ຄຳໄພ ສົມຊະນະ ນັກທຸລະກິດແຖວໜ້າ ແຕ່ຮຽນຈົບພຽງ ປ 4

15/03/2019 14:38
Email Print 1593
ຂປລ ມະນຸດໃນໂລກນີ້ຈະເກີດມາເປັນຄົນຈົນ ຫຼື ຄົນລວຍ ມັນບໍ່ແມ່ນບັນຫາສຳຄັນ ແຕ່ມັນຂຶ້ນກັບວ່າເມື່ອຊີວິດກຳ ເນີດຂຶ້ນແລ້ວຈະເຮັດ ແນວໃດໃຫ້ຊີວິດເຮົາ ຢູ່ດີມີຄວາມສຸກ ເຊັ່ນດຽວກັບທ່ານ ຄຳໄພສົມຊະນະ ຊຶ່ງເປັນອີກບຸກຄົນໜຶ່ງ ທີ່ເກີດໃນຄອບຄົວທຸກ ຍາກມີອາຊີບ ພຽງເຮັດໄຮ່ໃສ່ນາ ຢູ່ຊົນນະບົດສອກຫຼີກ ແຕ່ເພີ່ນກໍບໍ່ຍອມທໍ້ຖອຍຕໍ່ໂຊກຊາຕາດັ່ງກ່າວ ຜ່ານຜ່າບັນຫາ ດ້ວຍຈິດໃຈອົດທົນສູ້ຊົນ ດ້ວຍຕົ້ນທຶນ ແລະລະດັບການສຶກສາຕໍ່າ ຈົນສາມາດພິກປີ້ນຊີວິດກ້າວຂຶ້ນມາເປັນນັກທຸລະກິດລະດັບແຖວໜ້າຂອງເມືອງລາວ ທີ່ຫຼາຍໆຄົນອາດຈະໄດ້ເຄີຍຍີນຊື່ສຽງນຽງນາມຂອງເພີ່ນແນ່ແລ້ວ







     *ມະນຸດ ໃນໂລກນີ້ ຈະເກີດມາ ເປັນຄົນຈົນ ຫຼື ຄົນລວຍ ມັນບໍ່ແມ່ນ ບັນຫາສຳຄັນ ແຕ່ມັນຂຶ້ນ ກັບວ່າ ເມື່ອຊີວິດ ກຳເນີດຂຶ້ນແລ້ວ ຈະເຮັດແນວໃດ ໃຫ້ຊີວິດເຮົາ ຢູ່ດີມີ ຄວາມສຸກ ເຊັ່ນດຽວ ກັບທ່ານ ຄຳໄພ ສົມຊະນະ ຊຶ່ງເປັນອີກ ບຸກຄົນໜຶ່ງ ທີ່ເກີດໃນ ຄອບຄົວ ທຸກຍາກ ມີອາຊີບ ພຽງເຮັດໄຮ່ ໃສ່ນາ ຢູ່ຊົນນະບົດ ສອກຫຼີກ ແຕ່ເພີ່ນ ກໍບໍ່ຍອມທໍ້ ຖອຍຕໍ່ໂຊກຊາ ຕາດັ່ງ ກ່າວຜ່ານຜ່າ ບັນຫາ ດ້ວຍຈິດໃຈ ອົດທົນສູ້ຊົນ ດ້ວຍຕົ້ນທຶນ ແລະ ລະດັບການ ສຶກສາຕໍ່າ ຈົນສາມາດ ພິກປີ້ນ ຊີວິດກ້າວຂຶ້ນ ມາເປັນ ນັກທຸລະກິດ ລະດັບ ແຖວໜ້າ ຂອງເມືອງລາວ ທີ່ຫຼາຍໆ ຄົນອາດ ຈະໄດ້ເຄີຍຍີນ ຊື່ສຽງນຽງນາ ມຂອງເພີ່ນ ແນ່ແລ້ວ.


