ຂັນນໍ້າກ້ຽງ ຄຸນຄ່າທາງວັດທະນະທຳຕິດພັນກັບວິຖີຊີວິດ

17/08/2022 11:28
Email Print 1045
ຂປລ ຂັນນໍ້າກ້ຽງ ຫລື ທ້ອງຖິ່ນເອີ້ນ ຊ້ານໍ້າກ້ຽງ ຖືເປັນຜະລິດຕະພັນຫັດຖະກຳທີ່ຂຶ້ນຊື່ ແລະ ມີຄວາມເປັນເອກະລັກ ສະເພາະຂອງຫລວງພະບາງ ໃນສະໄໝບູຮານ.




*ຄົນລາວເປັນຜູ້ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ມີຫົວຄິດປະດິດສ້າງ ມາແຕ່ບູຮານນະການ ມີການອອກແຮງງານ ທີ່ຕິດພັນກັບທຳມະຊາດ ແລະ ວິຖີຊີວິດອັນຈົບງາມ ຊຶ່ງໄດ້ສ້າງແຮງບັນດານໃຈ ແລ້ວຖືກຖ່າຍທອດ ເປັນງານສິລະ ປະຫລາຍຮູບແບບໜຶ່ງ ໃນນັ້ນກໍແມ່ນ ເຄື່ອງຫັດຖະກຳຕ່າງໆ ທີ່ບໍ່ມີຄຸນປະໂຫຍດ ໃນການໃຊ້ສອຍ ທັງຍັງໃຫ້ຄຸນຄ່າ ທາງວັດທະນະທຳ ແລະ ຈິດໃຈ. ນອກນັ້ນຍັງສາມາດ ສ້າງອາຊີບ ແລະ ລາຍຮັບ ໃຫ້ນາຍຊ່າງ ຜູ້ຜະລິດຕື່ມອີກ ໂດຍສະເພາະ ຢູ່ນະ ຄອນຫລວງພະບາງ ບ່ອນທີ່ເປັນອາດີດ ເມືອງຫລວງໃນສະໄໝບູຮານ ເຮັດໃຫ້ມີຮ່ອງຮອຍ ອະລິຍະທຳເກົ່າແກ່ ຢ່າງຫລວງຫລາຍ ແລະ ເປັນແຫລ່ງຮວບຮວມ ເອົາບັນດາສະກຸນ ຊ່າງສີມືດີ ທີ່ໄດ້ສົ່ງທອດ ວິຊາຄວາມຮູ້ ໃຫ້ລູກຫລານ ສືບຕໍ່ກັນມາຈົນ ເຖິງປັດຈຸບັນ.





