ຄຸນງາມຄວາມດີທີ່ເປັນອະມະຕະຂອງສະຫາຍ ກິມ ອິນ ຊຸງ ປະທານປະເທດຕະຫລອດການຂອງ ສປປ ເກົາຫລີ

20/04/2026 13:40
Email Print 83
KPL - Asean 2024 *ໃນວັນທີ 15 ເມສາ ຂອງທຸກໆປີ, ປະຊາຊົນເກົາຫລີ ສະເຫລີມສະຫລອງ ວັນເກີດຂອງສະ ຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ຢ່າງສະຫງ່າງາມ. ເນື່ອງໃນໂອກາດວັນເກີດຂອງສະຫາຍ ກິມ ອິນ ຊຸງ ຄົບຮອບ 114 ປີ

(ເນື່ອງໃນໂອກາດວັນເກີດຂອງ​ ​ ສະຫາຍ ກິມອິນຊຸງຄົບຮອບ​ 114 ປີ 15/04/1912​- 15/04/2026)

 

*ໃນວັນທີ 15 ເມສາ ຂອງທຸກໆປີ, ປະຊາຊົນເກົາຫລີ ສະເຫລີມສະຫລອງ ວັນເກີດຂອງສະ ຫາຍ ກິມອິນຊຸງຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ຢ່າງສະຫງ່າງາມ. ເນື່ອງໃນໂອກາດວັນເກີດຂອງສະຫາຍ ກິມອິນຊຸງ ຄົບຮອບ 114 ປີ, ພວກຂ້າພະເຈົ້າຈະໄດ້ທົບທວນຄືນຄຸນງາມຄວາມດີທີ່ອະມະຕະ-ຍິ່ງໃຫຍ່ ທີ່ສະຫາຍໄດ້ອຸທິດທຸກກໍາລັງແຮງ ໃນຊີວິດຂອງຕົນ.

ປະເທດເກົາຫລີ ທີ່ມີປະຫວັດສາດອັນຍາວນານຫລາຍກວ່າ 5 ພັນປີ ແລະ ວັດທະນະທຳທີ່ສະຫງ່າງາມໄດ້ຄ່ອຍໆເຊື່ອມໂຊມລົງໃນກຳລັງແຫ່ງຊາດ ຍ້ອນນະໂຍບາຍແບບປະຈົບປະແຈງ ແລະ ການເພິ່ງພາອາໄສກຳລັງພາຍນອກຂອງລາຊະວົງສັກດີນາຈໍຊອນ ທີ່ມີອໍານາດ ແລະ ຖືກຫລຸດລົງເປັນດັ່ງສະໜາມແຂ່ງຂັນຂອງບັນດາປະເທດມະຫາອໍານາດເພື່ອສ້າງອິດທິພົນ. ສຸດທ້າຍ ກໍ່ຕົກຢູ່ພາຍໃຕ້ອໍານາດການຢຶດຄອງທາງດ້ານທະຫານຂອງຈັກກະພັດຕ່າງດ້າວ ນັບແຕ່ ປີ 1905.

ສະຫາຍ ກິມອິນຊຸງ ແມ່ນຜູ້ນໍາທີ່ຍິ່ງໃຫຍ່ທີ່ໄດ້ກອບກູ້ຊົນຊາດເກົາຫລີ ຫລຸດພົ້ນອອກຈາກຊາຕາກໍາໂສກເສົ້າຂອງປະເທດທີ່ຖືກທຳລາຍ.  

