90 ປີໄຊຊະນະຂອງກອງທັບແດງຈີນ: ບົດຮຽນປະຫວັດສາດສູ່ມິດຕະພາບລາວ-ຈີນ

19/10/2026 10:11
Email Print 316
ຂປລ ໄຊຊະນະການເຄື່ອນທັບທາງໄກ (Long March) ຂອງກອງທັບແດງຈີນ. ນີ້ບໍ່ພຽງເປັນວັນລະນຶກ ປະຫວັດສາດ ຂອງຈີນເທົ່ານັ້ນ ແຕ່ເປັນແວ່ນແຍງອັນໃສແຈ້ງ ພິສູດຮາກຖານຂອງມິດຕະພາບລາວ-ຈີນທີ່ເດີນທາງມາຮອດ 65 ປີເຊັ່ນກັນ.

ຂປລ.ວັນທີ 22 ຕຸລາ 2026 ແມ່ນວັນຄົບຮອບ 90 ປີ ເປັນເຫດການທີ່ປ່ຽນ ປະຫວັດສາດຈີນ ໃນສະຕະວັດທີ 20 ຄື: ໄຊຊະນະການ ເຄື່ອນທັບທາງໄກ (Long March) ຂອງກອງທັບແດງຈີນ. ນີ້ບໍ່ພຽງເປັນວັນລະນຶກ ປະຫວັດສາດຂອງຈີນ ເທົ່ານັ້ນ ແຕ່ເປັນແວ່ນແຍງອັນໃສແຈ້ງ ພິສູດຮາກຖານ ຂອງມິດຕະພາບລາວ-ຈີນທີ່ເດີນ ທາງມາຮອດ 65 ປີເຊັ່ນກັນ.

ເດືອນຕຸລາ 1934, ກອງທັບແດງຈີນ ຕ້ອງອອກຈາກຖານທີ່ໝັ້ນຈຽງຊີ ເພື່ອຝ່າວົງລ້ອມ ຂອງກອງທັບຂຸນເສິກກົກມິນ ຕັງທີ່ດັກສະກັດ ແລະ ເຂັ່ນຂ້າຢ່າງບໍ່ລົດລະ. ການເດີນ ທາງອັນຍາວໄກເຖິງ 12,000 ກວ່າກິໂລແມັດຜ່ານແມ່ນໍ້ານ້ອຍ-ໃຫຍ່, ພູຫິມະ, ທົ່ງຫຍ້າທຸລະກັນດານ ໄດ້ເຮັດໃຫ້ມີການປ່ຽນແປງ ສຳຄັນທາງປະຫວັດສາດ 2 ຈຸດຄື: ວັນທີ 9 ຕຸລາ 1936, ກອງທັບແດງທີ 1 ແລະ ທີ 4 ເຕົ້າໂຮມກັນ; ວັນທີ 22 ຕຸລາ 1936, ກອງທັບແດງທີ 2 ເຕົ້າໂຮມກັບກໍາລັງຫລັກທີ 1 ທີ່ຈຽງໄຖ້ປາວ (Jiangtaibao) ເຂດໜິງເຊ້ຍໃນປັດຈຸບັນ. ນີ້ຖືເປັນການ ປະຊຸມຄັ້ງສຸດທ້າຍ ປະກາດໄຊຊະນະ ການເຄື່ອນທັບທາງໄກ.

ເຫດການນີ້ ສະແດງໃຫ້ເຫັນວ່າ: ຄຸນຄ່າບໍ່ໄດ້ຢູ່ທີ່ໄຊຊະນະ ທາງທະຫານ ແຕ່ຢູ່ທີ່ບົດຮຽນ 3 ຢ່າງ: ຮັກສາກໍາລັງຫລັກໄວ້ໄດ້ ທ່າມກາງວິກິດ, ປັບຕົວເຂົ້າກັບສະພາບທີ່ປ່ຽນແປງ ແລະ ຍຶດໝັ້ນເປົ້າໝາຍເຖິງວ່າ ຂາດເຂີນອາວຸດ-ອາຫານ, ນີ້ຄືຈິດໃຈເສຍສະຫລະ ອັນກ້າຫານຂອງ “ກອງທັບວິລະຊົນຈີນ” ທີ່ໄດ້ຮັບການສຶກສາ ຮຽນຮູ້ຈົນເຖິງປັດຈຸບັນ.

ເຖິງແມ່ນວ່າການເຄື່ອນ ທັບທາງໄກ 1934 ເປັນເຫດການພາຍໃນ ປະຫວັດສາດຈີນ ແຕ່ດ້ວຍເຫດຜົນທາງກົງ ແລະ ທາງອອ້ມອ້າງອີງ ຈາກຫລາຍແຫລ່ງຂໍ້ມູນ ຢືນຢັນວ່າ ການໄດ້ຮັບຊະນະ ຂອງກອງທັບແດງຈີນ ຄັ້ງນັ້ນໄດ້ກາຍເປັນຂີດໝາຍ ສໍາຄັນໃຫ້ແກ່ການ ຄໍ້າປະກັນຄວາມໝັ້ນຄົງ ແລະ ເປັນກໍາແພງຕ້ານ ການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ ບຸກເຂົ້າລາວ ເຊິ່ງຖືໄດ້ວ່າຮາກຖານ ມິດຕະພາບລາວ-ຈີນຕະຫລອດ 65 ປີບໍ່ໄດ້ຢືນຢັນພຽງສັນຕິພາບ, ຄວາມສະຫງົບສຸກ, ການເຕີບໃຫຍ່ດ້ານເສດຖະເສດຖະກິດ ຜ່ານທາງເສັ້ນ ທາງລົດ ໄຟລາວ-ຈີນເທົ່ານັ້ນ ແຕ່ຄູ່ຮ່ວມຊາຕາກໍາລາວ-ຈີນຄືສັກຂີພິຍານ ໝັ້ນຄົງຂະໜົງແກ່ນຍາວນານ.

ຖ້າຫວນຄືນຈິດໃຈໄຊຊະນະ ການເຄື່ອນທັບທາງໄກ (Long March) ຂອງກອງທັບແດງຈີນ, ພວກເຮົາບໍ່ສາມາດເບິ່ງຂ້າມໄດ້ອີກຈຸດໜຶ່ງ ສໍາຄັນທາງປະຫວັດສາດ ທີ່ໜ້າຄົ້ນຫາຂອງ ທ່ານ ຫວັງ ຢົງເຈີງ ອະດີດນັກຮົບຈີນ ຊ່ວຍລາວຕ້ານພວກຈັກກະພັດ ລ່າເມືອງຂຶ້ນ, ຕາງໜ້າໃຫ້ນັກຮົບເກົ່າຈີນ ຂຶ້ນກ່າວໃນພິທີປາຖະກະຖາ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນ ການທູດລາວ-ຈີນຄົບຮອບ 65 ປີ ໃນວັນທີ 24 ເມສາ 2026 ຜ່ານມາ ທີ່ນະຄອນຫລວງວຽງຈັນ ເຊິ່ງ ທ່ານໄດ້ຫວນຄືນ ບັນທຶກຄວາມຊົງຈໍາ ໂດຍມີເນື້ອໃນວ່າ: “ໃນຊຸມປີ 60-70, ກອງທັບ ແລະ ປະຊາຊົນຈີນ ໄດ້ສະໜັບສະໜູນ ພາລະກິດປະຕິວັດ ແລະ ການປົດປ່ອຍຊາດລາວ, ນັກຮົບຈີນຫລາຍກວ່າ 200 ສະຫາຍໄດ້ເສຍສະຫລະຊີວິດ ຢູ່ດິນແດນແຫ່ງນີ້ທີ່ເຂົາເຈົ້າ ໄດ້ໃຊ້ຊີວິດ ສ້າງເປັນ ອະນຸສາວະລີ ແຫ່ງມິດຕະພາບ ຈີນ-ລາວທີ່ບໍ່ມີວັນຫລົງລືມ”.

ປີ 1962-1978, ເພື່ອສະໜັບສະໜູນ ພາລະກິດປະຕິວັດ ຂອງປະຊາຊົນລາວ ໃນການປົກປັກຮັກສາ ເອກະລາດແຫ່ງຊາດ ແລະ ຕ້ານການຮຸກຮານ ຈາກພາຍນອກ, ຕາມຂໍ້ຕົກລົງ ຂອງສອງປະເທດ, ຈີນໄດ້ສົ່ງກອງພັນ ທະຫານຊ່າງແສງ 18 ກອງພັນ ແລະ ກອງພັນກຳມະກອນ 3 ກອງພັນ ເຂົ້າສູ່ປະເທດລາວ ເພື່ອປະຕິບັດໜ້າທີ່ກໍ່ສ້າງທາງ, ໂດຍກໍ່ ສ້າງສຳ ເລັດຍາວ 822 ກິໂລແມັດ, ກໍ່ຄືເສັ້ນທາງເລກ 13 ເໜືອທີ່ຍັງນໍາໃຊ້ຢູ່ລາວ ໃນປັດຈຸບັນ. ນີ້ຄືເສັ້ນທາງແຫ່ງມິດຕະພາບ ແລະ ເສັ້ນທາງແຫ່ງຊີວິດ ທີ່ກອງທັບ ແລະ ປະຊາຊົນຈີນ- ລາວໄດ້ຄຽງ ບ່າຄຽງໄຫລ່ ກັນກໍ່ສ້າງຂຶ້ນດ້ວຍເລືອດເນື້ອ ແລະ ເຫື່ອແຮງ.

ທ່ານ ຫວັງ ຢົງເຈີງຍັງໄດ້ເລົ່າເລື່ອງ ບັນທຶກໄວ້ໃນຄວາມຊົງຈໍາ ໃນວັນທີ 6 ກັນຍາ 1968ຢູ່ເມືອງຮຸນ ແຂວງອຸດົມໄຊວ່າ:  ໜ່ວຍສໍາຫລວດຊຸດທຳອິດ ຂອງຈີນຖືກເຮືອບິນ ຂອງພວກຈັກກະພັດໂຈມຕີ ເຮັດໃຫ້ 13 ສະຫາຍຕ້ອງເສຍສະຫຼະຊີວິດ ເພື່ອເປີດທາງໃຫ້ກຳລັງໃຫຍ່; ເດືອນກັນຍາ ປີ 1977 ຢູ່ຈຸດເສັ້ນທາງ 270 ກມ, ສາຍໃໝ່ຕາເວັນອອກ: ຮ່ອມພູເລິກ 200 ແມັດ ແຕ່ທະຫານຈີນ ໃຊ້ເຊືອກມັດແອວຫ້ອຍໂຕ ລະເບີດໜ້າຜາບຸກເບີກທາງໂດຍເຮັດວຽກທັງເວັນ-ຄືນຈົນສໍາເລັດ ແລະ ກອງຮ້ອຍ 13 ກອງພັນ 727 ໄດ້ຮັບຫລຽນໄຊແຮງງານຊັ້ນ I ຈາກສະຫາຍ ໄກສອນ ພົມວິຫານດ້ວຍຕົນເອງ; ຂົວນ້ຳອູຢູ່ເສັ້ນທາງຈຸດ 200 ກມ: ສອງຝັ່ງເປັນຜາສູງຕ່າງລະດັບ 900 ແມັດ, ນໍ້າໄຫລແຮງ ຈີນໃຊ້ເຕັກນິກໃໝ່ ສ້າງຂົວຍາວ 256 ແມັດ ສໍາ ເລັດ ກ່ອນກໍານົດ ໃນເດືອນມີນາ 1978 ຍັງໃຊ້ຮອດປັດຈຸບັນ; ໃນບັ້ນຮົບປ້ອງກັນ ການກໍ່ສ້າງຕາມເສັ້ນທາງ ແລະ ຂົວຕ່າງໆໃນລາວ: ກອງທັບປືນໃຫຍ່ຕ້ານ ອາກາດຂອງຈີນ ໄດ້ເຂົ້າຮ່ວມ ສູ້ຮົບທັງໝົດ 95 ຄັ້ງ, ຍິງຍົນຮົບສັດຕູຕົກ 35 ລໍາ ແລະ ເຮັດໃຫ້ໄດ້ຮັບ ຄວາມເສຍຫາຍ 24 ລໍາ ແລະ ອື່ນໆ.