ທ່ານ ຄຳໄພ ສົມຊະນະ ປະທານ ກຸ່ມບໍລິສັດ ຄຳໄພ ຊະນະ ຈຳກັດຜູ້ດຽວ ເລົ່າປະສົບ ການຊີວິດ ກ່ອນຈະມາ ເຖິງຈຸດນີ້ ໄດ້ວ່າ: ຕົນເອງ ແມ່ນເກີດ ໃນຄອບຄົວ ພໍ່ແມ່ ຊາວໄຮ່ຊາວນາ ແລະ ຊາວສວນ ທີ່ທຸກຍາກ ທີ່ສຸດ ໃນຂອດເຂດ ຫ່າງໄກສອກຫຼີກ ຮຽນກໍບໍ່ສູງ ຈົບພຽງ ປ 4 ບໍ່ມີ ໃບປະກາດ ຈົບການສຶກສາ ຈາກການລີ່ງ ເຫັນຄວາມ ລຳບາກ ຂອງຊີວິດ ທຳມາຫາກິນ ດ້ວຍເຫື່ອ ແຮງທີ່ ພໍ່ແມ່ ປະຕິບັດ ມາຫຼາຍ ເຊັ່ນຄົນ ກໍພໍແຕ່ກຸ້ມ ຢູ່ກຸ້ມກິນ ຫຼັງເຕີຍໃຫຍ່ ສ້າງຄອບຄົວ ຈື່ງໄດ້ຕັດ ສິນໃຈໜີ ຈາກບ້ານ ທີ່ເຄີຍຢູ່ອູ່ ທີ່ເຄີຍນອນ ເມືອງແກ້ວອຸດົມ ແຂວງວຽງຈັນ ມາສູ້ຊີວິດ ຢູ່ນະຄອນ ຫຼວວຽງຈັນ.


ຊີວິດທຳອິດ ໃນຕົວໃຫຍ່ ທີ່ມີຜູ້ຄົນ ຈາກຫຼາກຫຼາຍ ທ້ອງຖີ່ນ ມາຢູ່ໂຮມກັນ ການແກ້ງແຍ້ງ ແຂ່ງຂັນ ທຳມາຫາກິນ ແມ່ນມີສູງ ເບື້ອງຕົ້ນ ດ້ວຍທຶນຮອນ ບໍ່ມີໄດ້ໄປຮຽນຕີ ເງິນຕີຄຳເປັນ ພໍ່ຄ້ານ້ອຍໆ  ຮັບເຄື່ອງ ນຸ່ງຫົ່ມມືສອງ, ແປ້ງນົມ, ເກີບ, ເປັດ, ໄກ່ ໝາກໄມ້  ແລະ ເຄື່ອງໃຊ້ສອຍ ຕ່າງໆ ຕາມເງິນທຶນ ທີ່ມີ ໄປຍ່າງເລາະ ຂາຍຢູ່ ຊົນນະບົດ ຫ່າງໄກສອກຫຼີກ ໃນຕ່າງແຂວງ ເປັນຕົ້ນແມ່ນ ທາງພາກເໜືອ ທີ່ພໍ່ຄ້າມື ໃຫຍ່ໄປບໍ່ຮອດ ຂຶ້ນພູລົງ ຫ້ວຍທຸລະ ກັນດານ ພໍເກັບຫ້າ ເກັບສີບມາລ້ຽງ ຄອບຄົວ.


ຫຼັງຈາກເຮັດ ແນວນັ້ນຕໍ່ ເນື່ອງມາ 3-4 ປີກໍສາມາດ ທ້ອນເງີນ ໄດ້ຈຳນວນ ໜື່ງປີ 1990 ໄດ້ເຮັດສ້າງ ໂຮງຊອຍ ໄມ້ນ້ອຍໆ ມີຊ່າງ 1 ຄົນ ກຳມະກອນ 2 ຈັກຊອຍ 3 ແຮງມ້າ ເຮັດມາ 2-3 ປີ ກໍເປີດ ຮ້ານຂາຍໄມ້ ແປຮູບ ນ້ອຍໆ ຄວບຄູ່ກັນໄປ ໃນ ປີ 1998 ແລ້ວຈື່ງມາເປີດ ເປັນບໍລີສັດ ຄຳໄພ ຊະນະ ແລ້ວຈື່ງກ້າວມາ ເປັນກຸ່ມ ບໍລິສັດ ຄຳໄພ ຊະນະຈຳກັດ ຜູ້ດຽວ ໃນເວ ລາຕໍ່ມາ.

ທ່ານ ຄຳໄພ ສົມຊະນະ ເລົ່າຕື່ມວ່າ: ນັບແຕ່ນັ້ນ ກຸ່ມບໍລິສັດ ໄດ້ມີການ ຂະຫຍາຍ ທຸລະກິດອອກ ໄປຕື່ມເປັນ 10 ກວ່າກິດຈະການ ເປັນຕົ້ນແມ່ນ ກ່ຽວກັບ ເຄຫາສະຖານ ຂົວທາງ  ແລະ ຊົນລະປະທານ, ຄອນກຣີດແຫຼວ ແລະ ຜະລິດ ຕະພັນ ຄອນກຣີດ, ໂຮງງານ ຜະລິດ ເຟີນິເຈີ,  ແລະ ຜະລິດຕະພັນ ໄມ້ຕົກແຕ່ງ ພາຍໃນ ແລະ ນອກເຄຫາ ສະຖານ, ຕອກເຈາະ ແລະ ອັດເສົາເຂັມ ທຸກປະເພດ, ບໍລິສັດ ຄຳໄພ ຊະນະ ປູກໄມ້ ແລະ ຟາມຄົບວົງຈອນ, ບໍລິການ ທ່ອງທ່ຽວ ແລະຣີສອດ ແລະ ກິດຈະການ ອື່ນໆອີກ.

