ຈີນ ຈະເພີ່ມທະນາຄານ ອີກ 12 ແຫ່ງເຂົ້າຮ່ວມທຸລະກຳເງິນຢວນ ດີຈິຕອນ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ຈີນ ກຽມອະນຸຍາດໃຫ້ ທະນາຄານເພີ່ມອີກ 12 ແຫ່ງ ເຂົ້າດຳເນີນທຸລະກຳ ກ່ຽວກັບ ເງິນຢວນດີຈີຕອນ ເພື່ອເລັ່ງຊຸກຍູ້ ການໃຊ້ງານ ສະກຸນເງິນດີຈີຕອນ, ຊຶ່ງເປັນແນວທາງ ທີ່ແຕກຕ່າງຢ່າງຊັດເຈນຈາກ ສ.ອາເມລິກາ.
ທະນາຄານ 12 ແຫ່ງທີ່ຖືກຄັດເລືອກ ໂດຍທະນາຄານກາງຈີນ ຈະເຂົ້າມາເພີ່ມ ຈາກທະນາຄານ 10 ແຫ່ງ ທີ່ໄດ້ຮັບອະນຸຍາດ ຢູ່ກ່ອນໜ້ານີ້, ກຸ່ມທະນາຄານໃໝ່ນີ້ ລວມມີ: Shanghai Pudong Development Bank, China Everbright Bank ແລະ Bank of Ningbo.
ເຖິງວ່າຈີນ ເປີດຕົວເງິນຢວນ ດີຈີຕອນ ຕັ້ງແຕ່ປີ 2019 ແຕ່ການຊຸກຍູ້ ໃຫ້ເຂົ້າສູ່ການໃຊ້ງານ ໃນເສດຖະກິດ ຍັງເປັນໄປແບບຂ້ອນຂ້າງຊ້າ, ເນື່ອງຈາກຜູ້ບໍລິໂພກ ສ່ວນໃຫຍ່ ສາມາດເຮັດທຸລະກຳ ເອເລັກໂຕຣນິກ ໄດ້ຢ່າງສະດວກ ແລະ ມີຕົ້ນທຶນຕໍ່າຢູ່ແລ້ວ ຜ່ານແພລດຟອມຣ ເຊັ່ນ: Alipay ແລະ WeChat Pay .
ເຈົ້າໜ້າທີ່ ໃນອຸດສາຫະກຳ ແລະ ນັກວິເຄາະ ລະບຸວ່າ ການໃຊ້ງານເງິນດີຈິຕອນ ອາດຂະຫຍາຍໄປ ສູ່ການຊໍາລະເງິນຂ້າມຊາຍແດນ, ຊຶ່ງຊ່ວຍໃຫ້ສາມາດ ເຮັດທຸລະກຳ ລະຫວ່າງປະເທດ ໂດຍບໍ່ຕ້ອງເພິ່ງງພາ ລະບົບການເງິນ ທີ່ໃຊ້ເງິນໂດລາສະຫະລັດ ເປັນຫລັກຂອງໂລກ ຕາເວັນຕົກ ລວມເຖິງເຄື່ອງມື ທີ່ກ່ຽວຂ້ອງເຊັ່ນ ເຄື່ອຂ່າຍ SWIFT.
