ຂປລ
ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ອົງການອຸຍນີເຊບ ປະຈໍາ ສປປ ລາວ,

ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ໄດ້ສໍາເລັດ ການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ເພື່ອປຶກສາຫາລື ການແກ້ໄຂວິກິດການດ້ານການຮຽນທີ່ເກີດຈາກການລະບາດຂອງ ໂຄວິດ-19 ທີ່ນະຄອນນິວຢອກ ສະຫະ ລັດອາເມລິກາ.
ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ມີຄຳເຫັນໃນກອງປະຊຸມບາງເນື້ອໃນສຳຄັນວ່າ: ການປົກປ້ອງ ເເລະ ຜັນຂະຫຍາຍການລົງທຶນໃນການສຶກສາກ່ອນໄວຮຽນ ເເມ່ນມີຄວາມຮີບດ່ວນຍິ່ງກວ່າທີ່ເຄີຍມີມາກ່ອນ ໃນໄລຍະການເເພ່ລະບາດຂອງພະຍາດ ໂຄວິດ-19 ເເລະ ເມື່ອພວກເຮົາພິຈາລະນາເຖິງຜົນກະທົບຂອງພະຍາດດັ່ງກ່າວ ຕໍ່ການພັດທະນາຂອງເດັກ ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ; ລັດຖະບານ ເເຫ່ງ ສປປ ລາວ ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ການປົກປ້ອງຮັກສາສິດທິ ຕໍ່ການເຂົ້່າເຖິງການສຶກສາ ສຳລັບທຸກຄົນ ແລະ ຢືນຢັນຄືນໃໝ່ ເຖິງຄຳໝັ້ນສັນຍາຂອງລັດຖະບານ ໃນການສະໜັບສະໜູນການຟື້ນຟູການສຶກສາໃນປະເທດ.
ໃນກອງປະຊຸມ, ສປປ ລາວ ຍັງໄດ້ນຳສະເໜີການຖະແຫລ່ງການແຫ່ງຊາດວ່າດ້ວຍການຫັນປ່ຽນການສຶກສາ ເຊັ່ນດຽວກັນ ເຊິ່ງໄດ້ຮັບການພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລືຢ່າງສົມບູນແບບ, ລວມເຖິງກັບບັນດາກະຊວງ ແລະ ຄູ່ຮ່ວມພັດທະນາຕ່າງໆຈົນເຖິງ ຄູອາຈານ ແລະ ນັກຮຽນ. ພາຍຫລັງກອງປະຊຸມສຸດຍອດນີ້, ຈະໄດ້ມີການຕິດຕາມການປະຕິບັດຄຳໝັ້ນສັນຍາແຫ່ງຊາດ ຂອງບັນດາປະເທດຕ່າງໆ, ລວມເຖິງ ສປປ ລາວ ຢ່າງໃກ້ຊິດ.
ທ່ານ ນາງ ເພຍ ເຣເບລໂລ ບີຣໂຕ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ມີພຽງເເຕ່ 1 ໃນ 3 ຂອງຈໍານວນເດັກນ້ອຍໃນທົ່ວໂລກ ທີ່ສາມາດອ່ານປະໂຫຍກ ເເລະ ເຂົ້າໃຈນິທານເເບບພື້ນຖານໄດ້. ປັດຈຸບັນ, ພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລະບົບການສຶກສາໃນທົ່ວໂລກ ເຮັດໃຫ້ເກີດມີວິກິດການດ້ານການຮຽນ ແລະ ໄດ້ສົ່ງຜົນຕໍ່ການຮຽນຮູ້ຂອງເດັກນ້ອຍຫລາຍກວ່າ 90% ຂອງໂລກ. ແນວໃດກໍຕາມການລະບາດຂອງພະຍາດ ໂຄວິດ-19 ຍັງເປັນໂອກາດສໍາລັບພວກເຮົາ ທີ່ຈະຫັນປ່ຽນການສຶກສາ ເເລະ ວິທີການສອນໄປໃນຮູບເເບບໃໝ່, ພ້ອມທັງເສີມສ້າງຄຸນນະພາບຂອງການສຶກສາສໍາລັບທຸກຄົນ.
ການສົນທະນາກອງປະຊຸມນີ້, ໄດ້ສຸມໃສ່ຫ້າຫົວຂໍ້ສໍາຄັນເຊິ່ງປະກອບມີ ໂຮງຮຽນ, ຫລັກສູດ ແລະ ການຮຽນຮູ້ຕະຫລອດຊີວິດ, ຄູອາຈານ, ການຫັນປ່ຽນການຮຽນເເບບດີຈິຕອນ ແລະ ການສະໜັບສະໜູນດ້ານການເງິນສຳລັບການສຶກສາ.
KPL