ຂັນນໍ້າກ້ຽງ ຫລື ທ້ອງຖິ່ນເອີ້ນ ຊ້ານໍ້າກ້ຽງ ຖືເປັນຜະລິດຕະພັນຫັດຖະກຳທີ່ຂຶ້ນຊື່  ແລະ ມີຄວາມເປັນເອກະລັກ ສະເພາະຂອງຫລວງພະບາງ ໃນສະໄໝບູຮານ ຄົນຫລວງພະບາງ ເຊື່ອວ່າເປັນສົມບັດມຸງຄຸນ ຂອງເຈົ້າຂຸນມຸນນາຍ ໂດຍເພິ່ນ ຈະໃຊ້ໃສ່ເບ້ຍ, ໃສ່ເງິນ ຫລື ຊັບສິນມີຄ່າຕ່າງໆ ແລະ ໃຊ້ຫິ້ວເອ້ໄປງານບຸນ ປະເພນີຕ່າງໆ ເພື່ອເສີມບາລະມີ. ມາເຖິງປັດຈຸບັນ, ຂັນນໍ້າກ້ຽງ ບໍ່ໄດ້ຈຳກັດວ່າ ເປັນສົມບັດຂອງ ເຈົ້າໃຫຍ່ນາຍໂຕ ແຕ່ບຸກຄົນທົ່ວໄປ ກໍສາມາດຊົມໃຊ້ໄດ້ ຊຶ່ງສ່ວນຫລາຍ ແມ່ນແມ່ຍ່າແມ່ຍິງ ຈະນິຍົມມາໃສ່ເຄື່ອງ ບຸນຂອງທານ ເວລາຕັກບາດຢາດນໍ້າ ຫລື ໄປວັດວາ. ການເຮັດຂັນ ເຮັດໂອນໍ້າກ້ຽງ ມີຫລາຍຂັ້ນຕອນພິຖີພິຖັນ ເກີນກວ່າຄົນ ທຳມະດາຈະສາມາດ ວິເຄາະໄດ້ດ້ວຍຕາເປົ່າ ນັບແຕ່ການຊອກສີນໍ້າກ້ຽງ ຊຶ່ງເປັນຕົ້ນ ໄມ້ທີ່ມີພິດ ຫາກໃຜຖືກລະອອງເກສອນແລ້ວ ຈະຄັນທີ່ສຸດ, ເມື່ອໄດ້ມາແລ້ວ ກໍມາຜ່ານກຳມາ ວິທີສະເພາະ ເພື່ອໃຫ້ໄດ້ສີທີ່ສວຍງາມ. ຂັ້ນຕອນການ ເຮັດຂັນນຳກ້ຽງ ຕາມແບບພື້ນເມືອງແທ້ໆ ແມ່ນຈະເອົາຂີ້ງົວ ປະສົມກັບດິນໜຽວ ຊະນິດພິເສດ ເພື່ອປັ້ນຫລໍ່ ໃຫ້ໄດ້ຮູບຊົງ ທີ່ແຂງແກ່ນທົນທານ, ສີດຳ ຫລື ສີນໍ້າຕານແກ່ ດ້ານນອກ ໄດ້ຈາກສີນໍ້າກ້ຽງ, ສ່ວນສີແດງດ້ານໃນ ໄດ້ຈາກສີໝາກຮາດ ປະສົມກັບດິນແດງ ຊຶ່ງແມ່ນສີເອກະລັກ ຂອງຂັນນໍ້າກ້ຽງ. ສ່ວນບັນດາລວດລາຍ ຂອງຂັນທີ່ເກີດ ຈາກ ການຕິດຄຳປິວ ຢູ່ພື້ນຜິວຂັນນັ້ນ ບໍ່ໄດ້ສ້າງ ເພື່ອຄວາມສວຍງາມຢ່າງດຽວ ແຕ່ແຝງດ້ວຍ ຄວາມໝາຍເຊັ່ນ: ລາຍບູຮານແທ້ໆ ຈະນິຍົມຮູບແມງກະເບື້ອ ເພາະເປັນຕົວແທນ ໃຫ້ຊື່ສຽງອັນຫອມຫວນ ແລະ ສວຍງາມ, ລາຍໂຕຫອຍ ສະແດງເຖິງ ຄວາມ ຊື່ສັດສຸດຈະລິດ ແລະ ຈິດໃຈດີງາມ. ນອກນັ້ນ ຍັງມີລາຍເຄືອເຂົາ, ຜັກແວ່ນ, ດອກກະດັນງາ ແລະ ອື່ນໆ. 

ປັດຈຸບັນຄວາມຮູ້ໃນການຜະລິດເຄື່ອງຫັດຖະກຳສີນໍ້າກ້ຽງ ຈາກຄົນບູຮານ ໄດ້ຖືກສົ່ງຕໍ່ຈາກຮຸ້ນສູ່ຮຸ້ນ ພ້ອມຍັງສ້າງວຽງເຮັດງານທຳ ໃຫ້ບັນດາຍາດພີ່ນ້ອງ ແລະ ປະຊາຊົນບ້ານໃກ້ຄຽງ ທີ່ສຳຄັນຜະລິດຕະພັນ ຫັດຖະກຳສີນໍ້າກ້ຽງ ຍັງຖືກນຳ ໄປເຜີຍແຜ່ ຕາມງານວາງສະແດງ ສິນຄ້າຫັດຖະກຳ ທັງພາຍໃນ ແລະ ຕ່າງປະເທດໃນຖານະ ເປັນເຄື່ອງຫັດຖະກຳ ທີ່ຂຶ້ນຊື່ຂອງນະຄອນຫລວງພະບາງ.



ໂດຍ: ໄໝຄຳນ້ອມສິນ



KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top