ກອງປະຊຸມສາກົນທາງໄກ ກ່ຽວກັບການເຜີ່ຍແຜ່ຂໍ້ມູນ ຂ່າວສານດ້ານສຸຂະພາບ

02/07/2019 10:38
Email Print 1305
ຂປລ ຂປລ. ໃນວັນທີ 1 ກໍລະກົດ 2019, ມູນນິທິ ປີແອຣຟາເບຼີ ( Pierre Fabre ) ຮ່ວມກັບອົງການ ມະຫາວິທະຍາໄລ ທີ່ໃຊ້ ພາ ສາ ຝຣັ່ງ (AUF) ໄດ້ຈັດການ ຖ່າຍທອດສົດ ກອງປະຊຸມ ສາກົນ ທາງໄກປະຈໍາປີ ຜ່ານລະບົບ ວີດີໂອສຕຣິມມິງ ທີ່ໄດ້ ເຜີຍແຜ່ໄປ ທົ່ວໂລກ ເປັນປີທີ 4

ຂປລ. ໃນວັນທີ 1 ກໍລະກົດ 2019, ມູນນິທິ ປີແອຣຟາເບຼີ ( Pierre Fabre ) ຮ່ວມກັບອົງການ ມະຫາວິທະຍາໄລ ທີ່ໃຊ້ພາສາຝຣັ່ງ (AUF) ໄດ້ຈັດການ ຖ່າຍທອດສົດ ກອງປະຊຸມ ສາກົນ ທາງໄກປະຈໍາປີ ຜ່ານລະບົບ ວີດີໂອສຕຣິມມິງ ທີ່ໄດ້ເຜີຍແຜ່ໄປ ທົ່ວໂລກ ເປັນປີທີ 4 ຕິດຕໍ່ກັນທີ່ສູນຂໍ້ມູນຂ່າວ ສານຝຣັ່ງໂກໂຟນວຽງຈັນ (CNF), ມະຫາວິທະຍາໄລ ແຫ່ງຊາດລາວ ພາຍໃຕ້ຫົວຂໍ້ ການຫັນປ່ຽນຍຸດທະສາດສຸຂະພາບ ເພື່ອປະໂຫຍດ ຂອງທຸກໆຄົນ ຈາກການ ສ້າງຄວາມເຂັ້ມແຂງ ດ້ານທັກສະ ດ້ານສຸຂະພາບ ໃນຮູບແບບດິຈິຕອນ ແລະ ການກໍ່ສ້າງ ລະບົບຂໍ້ມູນ ທີ່ມີປະສິດທິພາບ ເພື່ອຕິດຕາມ ແລະ ຮັບຊົມຈາກ 15 ວິທະຍາເຂດ ດິຈິຕອນ ຂອງອົງການ AUF ໃນທົ່ວໂລກ.

ຈຸດປະສົງ ຂອງການຊົມ ຖ່າຍທອດສົດ ຄັ້ງນີ້, ເພື່ອເປີດໂອກາດ ໃຫ້ນັກສຶກສາ, ຄູອາຈານ ແລະ ຜູ້ຊ່ຽວຊານ ໄດ້ມີການຕິດຕາມ ການໂຕ້ວາທີ ໃນກອງປະຊຸມ ດັ່ງກ່າວ, ເພື່ອແບ່ງປັນ ຄວາມຮູ້, ປະສົບການ ພາກສະໜາມ ແລະ ຊ່ວຍສ້າງ ການແລກປ່ຽນ ແບບຈໍາລອງ ຫລື ແບບຈິງ, ລະຫວ່າງຜູ້ທີ່ກ່ຽວ ຂ້ອງ ແລະ ຄູ່ຮ່ວມງານ ທີ່ມີທ່າແຮງ ຂອງລະບົບ ນິເວດສຸຂະພາບ. ໂດຍໄດ້ເຕົ້າໂຮມ ເອົາບັນດາຊ່ຽວ ຊານສາກົນ ແລະ ຜູ້ທີ່ຢູ່ເບື້ອງຫລັງ ຂອງໂຄງການຕ່າງໆ, ບັນດາຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົນ, ກະຊວງຕ່າງໆ, ອົງການທີ່ບໍ່ຂຶ້ນກັບ ລັດຖະບານ, ບັນດາໜ່ວຍງານ ແລະ ບໍລິສັດທີ່ເຄື່ອນໄຫວໃນຂົງ ເຂດສຸຂະພາບເຂົ້າຮ່ວມ. ສ່ວນຢູ່ລາວເຮົາ ມີບັນດານັກສຶກສາ ຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ມີບັນດາຜູ້ຕາງໜ້າສະຖາບັນຄົ້ນຄວ້າ ແລະ ວິໄຈສາກົນຕ່າງໆ ປະຈຳລາວ ແລະ ນັກຄົ້ນຄວ້າ ໃນຂົງເຂດການແພດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ໃນກອງປະຊຸມ ທາງໄກໃນຄັ້ງນີ້. ນັບແຕ່ປີ 2000, ບັນດາປະເທດທີ່ມີລາຍໄດ້ຕ່ຳ ແລະ ປານກາງ ແມ່ນເຫັນດີຮັບຮອງເອົາເຕັກໂນໂລຢີໂດຍສະເພາະເຕັກໂນໂລຊີມືຖື. ໃນຂະນະທີ່ ການເຂົ້າເຖິງ ການຮັກສາສຸຂະພາບ ຍັງເປັນຄວາມກັງວົນທີ່ສໍາຄັນ, ການນໍາໃຊ້ ເຄື່ອງມື ສຸຂະພາບ ທາງດ້ານ ອີເລັກໂທຣນິກ ທີ່ຢູ່ໃນຈຸດຂະໜານ ຂອງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແລະ ການເບິ່ງແຍງດູແລຮັກສາ ກໍແມ່ນລວມຢູ່ໃນຫົວຂໍ້ນີ້.

ອີງຕາມອົງການອະນາໄມໂລກ, ນະວັດຕະກຳແບບດິຈິຕອນ ມີທ່າແຮງ ທີ່ຈະປະກອບສ່ວນ ກັບເປົ້າໝາຍ ຂອງການຄຸ້ມຄອງ ສຸຂະພາບໃນທົ່ວໂລກ. ເຖິງຢ່າງໃດກໍ່ດີ, ຂ່າວສານ ອີເລັກໂຕຣນິກ ດ້ານສຸຂະພາບ ສາມາດ ເອົາຊະນະ ອຸປະສັກ ບາງຢ່າງ ເຊັ່ນ: ຄ່າໃຊ້ຈ່າຍ, ການເຂົ້າເຖິງ ຫລື ຂາດການເບິ່ງ ແຍງດູແລທີ່ມີຄຸນນະພາບ ແລະ ການຂະຫຍາຍຂອບເຂດ ຂອງການບໍລິການທີ່ສະໜອງໃຫ້.

ຂ່າວ-ພາບ: ມະນີທອນ

KPL

ຂ່າວອື່ນໆ

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

    • ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊວັດທະນະທຳ-ສັງຄົມ

      ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊ

      10/30/2026 8:50:20 AM

      ວັນທີ 27 ຕຸລາ 2026, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກກັບແນວລາວສ້າງຊາດແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ.

ads
ads

Top