ໄຟຟ້ານໍ້າເທີນ 2 ເພີ່ມການຮ່ວມມືຄົ້ນຄວ້າວິທະຍາສາດ-ສິ່ງແວດລ້ອມ ກັບ ຝຣັ່ງ

27/11/2019 14:59
Email Print 1295
ຂປລ ຂປລ ວັນທີ 26 ພະຈິກ 2019, ທີ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ໂອລີວີເອ ດິດຣີ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າ ນໍ້າເທີນ 2 ແລະ ທ່ານ ເອຣິກ ເດອາໂຣ ຜູ້ຕາງໜ້າສະຖາບັນຄົ້ນ ຄວ້າເພື່ອການພັດທະນາ ແຫ່ງ ສ ຝຣັ່ງ
ຂປລ ວັນທີ 26 ພະຈິກ 2019, ທີ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ໂອລີວີເອ ດິດຣີ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າ ນໍ້າເທີນ 2 ແລະ ທ່ານ ເອຣິກ ເດອາໂຣ ຜູ້ຕາງໜ້າສະຖາບັນຄົ້ນ ຄວ້າເພື່ອການພັດທະນາ ແຫ່ງ ສ ຝຣັ່ງ ໄດ້ຮ່ວມລົງນາມໃນສັນຍາຮ່ວມມືສອງຝ່າຍ ເພື່ອສືບຕໍ່ຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ເຕັກນິກ, ລວມທັງບັນຫາສິ່ງແວດລ້ອມ ເພື່ອຮັບຮູ້ຂະບວນການປ່ຽນແປງ ຂອງລະບົບນິເວດ ໃນເຂດອ່າງໂຕ່ງນ້ຳ ກ່ອນ ແລະ ຫລັງການກໍ່ສ້າງເຂື່ອນໄຟຟ້າ ນ້ຳເທີນ 2.

ບໍລິສັດ ໄຟຟ້າ ນໍ້າເທີນ 2 ແລະ ສະຖາບັນການຄົ້ນຄວ້າ ເພື່ອການພັດທະນາ ແຫ່ງ ສ ຝຣັ່ງ ແລະ ບັນດານັກວິຊາການຄູ່ຮ່ວມງານ ໄດ້ຮ່ວມມືກັນມາແຕ່ປີ 2008 ໃນການຄົ້ນຄວ້າທາງວິທະຍາສາດ ແລະ ການສຶກສາສິ່ງແວດລ້ອມ ທີ່ຫ້ອງວິໄຈນໍ້າເທີນ 2 ທີ່ ເມືອງຍົມມະລາດ ແຂວງຄໍາມ່ວນ. ການຮ່ວມສອງຝ່າຍຄັ້ງນີ້ ກົງກັບຈຸດປະສົງ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 2 ທີ່ຢາກສົ່ງເສີມ ການຄົ້ນຄວ້າດ້ານວິທະຍາສາດ ກ່ຽວກັບລະບົບນິເວດ ຂອງສິ່ງທີ່ມີຊີວິດໃນນໍ້າ ໂດຍການສະໜອງ ວິທີການວິຊາສະເພາະ ອັນເປັນການຮັບຮູ້ ພ້ອມກັບວິໄສທັດຂອງ ສະຖາບັນຄົ້ນຄວ້າເພື່ອການພັດທະນາ ແຫ່ງ ສ ຝຣັ່ງ ວ່າດ້ວຍການມອບຄວາມຮູ້ ທາງດ້ານວິທະຍາສາດ ໃນປະເທດກໍາລັງ ພັດທະນາ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດລະດັບພື້ນຖານ ເພື່ອການພັດທະນາຄວາມສາມາດ ໃຫ້ບຸກຄະລາກອນໃນທ້ອງຖິ່ນ.

     
ການຈັດຕັ້ງປະຕິບັດການຮ່ວມມືຄັ້ງນີ້, ແມ່ນຈະໄດ້ລົງເລິກໃສ່ການຝຶກອົບຮົມ ທາງວິທະຍາສາດ ແລະ ເຕັກນິກ, ລວມທັງການຮ່ວມມືທາງວິທະຍາສາດ ໃນລະດັບພາຍໃນ ແລະ ພາກພື້ນ. ເນື່ອງຈາກ ໃນໄລຍະຜ່ານມາ ໂຄງການກໍ່ສ້າງເຂື່ອນ ໄຟຟ້າຫລາຍແຫ່ງ ໃນສປປ ລາວ ຍັງບໍ່ທັນມີການຄົ້ນຄ້ວາ ແລະ ເອົາໃຈໃສ່ ກ່ຽວກັບບັນຫາການ ປ່ຽນແປງລະບົບນິເວດ. ສະນັ້ນ, ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈຶ່ງໄດ້ສືບຕໍ່ດຳເນີນການ ເພື່ອໃຫ້ກາຍເປັນຕົວແບບ ແກ່ໂຄງການອື່ນໆ ໃນອະນາຄົດ.


ຂ່າວ ວຽງພອນ

KPL

ຂ່າວອື່ນໆ

    • ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມວັດທະນະທຳ-ສັງຄົມ

      ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ

      4/24/2025 2:42:24 PM

      ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ​ໃນວັນທີ 23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      4/24/2025 12:09:59 PM

      ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ 22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

    • ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວວັດທະນະທຳ-ສັງຄົມ

      ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວ

      4/24/2025 10:19:28 AM

      ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍ ເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024ວັດທະນະທຳ-ສັງຄົມ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

      4/22/2025 4:59:06 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວວັດທະນະທຳ-ສັງຄົມ

      ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວ

      4/22/2025 2:41:07 PM

      ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ads
ads

Top