ກຸ່ມບໍລິສັດ ຄຳໄພຊະນະ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

30/09/2019 13:38
Email Print 919
ຂປລ ຂປລ. ໃນວັນທີ 30 ກັນຍາ 2019 ທີ່ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຮັບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຈາກກຸ່ມບໍລິສັດ ຄຳໄພຊະນະ ຈຳນວນ 200 ລ້ານກີບ



ຂປລ. ໃນວັນທີ
30 ກັນຍາ 2019 ທີ່ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຮັບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຈາກກຸ່ມບໍລິສັດ ຄຳໄພຊະນະ ຈຳນວນ 200 ລ້ານກີບ ເພື່ອນໍາໄປຊ່ວຍເຫລືອ ແລະ ມອບໃຫ້ບັນດາແຂວງທີ່ຖືກກະທົບ ຈາກໄພພິບັດນໍ້າຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງລາວ ຕາງໜ້າມອບໂດຍ ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດ ຄຳໄພຊະນະ ໂດຍມີພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້
, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດດັ່ງ ກ່າວ ທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ​ເຊິ່ງເງິນຊ່ວຍເຫລືອດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍ ເຫລືອບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້, ເຊິ່ງການຊ່ວຍເຫລືອດັ່ງກ່າວ ຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຮັດໃຫ້ການແກ້ໄຂ ແລະ ຟື້ນຟູ ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.


ໃນໄລຍະຜ່ານມາໄດ້ມີຫລາຍພາກສ່ວນ ທີ່ໄດ້ນຳເອົາເງິນມາປະກອບສ່ວນຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ ໂດຍຜ່ານ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ປະມານ
17 ຕື້ກວ່າກີບ. ນອກຈາກນີ້ ຍັງມີຜູ້ປະກອບສ່ວນເປັນເຄື່ອງ ອຸປະໂພກ-ບໍລິໂພກເປັນຈຳນວນຫລວງ ແລະ ກໍໄດ້ນຳເອົາວັດຖຸອຸປະກອນ ແລະ ເຄື່ອງຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ປະຊາຊົນຜູ້ທີ່ໄດ້ຮັບ ຜົນກະທົບຈາກໄພ ນ້ຳຖ້ວມ ດັ່ງກ່າວແລ້ວ, ແຕ່ກໍຍັງບໍ່ທັນພຽງພໍ ກັບຄວາມຕ້ອງການ ຂອງພໍ່ແມ່ປະຊາຊົນເປັນຕົ້ນ ເຕັ້ນພັກ​ເຊົາຊົ່ວຄາວ, ເຄື່ອງອຸປະ ໂພກ-ບໍລິໂພກ, ເຂົ້າສານ, ອາຫານ, ນໍ້າດື່ມ-ນ້ຳສະອາດໃຊ້, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ຢາປົວພະຍາດຕ່າງໆ ເພື່ອມາຮັບໃຊ້ໃນຊີວິດປະຈຳວັນ.


ຂ່າວ: ມະນີທອນ
, ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທ

      10/27/2026 9:50:15 AM

      ເມ່ືອບ່ໍດົນມານ້ີ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະກໍາພືດສວນໂລກອຸດອນທານີ,

    • ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊ

      10/27/2026 9:02:21 AM

      ໃນວັນທີ 26 ຕຸລາ 2026, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ເປັນບຸນອອກພັນສາປະ ວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານ ແຂວງຈຳປາສັກ, ພ້ອມດ້ວຍທ່ານ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ.

    • ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມ

      10/26/2026 11:57:59 AM

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ນຳໂດຍ ທ່ານ ນາງ ບຸນກອງ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນດ້ານວຽກງານສື່ມວນຊົນກັບວາລະສານກອມມູນິດຫວຽດນາມ ໃນອາທິດຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໃນໂອກາດເຂົ້າຮ່ວມຝຶກອົບຮົມວຽກງານສື່ມວນຊົນ ໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ.

    • ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນວັດທະນະທຳ-ສັງຄົມ

      ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ

      10/26/2026 11:49:16 AM

      ເທສະການວິຖີຊີວິດ ສ ເກົາຫຼີ ປີ 2026 ຫຼື (Korea Lifestyle Festival 2026) ຈັດຂຶ້ນໃນວັນທີ 23-24 ຕຸລາ 2026 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລີຈອງຮອບ (H.E. Lee Jeong Hyop) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສ ເກົາຫຼີ ປະຈຳ ສປປ ລາວ, ທ່ານ ຈຸນກິວ ປັກ (Mr. Jungwe Park) ຫົວໜ້າຕາງໜ້າອົງການໂຄຕຣາ (KOTRA) ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

ads
ads

Top