6 ປະເທດປະກາດກຽມພ້ອມປະກອບສ່ວນຮັບປະກັນຄວາມໝັ້ນຄົງຢູ່ຊ່ອງແຄບຮໍມຸດ

23/03/2026 20:15
Email Print 83
KPL - Asean 2024 ໃນຖະແຫລງການຮ່ວມ ທີ່ໄດ້ຍົກອອກມາ ໃນວັນທີ 19 ມີນາ, 6 ປະເທດລວມມີ: ຝຣັ່ງ, ອັງກິດ, ເຢຍລະມັນ, ອີຕາລີ, ໂຮນລັງ ແລະ ຍີ່ປຸ່ນ ຢືນຢັນວ່າ “ກຽມພ້ອມແລ້ວ ທີ່ຈະປະກອບ ສ່ວນ ເຂົ້າບັນດາຂໍ້ລິເລີ່ມ ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ:  ໃນຖະແຫລງການຮ່ວມ ທີ່ໄດ້ຍົກອອກມາ ໃນວັນທີ 19 ມີນາ, 6 ປະເທດລວມມີ: ຝຣັ່ງ, ອັງກິດ, ເຢຍລະມັນ, ອີຕາລີ, ໂຮນລັງ ແລະ ຍີ່ປຸ່ນ ຢືນຢັນວ່າກຽມພ້ອມແລ້ວ ທີ່ຈະປະກອບ ສ່ວນ ເຂົ້າບັນດາຂໍ້ລິເລີ່ມ ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງ ໃນການແລ່ນກຳປັ່ນ ຢູ່ຊ່ອງແຄບທະເລຮໍມຸດ.

ບັນດາປະເທດນີ້ ພ້ອມທັງກ່າວເຕືອນ ການກະທຳທີ່ມີຄວາມສ່ຽງ ເຮັດໃຫ້ແຫລ່ງສະໜອງ ນ້ຳມັນທົ່ວໂລກ ບໍ່ເປັນປົກກະຕິ, ຮຽກຮ້ອງໃຫ້ບັນດາຝ່າຍ ທີ່ກ່ຽວຂ້ອງຈົ່ງລະງັບໃຈ ແລະ ຢຸດຕິບັນດາການເຄື່ອນໄຫວ ທີ່ເຮັດໃຫ້ຂາດສະຖຽນລະພາບ. 

ເຖິງວ່າ ຍັງບໍ່ທັນຍົກອອກ ແຜນການຜັນຂະຫຍາຍ ຢ່າງລະອຽດກໍ່ຕາມ, ແຕ່ກຸ່ມປະເທດນີ້ ໃຫ້ຮູ້ວ່າ ບັນດາວິທີການອາດສາມາດ ປະຕິບັດໄດ້ລວມມີ: ເພີ່ມທະວີການມີໜ້າ ຂອງກອງທັບເຮືອ, ຈັດການລາດຕະເວນລວມ ຫລື ໜູນຊ່ວຍການປ້ອງກັນ ກຳປັ່ນການຄ້າ ທີ່ແລ່ນໄປຜ່ານພາກພື້ນນີ້.

KPL