ກອງປະຊຸມສອງສະພາຈີນ ຈະສົ່ງຜົນດີຕໍ່ລາວ ແລະ ສາກົນ ແນວໃດ?
![]()
ຂປລ.“ກອງປະຊຸມສອງສະພາ” ຄື: ກອງປະຊຸມ ຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຊຸດທີ 14 ແລະ ກອງປະຊຸມ ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດ ຊຸດທີ 14 ຂອງຈີນ ໄດ້ໄຂຂຶ້ນເປັນເວລາຫລາຍວັນຢູ່ນະຄອນຫລວງປັກກິ່ງ ຊຶ່ງໄດ້ກຳນົດເປົ້າໝາຍການເຕີບໂຕທາງເສດຖະກິດ ປະມານ 4,5%-5% ພາຍໃນປີ 2026 ແລະ ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີໃໝ່ (2026-2030) ຈະສົ່ງສັນຍານບວກຕໍ່ລາວ, ອາຊຽນ ແລະ ພາກພື້ນອື່ນໆ ທົ່ວໂລກແນວໃດ? ຂະນະທີ່ສະພາບການເມືອງຂອງໂລກກຳລັງຜັນແປໄປຢ່າງສັບສົນ.
ກອງປະຊຸມສອງສະພາດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນທ່າມກາງທີ່ປວງຊົນຈີນທັງຊາດຍັງເບີກ ບານມ່ວນຊື່ນກັບການສະຫລອງບຸນກຸດຈີນ ທີ່ຫາກໍຜ່ານໄປໃໝ່ໆໝາດໆ, ພາກພູມໃຈຢ່າງລົ້ນເຫລືອຕໍ່ຜົນສໍາເລັດ ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ແລະ ສືບ ຕໍ່ສູ້ຊົນປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 (2026-2030). ຕາມການລາຍງານຂອງສໍານັກຂ່າວຊິນຮົວ ຂອງຈີນ, ທ່ານ ຫລີ ສຽງ ນາຍົກ ລັດຖະມົນຕີ ສປ ຈີນ ໄດ້ຂຶ້ນຜ່ານບົດລາຍງານວຽກງານ ລັດຖະບານລະ ຫວ່າງກອງປະຊຸມ ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດ ຊຸດທີ 14 ຂອງຈີນ ໃນວັນທີ 5 ມີນາ 2026 ທີ່ປັກກິ່ງວ່າ: ຈີນ ໄດ້ຕັ້ງເປົ້າໝາຍການເຕີບໂຕທາງເສດຖະກິດປະມານ 4,5%-5% ພາຍໃນປີ 2026 ແລະ ຈະພະຍາຍາມສູ້ຊົນໃຫ້ບັນລຸຜົນເປັນຈິງ ດີກວ່າເປົ້າໝາຍທີ່ຕັ້ງໄວ້ໃນນັ້ນຍັງກວມເອົາເປົ້າໝາຍ ຫລັກໆສຳລັບການພັດທະນາໃນປີນີ້ ໃຫ້ບັນລຸຜົນສໍາເລັດ ເຊັ່ນ:ສ້າງວຽກເຮັດງານ ທໍາໃໝ່ໃນເມືອງ ໃຫ້ໄດ້ຫລາຍກວ່າ 12 ລ້ານຕໍາແໜ່ງ, ດັດຊະນີຜູ້ບໍລິໂພກ (CPI) ເພີ່ມຂຶ້ນປະມານ 