ຈາກການເດີນທາງ 12,000 ກວ່າກິໂລແມັດ ຂອງກອງທັບແດງຈີນປູພື້ນຖານ ທີ່ເປັນ ມູນ ເຊື້ອດີງາມຂອງສອງຊາດລາວ-ຈີນພິສູດໃຫ້ເຫັນ ຄວາມຈິງມິດຕະພາບບໍ່ໄດ້ ມີແຕ່ ເສຍສະຫຼະເລືອດເນື້ອ ເພື່ອຜືນແຜ່ນດິນອັນຄົບຖ້ວນ ແລະ ສັນຕິພາບຍືນຍົງເທົ່ານັ້ນ ຫາກຍັງກ້າວສູ່ເສັ້ນທາງ ພັດທະນາແຫ່ງຍຸກສະໄໝໃໝ່.

ມື້ນີ້ລາວ-ຈີນເຊື່ອມຍົງເຊື່ອມຈອດກັນ ດ້ວຍທາງລົດໄຟ, ຍອດການລົງທຶນສະສົມ ຂອງຈີນຢູ່ລາວມີເຖິງ 900 ກວ່າໂຄງການ, ມີມູນຄ່າຫລາຍກວ່າ 18 ຕື້ໂດລາ ແລະ ຈີນເປັນຜູ້ລົງທຶນ ຕ່າງປະເທດອັນດັບທີ 1 ໃນລາວ; ມູນຄ່າການຄ້າສອງສົ້ນຮ່ວມກັນປະມານ 9 ຕື້ໂດລາເປັນອັນດັບທີ 1 ຂອງການຄ້າຕ່າງປະເທດລາວ, ລົດໄຟ ລາວ-ຈີນ ນັບແຕ່ເປີດບໍລິການແຕ່ປີ 2021 ຮອດ 7 ຕຸລາ 2026 ໄດ້ຂົນສົ່ງສິນຄ້າສາກົນໄດ້ 25,000 ກວ່າຖ້ຽວ, ຄິດເປັນຈຳນວນສິນຄ້າຫຼາຍກວ່າ 20  ລ້ານໂຕນ, ມູນຄ່າສະສົມເກີນ 100 ຕື້ຢວນ (14 ຕື້ໂດລາ) ເພີ່ມຂຶ້ນສະເລ່ຍ 24%.

       ບົດຮຽນຈາກໄຊຊະນະ ການເຄື່ອນທັບທາງໄກ (Long March) ຂອງກອງທັບແດງຈີນ ທີ່ໃຊ້ໄດ້ກັບລາວ-ຈີນ ມື້ນີ້ຄື: 1).ຮັກສາກຳລັງຫລັກຄື ຮັກສາປະຊາຊົນ: ເຄີຍຂາດ ອາຫານ-ອາວຸດ ມື້ນີ້ຕ້ອງຮັກສາຄວາມ ໝັ້ນຄົງດ້ານຄວາມສະຫງົບ, ສະບຽງ-ພະລັງງານ; 2). ເສັ້ນທາງຍາກຕ້ອງເປີດເອງ: ເຄີຍເປີດທາງຜ່ານພູຫິມະ ແລະ ຜ່າວົງປິດລ້ອມ ສັດຕູນັບບໍ່ຖ້ວນ ມື້ນີ້ເປີດຜ່ານເສັ້ນທາງ ຄູ່ຮ່ວມມືຊາຕາກໍາລາວ-ຈີນໝັ້ນຄົງ ຍາວນານ ແລະ ເຮັດໃຫ້ໝາກຜົນ ການຮ່ວມມືຈະເລີນງອກງາມຢ່າງບໍ່ຢຸດຢັ້ງ ແລະ 3). ການລະນຶກ 90 ປີ ຈຶ່ງບໍ່ແມ່ນການ ສະເຫລີມ ສະຫລອງ ສົງຄາມ ແຕ່ແມ່ນໂອກາດ ໃຫ້ຄົນຮຸ່ນໃໝ່ ເຂົ້າໃຈວ່າ: ປະຫວັດສາດ ບໍ່ແມ່ນແຕ່ຄວາມຊົງຈຳ ແຕ່ເປັນບົດຮຽນທີ່ສອນວ່າ ມິດຕະພາບທີ່ແທ້ຈິງບໍ່ໄດ້ສ້າງ ດ້ວຍຄວາມເວົ້າ ຫລື ວະລີອັນມ່ວນຫູຊື່ໆ ແຕ່ສ້າງດ້ວຍການເດີນທາງ ຮ່ວມກັນຕາມອຸດົມການ ສັງຄົມນິຍົມຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top