ມາຮອດປີ ນີ້ກໍຄົບຮອບ 20 ປີພໍດີ ຊຶ່ງມີການ ຈັດສະເຫຼີມ ສະຫຼອງ ຄົບຮອບ ວັນສ້າງຕັ້ງ ຢ່າງຍີ້ງໃຫຍ່ ໃນວັນທີ 22 ກຸມພາ ຜ່ານມາ ໄປພ້ອມ ກັບການ ເປີດຫ້ອງການ ໃໝ່ສູງ 10 ກວ່າຊັ້ນ ທີ່ບ້ານ ທົ່ງສ້າງນາງ ນະຄອນ ຫຼວງວຽງຈັນ ທ່ານປະທານ ກຸ່ມບໍລິສັດ ຄຳໄພ ຊະນະ ຈຳກັດຜູ້ດຽວ ເລົ່າຕື່ມວ່າ: ຊີວິດມາ ເຖິງຈຸດນີ້ ໄດ້ແມ່ນ ລຳບາກສາຫັດ ແຕ່ດ້ວຍ ຈິດໃຈ ອັນກ້າ ແກ່ນອົດທົນ ເຮັດແທ້ ທຳຈິງ ທຸກສີ່ງຢ່າງ ທີ່ເຮັດຈື່ງດຳເນີນ ໄປໄດ້ດີ ເຖິງຕົ້ນທຶນ ຊີວິດ ແລະ  ລະດັບການ ສຶກສາຈະມີ ນ້ອຍກໍບໍ່ໄດ້ ເປັນອຸປະສັກ ແລະ ກໍບໍ່ໄດ້ ວັດຕໍ່ການ ດຳເນີນ ທຸລະກິດ ຂອງຄຳໄພ ຊະນະ ຈື່ງສອດຄ່ອງ ກັບຄຳເວົ້າ ຂອງແມ່ເຖົ້າ ເພີ່ນໄດ້ວ່າ ໄວ້ເມື່ອ 30 ປີກ່ອນວ່າ ເພີ່ນຂີ່ຊ້າງ ເຮົາຂີ່ແມວ ບຸນແມວ ມີຈື່ງຈະໄປເຖິງ ພຽງຊ້າງ.

ຂະນະທີ່ ໃນຕໍ່ໜ້າທ່ານ ຄຳໄພ ສົມຊະນະ ໄດ້ວາງຫຼາຍ ວິໄສທັດ ໃນການ ພັດທະນາ ເປັນຕົ້ນແມ່ນ ຈະປັບປຸງ ວຽກທີ່ຍັງ ບໍ່ໄດ້ມາດ ຕະຖານ ຂອງການ ກໍ່ສ້າງເຄຫາ, 2 ເນັ້ນຜະລິດ ກະສິກຳ ເປັນສິນຄ້າ ສົ່ງອອກດ້ວຍ ການສົ່ງເສີມ ປະຊາຊົນ ມີສ່ວນຮ່ວມ ມີອາຊີບ ແລະ ລາຍໄດ້, 3 ເນັ້ນໃສ່ ຕ້ອງພັດທະນາ ທ່ອງທ່ຽວ ແບບຍືນຍົງ ສີຂຽວຮ່ວມ ກັບການສ້າງ ອາຊີບ ປະຊາຊົນ, 4 ເນັ້ນສັງ ຫາລິມະຊັບ ແລະ 5 ຈະສ້າງ ຫ້ອງວາງ ສະແດງ ສິນຄ້າ ເຟີນິເຈີ ເພື່ອຮັບຊື້ ຈາກໂຮງງານ ຕ່າງໆ ໃນທົ່ວປະເທດ ໂດຍຈະຈັດໃສ່ ແຫຼ່ງທ່ອງທ່ຽວ ທຳມະຊາດ ຕາດຊອນ



KPL

ຂ່າວອື່ນໆ

    • ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026ເສດຖະກິດ

      ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

      10/26/2026 12:19:03 PM

      ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພລັດ (T-Plus), ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ໃນງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ທີ່ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຜ່ານມາ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

ads
ads

Top