2%, ຜະລິດເຂົ້າກິນໃຫ້ໄດ້ເກີນ 700 ລ້ານໂຕນ, ຫລຸດການປ່ອຍຄາບອນໄດອອກໄຊ (CO2) ຕໍ່ 1 ໜ່ວຍ, ລວມຍອດຜະລິດຕະພັນພາຍໃນ (GDP) ປະມານ 3,8%, ຈະອອກພັນທະບັດລັດຖະບານພິ ເສດ ໄລຍະຍາວ 1,3 ພັນຕື້ຢວນ ແລະ ສຸມໃສ່ການພັດທະ ນາ “AI Plus”, ເຕັກໂນໂລຊີ 6G, ພ້ອມທັງເປີດກວ້າງການຮ່ວມມື ໃນຂະແໜງໂທລະຄົມມະນາຄົມ-ເຕັກໂນໂລຊີຊີວະພາບ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນຈາກຜົນສໍາເລັດອັນໃຫຍ່ຫລວງ ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 2025, ຈີນ ໄດ້ສະແດງ ໃຫ້ປະຊາຄົມໂລກຮັບຮູ້ຢ່າງຈະແຈ້ງເຖິງຄວາມອົດທົນ, ພະຍາຍາມ ແລະ ຜ່ານຜ່າອຸປະສັກນາໆປະການ ບໍ່ວ່າຈະເປັນສົງຄາມພາສີ, ການກີດກັ້ນການຄ້າ ແລະ ອື່ນໆທີ່ບາງຊາດ ຕາເວັນຕົກຂັດຂວາງມາຕະຫລອດ ແຕ່ສຸດທ້າຍກໍກ້າວຂ້າມຜ່ານມາໄດ້ໂດຍບໍ່ຫວັ່ນໄຫວ, ຍາດໄດ້ຜົນສໍາເລັດ ຢ່າງໂດດເດັ່ນ ໃນປີ 2025 ຄື: ລວມຍອດຜະລິດຕະພັນພາຍໃນ (GDP) ເຕີບໂຕ 5% ໂດຍບັນລຸເຖິງ 140.190 ຕື້ຢວນ,ຈໍານວນຜູ້ປະກອບອາຊີບຢູ່ຕົວເມືອງ ໃນທົ່ວປະເທດໄດ້ເພີ່ມຂຶ້ນ 12.670.000 ຄົນ, ເປັນຜູ້ນໍາອັນດັບທີ 1 ຂອງໂລກໃນການສົ່ງອອກລົດໄຟຟ້າ, ເປັນຜູ້ສະໜອງເຕັກໂນໂລຊີດິບຊີກລະບົບໂອເພິນຊອດ ແບບ ບໍ່ເສຍຄ່າໃຫ້ ມວນມະນຸດ ແລະ ອື່ນໆ ຊຶ່ງສິ່ງເຫລົ່ານັ້ນສະທ້ອນໃຫ້ເຫັນເສດຖະກິດທີ່ມີໂຄງສ້າງສົມດຸນຫລາຍຂຶ້ນ ໂດຍພາກບໍລິການມີສັດສ່ວນສູງຂຶ້ນ ແລະ ການບໍລິໂພກມີບົດບາດຫລາຍຂຶ້ນໃນການຂັບເຄື່ອນເສດຖະກິດ.
ໃນເວລາທີ່ລະບຽບໂລກສັ່ນຄອນ ແລະ ຄວາມຂັດແຍ່ງດ້ານການເມືອງກຳລັງເກີດຄວາມປັ່ນ ປ່ວນຢ່າງໜັກທົ່ວໂລກຈຶ່ງເຮັດໃຫ້ຫລາຍປະເທດ ໃຫ້ຄວາມສົນໃຈຫລາຍຂຶ້ນຕໍ່ຂົ້ວໂລກຕາເວັນອອກ ທີ່ຍັງສາມາດຮັກສາສັນຕິພາບ ແລະ ຄວາມສະຫງົບໄດ້ແນວໃດ? ຈີນ ເປັນຕົວແບບຜູ້ນໍາດີເລີດຂອງໂລກຮຽກ ຮ້ອງໃຫ້ທຸກປະເທດຍຶດໝັ້ນສັນຕິພາບ, ຄວາມສະຫງົບ, ຄວາມປອງດອງ, ການພັດທະນາສີຂຽວຍືນຍົນ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດອື່ນໆຂັບເຄື່ອນການພັດທະນາຢ່າງໝັ້ນທ່ຽງ. ນັກວິເຄາະໃຫ້ທັດສະນະວ່າບັນດາຜູ້ນໍາໂລກໂດຍສະເພາະບາງຜູ້ນໍາເສບ ຕິດສົງຄາມບໍ່ຄວນດຶງປະຫວັດທີ່ເໜົ່າເໝັນ ແລະ ເຈັບປວດທີ່ສຸດໃນອະດີດກັບຄືນມາອີກທັງທີ່ຮູ້ວ່າ ການກໍ່ສົງຄາມລ້ວນແຕ່ສ້າງຄວາມຈິບຫາຍວາຍວອດ ແລະ ຢາກຈະຟື້ນຄືນໄດ້ ໃນນັ້ນໄດ້ສັງຫານຜູ້ບໍລິສຸດເດັກນ້ອຍ, ຜູ້ເຖົ້າ, ຄົນໄຮ້ດຽງສາ ລວມທັງຊັບສິນ ແລະ ສະພາບແວດລ້ອມອື່ນໆ ເສຍຫາຍມະຫາສານ. ເໝືອນດັ່ງ 2 ຕົວຢ່າງສົງຄາມໂລກຜ່ານມາຄື: ສົງຄາມໂລກຄັ້ງທີ 1 (1914-1918) ມີຜູ້ເສຍຊີວິດທັງໝົດປະມານ 20 ລ້ານກວ່າຄົນ; ສົງຄາມໂລກຄັ້ງທີ 2 (1939-1945) ມີຜູ້ເສຍຊີວິດທັງໝົດປະມານ 80 ລ້ານກວ່າຄົນ. ທັງ 2 ສົງຄາມນັ້ນເຫັນວ່າພົນລະເຮືອນ (ເດັກນ້ອຍ, ຜູ້ເຖົ້າ, ຜູ້ໄຮ້ດຽງສາ) ໄດ້ຮັບເຄາະຮ້າຍ ແລະ ເສຍຊີວິດຫລາຍກວ່າໝູ່. ບົດຮຽນ ສຳຄັນ ຈາກ 2 ສົງຄາມນັ້ນ, ບັນດາຜູ້ນໍາໂລກຄວນນຶກເຖິງ ແລະ ຄິດໃຫ້ຮອບຄອບທີ່ຖ້ວນ ເພື່ອບໍ່ໃຫ້ສົງຄາມໃຫຍ່ເກີດຂຶ້ນອີກມີ 5 ປະເດັນສໍາຄັນທີ່ສຸດຄື:1.ແກ້ໄຂຄວາມຂັດແຍ່ງດ້ວຍການເຈລະຈາລະຫວ່າງປະເທດ ຄວນໃຊ້ການທູດ ແລະ ການສົນທະນາແທນ ການໃຊ້ກຳລັງທາງທະຫານ, 2. ເຄົາລົບອຳນາດ ອະທິປະ ໄຕ ຂອງປະເທດອື່ນ, ບໍ່ຮຸກຮານ ແລະ ບໍ່ແຊກແຊງກິດຈະການພາຍໃນປະເທດອື່ນ, 3. ເຄົາລົບລະບຽບກົດໝາຍສາກົນ ແລະ ຄວາມເປັນເອກະພາບລວມ ຂອງວົງຄະນາຍາດສາກົນຢ່າງເດັດດ່ຽວ ໂດຍສະເພາະອົງການສະຫະປະຊາຊາດ ເປັນແກນກາງທີ່ມີໜ້າທີ່ໄກ່ເກ່ຍຄວາມຂັດແຍ່ງ ແລະ ປ້ອງກັນສົງຄາມ, 4. ສົ່ງເສີມ ຄວາມເທົ່າທຽມຂອງມະນຸດ ທີ່ບໍ່ຂັດກັບລະບຽບກົດໝາຍ, ຫລີກເວັ້ນແນວຄິດຊາດນິຍົມຮຸນແຮງ ຫລື ການກໍ່ໃຫ້ເກີດການຂ້າລ້າງເຜົ່າພັນ ແລະ 5. ຍົກສູງການຮ່ວມມືທາງເສດຖະກິດ ແລະ ການພັດທະນາຢ່າງຕັ້ງໜ້າ ເພື່ອຄວາມຈະເລີນກ້າວໜ້າ, ການຢູ່ດີກິນດີ ແລະ ສະຫງົບສຸກຂອງມວນມະນຸດ. ເຖິງແມ່ນວ່າ “ກອງປະຊຸມສອງສະພາຈີນ” ໄດ້ດໍາເນີນໄປໃນສະພາບແວດລ້ອມ ຂອງໂລກເຄັ່ງຕຶງແຕ່ການປະຊຸມນີ້ ໄດ້ກຳນົດນະໂຍບາຍເສດຖະກິດ, ການເມືອງ ແລະ ແຜນພັດທະນາຂອງຈີນ ດ້ວຍບາດກ້າວທີ່ເຂັ້ມແຂງ ແລະ ສ້າງຄວາມຫວັງໃໝ່ຕໍ່ປະຊາຄົມໂລກຢ່າງຈະແຈ້ງ ຊຶ່ງບໍ່ພຽງຈະສົ່ງຜົນສະທ້ອນ ທາງບວກຕໍ່ອາຊຽນ, ເອີຣົບ, ອາເມລິກາ, ອາຟຣິກາ ແລະ ຊາດອື່ນໆ ຫາກຍັງຈະປູພື້ນຖານສໍາຄັນບໍ່ໜ້ອຍໃຫ້ບັນດາຊາດຕ່າງໆ ໃນໂລກເຫັນຄຸນຄ່າຂອງສັນຕິພາບ ແລະ ການຮ່ວມມືກັນມີແຕ່ໄດ້ກັບໄດ້. ດັ່ງຕົວຢ່າງຈາກໝາກຜົນການຮ່ວມມື ຄື: ຫລ້າສຸດປະລິມານການຄ້າລະຫວ່າງ ອາຊຽນ-ຈີນ ບັນລຸມູນຄ່າລວມປະມານ 900 ກວ່າຕື້ໂດ ລາຕໍ່ປີໃນນັ້ນ ລາວ-ຈີນ ປະມານ 7-8 ຕື້ໂດລາ. ການຄ້າລະຫວ່າ ງຈີນ-ອາຊຽນ ຖືວ່າເປັນການຄ້າທີ່ເຕີບໂຕໄວທີ່ສຸດໃນໂລກ ໃນຊ່ວງ 10 ປີຜ່ານມາ. ປັດຈຸບັນນີ້, ອາຊຽນແມ່ນຄູ່ຄ້າອັນດັບ 1 ຂອງຈີນ. ອາຊຽນກ້າວຂຶ້ນເປັນຄູ່ຄ້າອັນດັບໜຶ່ງ ຂອງຈີນມີສາເຫດ ແລະ ປັດໄຈໃດແນ່? ສູນຮ່ວມມືອາຊຽນໄດ້ລາຍງານວ່າ: ມູນເຊື້ອທີ່ດີງາມເປັນມໍລະດົກຕົກທອດຂອງປະຊາຄົມອາຊຽນ ຖືເອົາຄວາມເອກະພາບຮ່ວມກັນ, ສັນຕິພາບ, ຄວາມສະຫງົບສຸກ, ການຮ່ວມມື, ແບ່ງປັນກັນ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ. ນອກຈາກນັ້ນ, ອາຊຽນຍັງໃຊ້ວິທີທາງເພີ່ມມິດຫລຸດຜ່ອນສັດຕູ ແລະ ຮ່ວມມື ຫລາຍທິ ຫລາຍ ທາງທີ່ບໍ່ຂັດກັບລະບຽບກົດໝາຍ. ສ່ວນການພົວພັນການຄ້າລະຫວ່າງ ຈີນ-ເອີຣົບ ບັນລຸມູນຄ່າປະມານ 780-850 ຕື້ຕໍ່ປີ, ເປັນຄູ່ຄ້າອັນດັບ 2 ຂອງຈີນ; ການຄ້າຈີນ-ອາເມລິກາ ບັນລຸມູນຄ່າການຄ້າປະມານ 650-700 ຕື້ໂດລາຕໍ່ປີ ເປັນຄູ່ຄ້າອັນດັບ 3 ຂອງຈີນ ແຕ່ຈຸດທີ່ໜ້າສົນໃຈໃນ 10 ປີຜ່ານມາເຖິງປັດຈຸບັນ ເຫັນວ່າການຄ້າຂອງຈີນໄດ້ຄ່ອຍຫຍັບຍ້າຍຈາກອາເມລິກາໄປຫາອາຊຽນຫລາຍຂຶ້ນອັນສືບເນື່ອງມາຈາກມາດຕະການບໍ່ເປັນມິດ, ກ່ຽວຂ້ອງກັບບັນຫາສົງຄາມພາສີ ແລະ ການກີດກັ້ນອື່ນໆຂອງຊາດຕາເວັນຕົກ. ຂ້າມມາເບິ່ງ ສປປ ລາວ ໜຶ່ງໃນສະມາຊິກອາຊຽນ ແລະ ເປັນບ້ານໃກ້ເຮືອນຄຽງກັບຈີນ ທີ່ມີອຸດົມການສັງ ຄົມນິຍົມຄ້າຍກັນ, ມີຊາຍແດນເຊື່ອມໂຍງ-ເຊື່ອມຈອດກັນຜ່ານເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ສະນັ້ນກອງປະຊຸມສອງສະພາຂອງຈີນ ຈະສົ່ງຜົນດີຕໍ່ລາວແນວໃດແນ່? ຕາມຄໍາເຫັນຂອງນັກທຸລະກິດ ແລະ ຜູ້ອາວຸໂສໃຫ້ທັດສະນະລວມວ່າ: ບໍ່ວ່າຈະເປັນກອງປະຊຸມສະພາ ຂອງຈີນ ຫລື ນະໂຍບາຍຕ່າງໆຂອງຈີນໄດ້ນໍາອອກມາໃຊ້ໃນແຕ່ລະໄລ ຍະຍ່ອມຈະສົ່ງຜົນສະທ້ອນທາງກົງ ແລະ ທາງອ້ອມຕໍ່ລາວ ແລະ ຊາດອື່ນໆ ຢ່າງແນ່ນອນ ເພາະຈີນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກ, ເປັນສູນກາງອຸດສາຫະກໍາໂລກ ແລະ ຍັງເປັນຜູ້ມີກໍາລັງຊື້ສູງທີ່ສຸດ. ສະເພາະ ລາວ ຈະມີຜົນສະທ້ອນທາງບວກຢ່າງຫລວງຫລາຍຄື: 1. ດ້ານເສດຖະກິດ: ຈີນເປັນຜູ້ລົງທຶນຕ່າງປະເທດອັນດັບທີ 1 ໃນລາວດ້ວຍມູນຄ່າປະມານ 19 ຕື້ກວ່າໂດລາກັບ 900 ກວ່າໂຄງການ, ຍັງເປັນຄູ່ຄ້າລາຍໃຫຍ່ຂອງລາວເຊັ່ນກັນ, ເມື່ອຈີນກຳນົດເປົ້າໝາຍເຕີບໂຕເສດຖະກິດ (ປະມານ 4,5-5%) ມັນຈະເພີ່ມການ ນຳເຂົ້າໄຟຟ້າ, ແຮ່ທາດ, ກະສິກຳ ຈາກລາວ, ເພີ່ມການລົງ ທຶນຈາກບໍລິສັດຈີນເຂົ້າມາລາວ ຈະຊ່ວຍໃຫ້ການຄ້າຊາຍແດນລາວ-ຈີນ ຄຶກຄື້ນຂຶ້ນ; 2. ດ້ານພື້ນຖານໂຄງລ່າງ: ນະໂຍ ບາຍຈີນທີ່ຜ່ານສອງສະພາມັກຈະເຊື່ອມກັບເສັ້ນທາງສາຍໄໝ ຫລື ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ສຳລັບລາວ ນັ້ນໝາຍຄວາມວ່າ: ການພັດທະນາຕາມເສັ້ນທາງລົດໄຟລາວ-ຈີນ ໃຫ້ເປັນສູນກາງການຂົນສົ່ງ, ອາດມີໂຄງການທາງດ່ວນ ແລະ ໂລຈິສຕິກໃໝ່ຊ່ວຍໃຫ້ລາວກາຍເປັນ “ສູນການຂົນສົ່ງ” ໃນພາກພື້ນ; 3. ດ້ານການທ່ອງທ່ຽວ: ຖ້າຈີນກະຕຸ້ນການບໍລິໂພກ ແລະ ການເດີນທາງ: ນັກທ່ອງທ່ຽວຈີນຈະເຂົ້າລາວຫລາຍຂຶ້ນ, ບັນດາຕົວເມືອງທ່ອງ ທ່ຽວລາວຈະຟື້ນຕົວໄວ ແລະ ເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ; 