ສປ ຈີນ-ອິນໂດເນເຊຍ ຈະຈັດການຊ້ອມຮົບ ຮ່ວມກອງທັບບົກ ເພື່ອຕ້ານການກໍ່ການຮ້າຍ

27/10/2026 14:13
ຂປລ ລະຫວ່າງ ທ້າຍເດືອນຕຸລາ ຫາຕົ້ນເດືອນພະຈິກປີນີ້, ກອງທັບຈີນ ແລະ ອິນໂດເນເຊຍ ຈະຈັດການ ຊ້ອມຮົບຮ່ວມ ກອງທັບບົກເພື່ອຕ້ານການກໍ່ການຮ້າຍ ຢູ່ແຂວງກວາງຕຸ້ງຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກະຊວງປ້ອງກັນປະເທດຈີນ ປະກາດໃນວັນທີ 26 ຕຸລານີ້ວ່າ: ລະຫວ່າງ ທ້າຍເດືອນຕຸລາ ຫາຕົ້ນເດືອນພະຈິກປີນີ້, ກອງທັບຈີນ ແລະ ອິນໂດເນເຊຍ ຈະຈັດການ ຊ້ອມຮົບຮ່ວມ ກອງທັບບົກ ເພື່ອຕ້ານການກໍ່ການຮ້າຍ ຢູ່ແຂວງກວາງຕຸ້ງຂອງ ສປ ຈີນ. ການຊ້ອມຮົບຮ່ວມຄັ້ງນີ້ ຖືເອົາການເຄື່ອນໄຫວກອບກູ້ ແລະ ຕ້ານການກໍ່ການຮ້າຍຮ່ວມ ກັນຢູ່ເຂດພູດອຍ ເປັນຫົວຂໍ້, ຈະດໍາເນີນການຝຶກຊ້ອມ ດ້ານຕ່າງໆ ເປັນຕົ້ນແມ່ນ ການປະຕິບັດ ການຢູ່ເທິງພູ, ການໃຊ້ຍານພາຫະນະພິເສດ, ການຢ່ອນເຊືອກລົງຈາກ ເຮລິກົບແຕ ແລະ ອື່ນໆ. ນີ້ແມ່ນເທື່ອທີ 3 ທີ່ ສປ ຈີນ ແລະ ອິນໂດເນເຊຍ ດໍາເນີນການຊ້ອມຮົບ ຮ່ວມດັ່ງກ່າວ ເຊິ່ງມີຜົນດີຕໍ່ການລົງເລິກ ການແລກປ່ຽນ ແລະ ການຮ່ວມມືຕິດແທດຕົວຈິງ ລະຫວ່າງ ສອງກອງທັບ ຢ່າງຕໍ່ເນື່ອງ ແລະ ຍົກລະດັບຄວາມ ສາມາດໃນ ການເຄື່ອນໄຫວ ຮ່ວມຂອງສອງກອງທັບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top