ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກ ປີ 2026 ຈະຈັດຂຶ້ນທ້າຍເດືອນນີ້ ຢູ່ປັກກິ່ງ

24/03/2026 12:19
Email Print 83
KPL - Asean 2024 ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ພາຍໃຕ້ຫົວຂໍ້ "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ 2026 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງປັກກິ່ງ ສປ ຈີນ,

ຂປລ. ໂດຍຈະສຸມໃສ່ຫົວຂໍ້ຫລັກສຳຄັນ ຄື: "ນຳພາສະພາບຄ່ອງຂອງເງິນທຶນສີຂຽວສາກົນ" ຊຶ່ງຈະເຕົ້າໂຮມເອົາຜູ້ນຳຂອງສະຖາບັນການເງິນ, ຜູ້ຊ່ຽວຊານ ແລະ ຜູ້ນຳອຸດສາຫະກຳຈາກ ທັງຈີນ ແລະ ຕ່າງປະເທດມາຮ່ວມກັນເພື່ອຄົ້ນຫາຮູບແບບການພັດທະນາທາງດ້ານການເງິນທີ່ສອດຄ່ອງກັບຄວາມຕ້ອງການຂອງພາກໃຕ້ທົ່ວໂລກ, ຊຶ່ງເປັນການສ້າງແຮງຜັກດັນໃໝ່ເຂົ້າໃນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດໂລກ.

ເວທີປຶກສາຫາລືດັ່ງກ່າວ, ຈະມີການເຜີຍແຜ່ດັດຊະນີທີ່ສຸມໃສ່ການພັດທະນາການຄ້າສີຂຽວ ໃນພາກໃຕ້ທົ່ວໂລກ. ນອກຈາກນັ້ນ, ຈະຈັດຕັ້ງສູນວາງສະແດງສຳລັບວິທີແກ້ໄຂແບບຍືນຍົງ ແລະ ຈະມີການປະກາດຈັດກອງປະຊຸມຄູ່ຮ່ວມມືຂໍ້ມູນຂ່າວສານດ້ານເສດຖະກິດ ໜຶ່ງແລວ ໜຶ່ງເສັ້ນທາງ (BREIP) ຄັ້ງທີ 3 ຕື່ມອີກ. ນອກນັ້ນ, ຈະມີການປາຖະກະຖາ, ການບັນຍາຍໂດຍຜູ້ຊ່ຽວຊານ ແລະ ການປືກສາຫາລືໂຕະມົນເພື່ອເຊື້ອເຊີນຕົວແທນ ຈາກອົງກອນຈັດຕັ້ງສາກົນ, ອົງການຄຸ້ມຄອງດ້ານການເງິນ, ສະຖາບັນການເງິນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ບໍລິສັດໃຫຍ່ໆ ເຂົ້າຮ່ວມການປືກສາຫາລືໃນຫົວຂໍ້ສຳຄັນ "ສະພາບຄ່ອງຂອງເງິນທຶນສີຂຽວ". ນອກຈາກນັ້ນ, ຍັງຈະມີການເຜີຍແຜ່ວາລະສານສາກົນກ່ຽວກັບການເງິນພາກໃຕ້ທົ່ວໂລກໃນເວທີປຶກສາຫາລືດັ່ງກ່າວ ໂດຍມີຈຸດປະສົງເພື່ອເພີ່ມທະວີບົດບາດຂອງພາກໃຕ້ທົ່ວໂລກໃນວຽກງານການເງິນສາກົນ.
ເວທີປຶກສາຫາລືຄັ້ງນີ້, ຈັດໂດຍຫ້ອງການສຳນັກງານຂ່າວຊີນຮວາ, ສຳນັກງານຂໍ້ມູນຂ່າວສານເສດຖະກິດຈີນ, ສູນຂໍ້ມູນຂ່າວສານທາງການເງິນແຫ່ງຊາດ, ໜັງສືພີມຫລັກຊັບຈີນ, ໜັງສືພິມຫລັກຊັບຊຽງໄຮ, ໜັງສືພິມຂໍ້ມູນເສດຖະກິດລາຍວັນ ແລະ ວາລະສານຟໍຈູນກຮຸບ ຮ່ວມເປັນເຈົ້າພາບຈັດ ໂດຍມີເຟີນຈີ້ວກຮຸບເປັນຄູ່ຮ່ວມມືຫລັກ ແລະ ທະນາຄານກະສິກຳຈີນ (ABC) ເປັນຄູ່ຮ່ວມມືຍຸດທະສາດ ແລະ Zeekr ສະໜອງການບໍລິການດ້ານຍານພາຫະນະສຳລັບ ເວທີປຶກສາໃນຄັ້ງນີ້. ສະມາຄົມເວທີປຶກສາຫາລື ຈະຖືກຈັດຕັ້ງເປັນກົນໄກການດຳເນີນງານໄລຍະຍາວ ຊຶ່ງເຮັດໜ້າທີ່ເປັນກົນໄກທີ່ສະໝໍ່າສະເໝີສຳລັບການກຳນົດວາລະ, ການປະສານງານດ້ານຊັບພະຍາກອນ ແລະ ການອຳນວຍຄວາມສະດວກໃນການຮ່ວມມືຕະຫລອດປີ.
KPL