4. ດ້ານການເມືອງ ແລະ ການຮ່ວມມື: ຈີນມັກຢືນຢັນນະໂຍບາຍມິດ ຕະພາບກັບປະເທດເພື່ອນມິດ ໂດຍສະເພາະຄູ່ຮ່ວມຊາຕາກໍາລາວ-ຈີນ ຄູ່ຂະໜານກັບການຜັນຂະຫຍາຍຕາມທິດ 4 ດີຂອງສອງພັກ-ສອງລັດ, ປະຊາຊົນສອງຊາດ ແລະ 5. ຈີນອາດຊ່ວຍເຫລືອລາວໃຫ້ເປັນປະເທດຕົວແບບການພັດທະນາໃນອາຊຽນ ໂດຍສະເພາະການຮ່ວມມືດ້ານເອໄອ (AI), ເຕັກໂນໂລຊີ, ພະລັງງານສະອາດ ແລະ ສ້າງບຸກຄະລາກອນຍຸກໃໝ່.
ທ່ານ ນາງ ໄກສອນ ຈັນສີນາ, ຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວ ເມື່ອບໍ່ດົນມານີ້ວ່າ: ມີ 4 ບົດຮຽນອັນລ້ຳຄ່າຈາກກອງປະຊຸມສອງສະພາແຫ່ງຊາດຈີນ ສາມາດປັບໃຊ້ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນການພັດທະນາຢູ່ ລາວ ຄື: 1. ການຫັນນະໂຍບາຍໄປສູ່ການປະຕິບັດຕົວຈິງຢ່າງມີປະສິດທິຜົນ. ຈີນ ມີຈຸດເດັ່ນໃນການກຳນົດນະໂຍບາຍທີ່ລະອຽດ, ກຳນົດເວລາ ແລະ ເປົ້າ ໝາຍທີ່ຊັດເຈນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ. ບົດຮຽນສຳຄັນແມ່ນ “ມາດຕະການກົດເຫລັກ” ໃນການຈັດຕັ້ງປະຕິບັດ ເພື່ອ ໃຫ້ທຸກນະໂຍບາຍບັນລຸຜົນຕາມຄາດໝາຍ ແລະ ຖືກຕ້ອງຕາມກຳນົດເວລາ. 2. ການພັດທະນາເສດຖະກິດ ແລະ ການຫັນເປັນດີຈິຕອນ. 3. ການພັດທະນາຊັບພະຍາກອນມະນຸດ, ແລະ 4. ການພັດທະນາສີຂຽວ ແລະ ພະລັງງານສະອາດ, ປະເທດລາວສາມາດຖອດຖອນບົດຮຽນເຫລົ່ານີ້ ອອກມາສູ່ການ ຈັດຕັ້ງປະຕິ ບັດນະໂຍບາຍຂອງລາວ ເພື່ອໃຫ້ປະຊາຊົນໄດ້ຮັບການພັດທະນາ ແລະ ມີຢູ່ມີກິນທີ່ເຂັ້ມແຂງຂຶ້ນ. ພ້ອມດຽວກັນນີ້, ທ່ານ ອຸສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ ເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດ ກໍໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາ ລາວ ວ່າ: ບົດບາດອັນມະຫາ ສານຂອງກອງປະຊຸມສອງສະພາແຫ່ງຊາດຈີນ ທີ່ບໍ່ພຽງແຕ່ກຳນົດທິດທາງພາຍໃນປະເທດຈີນເທົ່ານັ້ນ, ຍັງສົ່ງຜົນກະທົບໂດຍກົງໃນທິດທາງບວກຕໍ່ພາກພື້ນ ແລະ ປະເທດລາວ ຕື່ມອີກ. ກອງປະຊຸມສອງສະພາຂອງຈີນ ເປັນກຸນແຈສຳຄັນໃນການຊຸກຍູ້ “ກຳລັງການຜະລິດໃໝ່” ແລະ ຮັດ ແໜ້ນຄູ່ຮ່ວມຊາຕາກຳ ລາວ-ຈີນ, ພ້ອມທັງທ່ານກ່າວຢໍ້າວ່າ ກອງປະຊຸມສອງສະພາດັ່ງກ່າວ ແມ່ນເວທີທີ່ຍົກເອົາຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນມາເປັນບ່ອນຕັດສິນ. ສຳລັບປະເທດລາວ, ການຮ່ວມມືກັບຈີນໃນຖານະຄູ່ຮ່ວມຊາຕາກຳ ຈະຊ່ວຍໃຫ້ພວກເຮົາກ້າວໄປສູ່ ການເປັນປະເທດເຊື່ອມໂຍງ ທີ່ເຂັ້ມແຂງ ທັງດ້ານເສດຖະກິດ ແລະ ສິ່ງແວດລ້ອມໃນອະນາຄົດ.
ສະນັ້ນ, ທຸກນະໂຍບາຍ, ຄາດ ໝາຍ, ມາດຕະການ ແລະ ອື່ນໆ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສອງສະພາດັ່ງ ກ່າວ, ນອກຈາກຈະມີຄວາມສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດຂອງຈີນ ໃນໄລຍະ 5 ປີຕໍ່ໜ້າ (2026-2030), ຍັງຈະສົ່ງຜົນຕໍ່ການພັດທະນາເສດຖະກິດ ຂອງ ຫລາຍປະ ເທດທົ່ວໂລກ ໂດຍສະເພາະແມ່ນນະໂຍບາຍເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ເນື່ອງຈາກປັດຈຸບັນຈີນກາຍເປັນຄູ່ຄ້າຫລັກຂອງຫລາຍກວ່າ 150 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ມາຮອດທ້າຍປີ 2024, ຈີນໄດ້ເປີດບໍລິສັດຫລາຍກວ່າ 50.000 ແຫ່ງ ໃນ 190 ກວ່າປະເທດ ແລະ ເຂດແຄວ້ນ, ຍອດການລົງທຶນໃນຕ່າງປະເທດຂອງຈີນຕິດສາມອັນດັບຕົ້ນຂອງໂລກຕໍ່ເນື່ອງເປັນເວລາ 13 ປີ. ແຕ່ສິ່ງສໍາຄັນທີ່ສຸດກອງປະຊຸມສອງສະພາຄັ້ງນີ້ ແມ່ນມຸ່ງເນັ້ນຖືເອົາການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຊາຄົມໂລກໃຫ້ອີ່ມໜໍາສໍາລານ, ພັດທະນາ-ໝູນໃຊ້ເຕັກໂນໂລຊີ ໃຫ້ເກີດຜົນປະໂຫຍດສູງສຸດ, ເອົາໃຈໃສ່ສ້າງສັນຕິພາບ ແລະ ຄວາມຈະເລີນຮັ່ງມີ, ແບ່ງປັນຜົນປະໂຫຍດຮ່ວມກັນ ແລະ ອື່ນໆ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