ສະຫາຍ ກິມອິນຊຸງເກີດເມື່ອວັນທີ 15 ເດືອນເມສາ ປີ 1912 ທີ່ ບ້ານມັນກຽງແດ, ນະຄອນຫລວງພຽງຢາງ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະເທດຊາດ ແຕ່ອາຍຸຍັງໜຸ່ມນ້ອຍ ໃນໄວ 10 ປາຍປີ.  ໃນໄລຍະຂອງການຊອກຫາເສັ້ນທາງແຫ່ງການປະຕິວັດເກົາຫລີ, ສະຫາຍໄດ້ສ້າງແນວຄິດຈຸເຊ ແລະ ໄດ້ນຳພາການຕໍ່ສູ້ປະຕິວັດຕໍ່ຕ້ານຈັກກະພັດຕ່າງດ້າວເປັນເວລາເຖິງສອງທົດສະວັດ ພາຍໃຕ້ຄັນທຸງຂອງແນວທາງດັ່ງກ່າວ, ໃນທີ່ສຸດກໍໄດ້ເກີດມີເຫດການປະຫວັດສາດແຫ່ງການປົດປ່ອຍປະເທດຊາດ ໃນວັນທີ 15 ສິງຫາ ປີ 1945.

ພາຍຫລັງກັບຄືນສູ່ບ້ານເກີດເມືອງນອນ, ສະຫາຍໄດ້ສ້າງຕັ້ງພັກແຮງງານເກົາຫລີຂຶ້ນໃນທັນທີ ແລະ ໄດ້ດຳເນີນການປະຕິຮູບປະຊາທິປະໄຕ, ລວມທັງການປະຕິຮູບທີ່ດິນ, ການຫັນປ່ຽນອຸດສາຫະກຳທີ່ສຳຄັນໃຫ້ເປັນຂອງລັດ, ການບັງຄັບໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບທາງເພດ ແລະ ຍັງໄດ້ກໍ່ຕັ້ງກອງກຳລັງປະກອບອາວຸດປະຈຳການ. ໂດຍອີງໃສ່ຜົນສຳເລັດດັ່ງກ່າວ, ສະຫາຍໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນວັນທີ 9 ກັນຍາ 1948 ເຊິ່ງເປັນລັດປະຊາທິປະໄຕປະຊາຊົນແຫ່ງທຳອິດໃນພາກຕາເວັນອອກ.

ສະຫາຍໄດ້ປົກປ້ອງສິດອຳນາດອະທິປະໄຕ ແລະ ກຽດສັກສີຂອງ ສປປ ເກົາຫລີ ຢ່າງມີກຽດ ໃນສົງຄາມເກົາຫລີ ຕ້ານການຮຸກຮານທາງທະຫານຂອງຈັກກະພັດຜູ້ຮຸກຮານ ເຊິ່ງເລີ່ມແຕ່ປີ 1950 ຈົນເຖິງປີ1953. ສະຫາຍໄດ້ປະຕິບັດການຟື້ນຟູຫລັງສົງຄາມ ແລະ ການປະຕິວັດສັງຄົມນິຍົມໃນໄລຍະເວລາສັ້ນໆ ແລະ ໄດ້ນຳພາການກໍ່ສ້າງສັງຄົມນິຍົມໃນຫລາຍໄລຍະໃຫ້ໄດ້ຮັບໄຊຊະນະ. ດັ່ງນັ້ນຈຶ່ງເຮັດໃຫ້ ສປປ ເກົາຫລີ ກາຍເປັນປະເທດສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງທີ່ມີຈິດໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສະຫາຍຖືວ່າ ປະຊາຊົນແມ່ນພະເຈົ້າຂອງຂ້ອຍເຊິ່ງເປັນຄຳຂວັນປະຈໍາຊີວິດຂອງຕົນ ແລະ ການເມືອງທີ່ມີຄວາມເມດຕາກາລຸນາຂອງຕົນນັ້ນ ໄດ້ເຮັດໃຫ້ລະບົບສັງ ຄົມນິຍົມທີ່ມີປະຊາຊົນເປັນໃຈກາງ ໄດ້ມີຮາກເລິກຢູ່ໃນ ສປປ ເກົາຫລີ.

ສະຫາຍໄດ້ໃຫ້ນິຍາມຄວາມເປັນເອກະລາດ, ສັນຕິພາບ ແລະ ມິດຕະພາບວ່າເປັນອຸດົມການພື້ນຖານຂອງນະໂຍບາຍການຕ່າງປະເທດຂອງ ສປປ ເກົາຫລີ ແລະ ເພີ່ມພູນກຽດສັກສີໃນລະດັບສາກົນ ຜ່ານການເຄື່ອນໄຫວຕ່າງປະເທດທີ່ເຕັມໄປດ້ວຍຄວາມຫ້າວຫັນຂອງສະຫາຍ.  

