈ ຢ່າງລະອຽດ ຈະແຈ້ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດວຽກງານ ທີ່ຕົນຮັບຜິດຊອບຢ່າງ​ມີ​ປະສິດທິ​ຜົນ

ຂປລ. ນະຄອນຫລວງວຽງຈັນ (ນວ) ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ນິຕິກໍາກ່ຽວຂ້ອງ ໃນວັນທີ 23 ພະຈິກ 2022 ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນເຂົ້າໃຈ ຢ່າງລະອຽດ ຈະແຈ້ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດວຽກງານ ທີ່ຕົນຮັບຜິດຊອບຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ມີ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກຄຸ້ມຄອງ ສັງຫາລິມະຊັບ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີຜູ້ຕາງໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ບັນດາພະແນກການ, ອົງການ ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມີຄຳເຫັນວ່າ: ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ການຄຸ້ມຄອງນໍາໃຊ້ ລົດບໍລິຫານລັດ ຕາມດໍາລັດສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021, ຕ້ອງໄດ້ພ້ອມກັນກວດກາຕີລາຄາ ແລະ ປະເມີນຜົນຄືນນັບ ແຕ່ສູນກາງຮອດທ້ອງ ຖິ່ນທີ່ຕິດພັນກັບການຈັດຕັ້ງ ຜັນຂະຫຍາຍ 2 ວາລະແຫ່ງຊາດ, ໄລຍະຜ່ານມານະຄອນຫລວງວຽງຈັນ  ໄດ້ຖືເອົາວຽກດັ່ງກ່າວ ເປັນບັນຫາສໍາຄັນຂອງອົງຄະນະພັກ ນວ ໂດຍໄດ້ແຕ່ງຕັ້ງຄະນະ ກໍາມະການຮັບຜິດຊອບ ອອກເປັນຂໍ້ຕົກລົງຂອງ ທ່ານເຈົ້າຄອງ ນວ 3 ສະບັບຄື: ເລກທີ 596/ຈນວ ລົງວັນທີ 30 ກໍລະກົດ 2021 ເພື່ອກວດກາເກັບກໍາສະຖິຕິພາຫະນະ ທີ່ມີບັນຊີໃນການຄຸ້ມຄອງຂອງ ນວ ກ່ອນດໍາລັດວ່າດ້ວຍລົດ ຂອງລັດຈະຈັດຕັ້ງປະຕິບັດ, ຈາກນັ້ນ ຈຶ່ງໄດ້ປັບປຸງເປັນຂໍ້ຕົກລົງ ສະບັບເລກທີ 203/ຈນວ, ລົງວັນທີ 9 ມີນາ 2022 ແລະ ສະບັບເລກທີ 590/ຈນວ, ລົງວັນທີ 18 ກໍລະກົດ 2022 ເພື່ອຊີ້ນໍາໃນການກວດກາເກັບກໍາຂໍ້ມູນສະຖິຕິ ແລະ ຄົ້ນຄວ້ານະໂຍບາຍ ການຄຸ້ມຄອງນໍາໃຊ້ ພາຫະນະຂອງລັດທົ່ວ ນວ ແລະ ໄດ້ແຕ່ງຕັ້ງກອງເລຂາຈໍານວນໜຶ່ງ ເພື່ອຊ່ວຍວຽກ ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ, ໄລຍະຜ່ານມາ ໄດ້ເກັບກໍາສະຖິຕິພາຫະນະ ທີ່ຂຶ້ນກັບການຄຸ້ມຄອງຂອງ ນວ (36 ພະແນກການ-ອົງການທຽບເທົ່າ ແລະ 9 ເມືອງ) ໄດ້ທັງໝົດ 1.927 ຄັນ. ໃນນີ້, ລົດໃຫຍ່ຈໍານວນ 861 ຄັນ, ລົດຈັກ 1.066 ຄັນ; ໄດ້ສັງລວມແຍກໃຫ້ເຫັນ ພາຫະນະທີ່ນໍາໃຊ້ເກີນ 10 ປີ, ພາຫະນະທີ່ພະນັກງານ ບໍານານນໍາໃຊ້ຍົກຍ້າຍ ໜ້າທີ່ແລ້ວເອົາໄປນໍາ, ພາຫະນະເປ່ເພໃຊ້ການບໍ່ໄດ້ ແລະພາຫະນະທີ່ຍັງນໍາໃຊ້ຢູ່ ໃນວຽກງານບໍລິຫານຕົວຈິງ. ນອກນີ້, ຍັງໄດ້ຄົ້ນຄວ້າຜັນຂະຫຍາຍ ເພື່ອອອກລະບຽບການ ໃນການຄຸ້ມຄອງ ນໍາໃຊ້ວິຊາການຮັບຜິດຊອບ ໄດ້ເຂົ້າຮ່ວມຝຶກອົບຮົມ ການນໍາໃຊ້ໂປແກຣມ AMIS ເພື່ອກຽມປ້ອນຂໍ້ມູນສະຖິຕິ ພາຫະນະເຂົ້າໃນຖານຂໍ້ມູນ ເພື່ອກຽມຕິດກາໝາຍສະຕິກເກີ້ ໃສ່ລົດບໍລິຫານລັດ ແຕ່ລະຄັນໃນຂັ້ນຕໍ່ໄປ, ນວ ໄດ້ຈັດຕັ້ງຜັນຂະຫຍາຍ ໄດ້ດີສົມຄວນຖ້າທຽບໃສ່ທ້ອງຖິ່ນອື່ນໆ.

ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນເຂົ້າໃຈຢ່າງລະອຽດ, ຈະແຈ້ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດວຽກງານ ທີ່ຕົນຮັບຜິດຊອບ ຈໍາເປັນຕ້ອງໄດ້ຮັບຮູ້-ເຂົ້າໃຈ ຕໍ່ນິຕິກໍາຕ່າງໆ, ຈຶ່ງໄດ້ພ້ອມກັນເຊື່ອມຊຶມ ນິຕິກໍາສໍາຄັນຕ່າງໆ ເປັນຕົ້ນ ດໍາລັດວ່າດ້ວຍລົດລັດ ສະບັນເລກທີ 599/ລບ, ຄໍາແນະນໍາຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ສະບັບເລກທີ 02/ຫສນຍ, ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງແລະ ພ້ອມກັນປະກອບຄໍາເຫັນແລກປ່ຽນ ເພື່ອໃຫ້ເຂົ້າໃຈ ແລະ ພ້ອມກັນນໍາໄປຈັດຕັ້ງ ປະຕິບັດດ້ວຍຄາວມເປັນເອກະພາບ ແລະ ມີປະສິດທິຜົນສູງ.

ໃນວັນດຽວກັນນີ້, ຍັງໄດ້ພິທີຕິດແຜ່ນກາໝາຍ ນໍາໃຊ້ລົດທີ່ມີ QR Codeໃຫ້ແກ່ລົດທີ່ໃຊ້ວຽກງານ ບໍລິຫານ ແລະ ວຽກງານວິຊາສະເພາະ ອີກດ້ວຍ.

ຂ່າວ-ພາບ: ກະຊວງ​ການ​ເງິນ

KPL

ຂ່າວອື່ນໆ

ads
ads

Top