ປະເມີນຜົນໂຄງການກະສິກຳ ແລະ ໂພຊະນາການໄລຍະ 2 ຢູ່ ເມືອງຕະໂອ້ຍ

24/03/2026 10:44
Email Print 83
KPL - Asean 2024 ຂປລ. ໂຄງການກະສິກໍາເພື່ອ ໂພຊະນາການໄລຍະ 2 ດໍາເນີນ ການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບ ປະມານຈາກກອງທຶນໂລກ ເພື່ອ ການຄໍ້າປະກັນສະບຽງອາຫານ ຫລື GAFSP ຜ່ານກອງທຶນສາ ກົນເພື່ອການພັດທະນາກະສິກໍາ ຫລື IFAD ຈໍານວນ 38 ລ້ານ ໂດລາສະຫະລັດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ຄົວເຮືອນຜູ້ດ້ອຍໂອກາດຈໍານວນ 28.000 ຄົວເຮືອນ ຫລື ປະມານ 168.000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ

ຂປລ. ໂຄງການກະສິກໍາເພື່ອ ໂພຊະນາການໄລຍະ 2 ດໍາເນີນການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບປະມານຈາກກອງທຶນໂລກ ເພື່ອ ການຄໍ້າປະກັນສະບຽງອາຫານ ຫລື GAFSP ຜ່ານກອງທຶນສາ ກົນເພື່ອການພັດທະນາກະສິກໍາ ຫລື IFAD ຈໍານວນ 38 ລ້ານ ໂດລາສະຫະລັດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ຄົວເຮືອນຜູ້ດ້ອຍໂອກາດຈໍານວນ 28.000 ຄົວເຮືອນ ຫລື ປະມານ 168.000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມ ໄຊ, ຊຽງຂວາງ, ເຊກອງ, ສາລະ ວັນ ແລະ ແຂວງອັດຕະປື ພາຍໃນ ປີ 2030. ເມື່ອບໍ່ດົນມານີ້ ທີ່ອົງການປົກ ຄອງເມືອງຕະໂອ້ຍ ແຂວງສາລະ ວັນ ໂຄງການກະສິກຳ ແລະ ໂພ ຊະນາການໄລຍະ 2 ໄດ້ຈັດກອງ ປະຊຸມຮ່ວມກັບຄະນະກຳມະການ ປົກຄອງເມືອງ ໂດຍການປະທານ ຮ່ວມຂອງທ່ານ ນາງ ບຸນຖີນ ແກ່ນພົມມາ ຮອງປະທານຄະນະ ກຳມະການປົກຄອງເມືອງ, ທ່ານ ສິນໄຊ ເພັດແພງສີ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ທ່ານ ສຸລິວັນ ປັດຕິວົງ ຜູ້ປະສານງານແຫ່ງຊາດ ຂອງ IFAD ປະຈຳ ສປປ ລາວ. ນອກຈາກນັ້ນ, ຍັງມີຜູ້ປະສານ ງານໂຄງການທີ່ມາຈາກ 3 ແຂວງ ສາລະວັນ, ແຂວງເຊກອງ ແລະ ອັດຕະປື ພ້ອມດ້ວຍຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານຂອງ ໂຄງການ ແລະ ບັນດາກິດຈະກຳ ຕ່າງໆລວມທັງວຽກງານການ ເງິນການຈັດຊື້ຈັດຈ້າງ ພ້ອມທັງ ປືກສາຫາລື ເພື່ອຊ່ວຍແກ້ໄຂບັນຫາ ໃນການຈັດຕັ້ງປະຕິບັດ. ຂະນະທີ່ ຜູ້ປະສານໂຄງການຂັ້ນເມືອງຂຶ້ນ ລາຍງານສະຫລຸບທົບທວນຄືນຜົນ ການຈັດຕັ້ງປະຕິບັດວຽກໄລຍະ ຜ່ານມາ ແລະ ແຜນດໍາເນີນງານ ໃນຕໍ່ໜ້າຂອງໂຄງການກະສິກໍາ ເພື່ອໂພຊະນາການໄລຍະ 2 ແນ ໃສ່ ເພື່ອຊ່ວຍຄົວເຮືອນເປົ້າໝາຍ ທີ່ຢູ່ໃນເຂດພື້ນທີ່ໂຄງການສາມາດ ປັບປຸງລາຍຮັບໃຫ້ດີຂຶ້ນກວ່າເກົ່າ ເຖິງ 20% ພາຍໃນປີ 2030 ພ້ອມ ທັງຄວາມໝັ້ນຄົງດ້ານສະບຽງ ອາຫານ ແລະ ໂພຊະນາການ, ມີ ຄວາມກຽມພ້ອມກັບການປ່ຽນ ແປງຂອງສະພາບດິນຟ້າ. ນອກ ຈາກນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມໄດ້ຜັດປ່ຽນກັນປະ ກອບຄຳຄິດຄຳເຫັນໃສ່ບົດລາຍ ງານດັ່ງກ່າວຢ່າງກົງໄປກົງມາ.

KPL