ສະຫາຍໄດ້ດຳລົງຕຳແໜ່ງເປັນປະມຸກຂອງລັດ ເປັນເວລາເກືອບເຄິ່ງສະຕະວັດ, ໃນຖານະທີ່ເປັນນັກຮົບເກົ່າຂອງການເມືອງໂລກ ສະຫາຍໄດ້ເປີດຍຸກສະໄໝໃໝ່ແຫ່ງຄວາມເປັນເອກະລາດ ແລະ ໄດ້ປະກອບສ່ວນທີ່ເປັນອະມະຕະເຂົ້າໃນການເພີ່ມພູນຄູນສ້າງຂະບວນບໍ່ຮ່ວມກຸ່ມ ແລະ ຂະບວນການສັງຄົມນິຍົມ.

ສະຫາຍ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ໄດ້ມີການພົບປະຫລາຍຄັ້ງ ກັບ ສະຫາຍ ໄກສອນພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປະຊາຊົນລາວ ແລະ ບັນດາການນຳໃນເມື່ອກ່ອນຂອງ ສປປ ລາວ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ. ສປປ ເກົາຫລີ ໄດ້ມອບນາມມະຍົດມະຫາຈອມພົນໃຫ້ແກ່ ສະຫາຍ ກິມອິນຊຸງ ເນື່ອງໃນໂອກາດວັນ ເກີດຄົບຮອບ 80 ປີ ຂອງສະຫາຍ. ເຖິງແມ່ນວ່າສະຫາຍ ກິມອິນຊຸງ ຜູ້ນໍາທີ່ຍິ່ງໃຫຍ່ໄດ້ເສຍຊີວິດໄປແລ້ວ ໃນວັນທີ 8 ກໍລະກົດ 1994, ແຕ່ສະຫາຍຍັງຄົງມີຊີວິດຢູ່ສະເໝີ ພາຍໃນດວງໃຈຂອງປະຊາຊົນ ສປປ ເກົາຫລີ ແລະ ໂລກທີ່ກ້າວໜ້າ ໃນຖານະທີ່ເປັນບິດາຜູ້ກໍ່ຕັ້ງສັງຄົມນິຍົມເກົາຫລີ, ເປັນຜູ້ບຸກເບີກພາລະກິດຄວາມເປັນເອກະລາດຂອງມວນມະນຸດ, ເປັນປະທານປະເທດຕະຫລອດການຂອງ ສປປ ເກົາຫລີ ແລະ ເປັນດວງອາທິດຂອງແນວຄິດຈຸເຊ.

ແນວຄິດການປະຕິວັດແລະພາລະກິດເພື່ອເອກະລາດຂອງສະຫາຍ ກິມອິນຊຸງ ຜູ້ນຳຍິ່ງໃຫຍ່ໄດ້ສືບຕໍ່ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ບໍ່ມີການປ່ຽນແປງ ພາຍໃຕ້ການຊີ້ນຳໆພາຂອງສະຫາຍ ກິມເຈິງອິນແລະ ສະຫາຍ ກິມເຈິງອຸນຜູ້ນຳທີ່ຍິ່ງໃຫຍ່.

ຍ້ອນມີ ສະຫາຍ​​ ກິມເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ, ຄຸນງາມຄວມດີອັນຍິ່ງໃຫຍ່ຂອງສະຫາຍ ກິມອິນຊຸງແລະ ສະຫາຍ ກິມເຈິງອິນຈະຍືນຍົງຕະຫລອດໄປ ແລະ ແຜນການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ຈະເລີນຮຸ່ງເຮືອງຂອງສະຫາຍຈະໄດ້ຮັບການປະຕິບັດ ຢ່າງແນ່ນອນ.

KPL