ສ.ອາເມລິກາ ສືບຕໍ່ປ່ອຍນໍ້າມັນສຳຮອງ 45,2 ລ້ານຖັງ
Email
Print
83
KPL - Asean 2024
ໄດ້ເຮັດສັນຍາ ປ່ອຍກູ້ນໍ້າມັນດິບຈາກສາງສຳຮອງ ຍຸດທະສາດ (SPR) ຈຳນວນ 45,2 ລ້ານຖັງ (ເມື່ອວັນທີ 20 ມີນາ) ເພື່ອຊ່ວຍຄວບຄຸມ ລາຄາ ພະລັງງານ ທີ່ປັບຕົວສູງຂຶ້ນ.
ຂປລ. ສຳນັກຂ່າ ອິນໂຟເຄວສ: ກະຊວງພະລັງງານ ສ.ອາເມລິກາ ເປີດເຜີຍວ່າ: ໄດ້ເຮັດສັນຍາ ປ່ອຍກູ້ນໍ້າມັນດິບຈາກສາງສຳຮອງ ຍຸດທະສາດ (SPR) ຈຳນວນ 45,2 ລ້ານຖັງ (ເມື່ອວັນທີ 20 ມີນາ) ເພື່ອຊ່ວຍຄວບຄຸມ ລາຄາ ພະລັງງານ ທີ່ປັບຕົວສູງຂຶ້ນ.
ມາດຕະການດັ່ງກ່າວ ເປັນສ່ວນໜຶ່ງຂອງ ຄວາມຮ່ວມມື ຂອງປະເທດສະມາຊິກ ກະຊວງພະລັງງານ ລະຫວ່າງປະເທດ (IEA) ທີ່ກຽມປ່ອຍນໍ້າມັນລວມ 400 ລ້ານຖັງ ຈາກສາງສຳຮອງ ເພື່ອຫລຸດແຮງກົດດັນ ດ້ານລາຄາອັນເກີດຈາກສົງຄາມລະຫວ່າງ ສ.ອາເມລິກາ-ອີດສະຣາແອນ ກັບ ອີຣານ.
ສ.ອາເມລິກາ ໃຊ້ວິທີປ່ອຍນໍ້າມັນ ໃນຮູບແບບການປ່ອຍກູ້ ໂດຍບໍລິສັດທີ່ໄດ້ຮັບ ນໍ້າມັນຈະຕ້ອງ ນໍາເຂົ້າຄືນ ໃນພາຍຫລັງ, ພ້ອມສ່ວນເພີ່ມ (premium) ຊຶ່ງເປັນແນວທາງ ທີ່ຊ່ວຍຮັກສາ ສະຖຽນລະພາບ ຂອງຕະຫລາດ ໂດຍບໍ່ສ້າງພາລະຕໍ່ຜູ້ເສຍພາສີ.
