ຂປລ
ຂປລ. ພິທີເຊັນສັນຍາສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ຢູ່ເມືອງອະນຸວົງ, ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງ ແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ກັບບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ

ຂປລ. ພິທີເຊັນສັນຍາສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ຢູ່ເມືອງອະນຸວົງ, ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງ ແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ກັບບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງ, ທ່ານ ຄຳໄພ ສົມຊະນະ ປະທານບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ພ້ອມດ້ວຍພະແນການ, ເຈົ້າເມືອງ 3 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ແມ່ນໄດ້ສຳປະທານດິນລັດ ແລະ ສົ່ງເສີມປະຊາຊົນ ປູກພຶດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ຂອບເຂດພື້ນທີ່ ເມືອງອະນຸວົງ ໃນເນື້ອທີ່ 102 ເຮັກຕາ, ເມືອງທ່າໂທມ 990 ເຮັກຕາ, ເມືອງລ້ອງແຈ້ງ 100 ເຮັກຕາ ແລະ ສົ່ງເສີມປະຊາຊົນ 3.260 ເຮັກຕາ, ຊຶ່ງບໍລິສັດຈະລົງທຶນທັງໝົດ 95 ລ້ານໂດລາສະຫະລັດ, ໄລຍະເວລາສຳປະທານ 50 ປີ. ໃນນັ້ນ, ນະໂຍບາຍຂອງລັດ ທີ່ມີຕໍ່ໂຄງການແມ່ນອີງໃສ່ຍົກເວັ້ນພາສີ, ສ່ວຍສາອາກອນ ແລະ ຄ່າທຳນຽມຕ່າງໆ ສຳລັບການນຳເຂົ້າປັດໄຈ ການຜະລິດ ທີ່ ສປປ ລາວ ບໍ່ຜະລິດເອງໄດ້ ເປັນຕົ້ນ ກົນຈັກກະສິກຳ, ວັດຖຸດິບຕ່າງໆ ພ້ອມທັງຍົກເວັ້ນຄ່າສຳປະທານທີ່ດິນທີ່ລັດຄຸ້ມຄອງ ແລະ ຍົກເວັ້ນອາກອນກຳໄລ ຈາກການບໍລິການ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນຕະພັນກະສິກຳ ໃນໄລຍະ 15 ປີ.
ສຳລັບພັນທະຂອງບໍລິສັດ ພາຍຫລັງໄດ້ຮັບນະໂຍບາຍຄົບຖ້ວນ ຕາມເວລາທີ່ໄດ້ກຳນົດໄວ້ ແມ່ນ ຈະໄດ້ຄິດໄລ່ຄ່າສຳປະທານທີ່ດິນຂອງລັດ ໃນອັດຕາ 5 ໂດລາສະຫະລັດ ຕໍ່ເຮັກຕາຕໍ່ປີ ແລະ ທຸກ 5 ປີ ຄິດໄລ່ເພີ່ມຂຶ້ນ 5% ພ້ອມກັນນີ້ ບໍລິສັດຕ້ອງວາງເງິນຄໍ້າປະກັນ ຈຳນວນ 100.000.000 ລ້ານກີບ, ປະກອບສ່ວນເງິນຄຸ້ມຄອງໂຄງການ 5.000 ໂດລາ ແລະ ເງິນຕິດຕາມທາງດ້ານວິຊາການ 5.000 ໂດລາ ທັງນີ້ກໍເພື່ອເປັນການສ້າງ ວຽກເຮັດງານທຳ ກໍ່ຄື ພັດທະນາຊີວິກການເປັນຢູ່ ຂອງປະຊາ ຊົນຊາວ ແຂວງໄຊສົມບູນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.
KPL