ຊຸມຊົນຊາວຫວຽດນາມຢູ່ລາວ ຖືສໍາຄັນ ແລະ ສືບຕໍ່ຮັກສາມູນເຊື້ອ ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດ

23/03/2026 13:56
Email Print 83
KPL - Asean 2024 ຂປລ. ວິຖີຊີວິດຂອງຊຸມຊົນຊາວຫວຽດນາມ ຢູ່ ສປປ ລາວ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ມີບົດບາດສຳຄັນຢ່າງຍິ່ງ, ມັນບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການທາງດ້ານຄວາມເຊື່ອຖື, ແຕ່ຍັງເປັນສາຍໃຍເຊື່ອມໂຍງຊຸມຊົນ, ທັງມີສ່ວນຊ່ວຍໃນການຖະນຸຖະໜອມ ແລະ ເຜີຍແຜ່ເອກະລັກຂອງຊາດ

ຂປລ. ວິຖີຊີວິດຂອງຊຸມຊົນຊາວຫວຽດນາມ ຢູ່ ສປປ ລາວ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ມີບົດບາດສຳຄັນຢ່າງຍິ່ງ, ມັນບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການທາງດ້ານຄວາມເຊື່ອຖື, ແຕ່ຍັງເປັນສາຍໃຍເຊື່ອມໂຍງຊຸມຊົນ, ທັງມີສ່ວນຊ່ວຍໃນການຖະນຸຖະໜອມ ແລະ ເຜີຍແຜ່ເອກະລັກຂອງຊາດ ໃນການດຳລົງຊີວິດຢູ່ຕ່າງປະເທດ ໂດຍໃນແຕ່ລະປີ ໄດ້ມີການຈັດກິດຈະກຳຕ່າງໆຢ່າງຕໍ່ເນື່ອງ ເຊິ່ງສະທ້ອນໃຫ້ເຫັນເຖິງວິຖີຊີວິດ, ຈິດໃຈທີ່ອຸດົມສົມບູນ ແລະ ຄວາມຜູກພັນຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ ກັບຄຸນຄ່າທາງດ້ານວັດທະນະທຳແບບດັ້ງເດີມ.

ໃນໄລຍະຕົ້ນປີຂອງທຸກໆປີ, ກິດຈະກຳສະເຫລີມສະຫລອງບຸນປີໃໝ່ປະຈໍາປີຊາວຫວຽດນາມ (ບຸນເຕັດ) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ແລະ ໃນຫລາຍທ້ອງຖິ່ນທີ່ມີຊາວຫວຽດນາມອາໄສຢູ່ເປັນຈຳນວນຫລາຍ ເຊິ່ງໄດ້ເຕົ້າໂຮມເອົາພໍ່ແມ່ປະຊາຊົນຊາວຫວຽດນາມຕ່າງດ້າວ, ອົງການຈັດຕັ້ງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກຈະເປັນໂອກາດໃນການພົບປະສັງສັນ ແລະ ແລກປ່ຽນກັນແລ້ວ, ຍັງເປັນເວທີທີ່ສະທ້ອນເຖິງຮີດຄອງປະເພນີດັ້ງເດີມ ເຊັ່ນ: ການອວຍພອນປີໃໝ່, ການສະແດງສິລະປະ-ວັດທະນະທຳພື້ນເມືອງ ອັນມີສ່ວນຊ່ວຍສືບສານເອກະລັກທາງວັດທະນະທຳພາຍໃນຊຸມຊົນ. ຊຸມຊົນຊາວຫວຽດນາມ ຢູ່ ລາວ ຈະມີພິທີ ຕາມຮິດຄອງປະເພນີ ໂດຍມີພະສົງສາມະເນນ, ພຸດທະສາສະນິກະຊົນ, ຊາວຫວຽດນາມຕ່າງດ້າວ ຕະຫລອດຮອດຕົວແທນຈາກອົງການຈັດຕັ້ງຊຸມຊົນ ແລະ ພາກສ່ວນການທູດເຂົ້າຮ່ວມຢ່າງພ້ອມພຽງ. ພິທີສວດມົນຂໍພອນຕົ້ນປີ ໄດ້ຈັດຂຶ້ນໃນບັນ ຍາກາດທີ່ສະຫງົບ ແລະ ສັກສິດ. ນອກຈາກນີ້, ພາຍໃຕ້ຂອບເຂດຂອງກິດຈະກຳວັດທະນະທຳທີ່ຈັດຂຶ້ນເປັນປະຈຳໃນ ໄລຍະຕົ້ນປີແລ້ວ, ຊຸມຊົນຊາວຫວຽດນາມ ຢູ່ ລາວ ຍັງສືບສານການຈັດພິທີອຸທິດ ແລະ ລະນຶກເຖິງວິລະຊົນຂອງ ລາວ ແລະ ຫວຽດນາມ, ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍທາງດ້ານຈິດວິນຍານເທົ່ານັ້ນ, ແຕ່ຍັງສະທ້ອນເຖິງປະເພນີ, ບຸນຄຸນອັນໃຫຍ່ຫລວງຂອງວິລະບຸລຸດຮຸ່ນກ່ອນ, ພ້ອມທັງເປັນການຊ່ວຍສຶກສາຮຽນຮູ້ ທາງດ້ານປະຫວັດສາດ ແລະ ເສີມສ້າງຈິດສຳນຶກຂອງຊຸມຊົນ ໂດຍສະເພາະແມ່ນຊາວໜຸ່ມຫວຽດນາມ ຢູ່ ລາວ. ຄຽງຄູ່ໄປກັບກິດຈະກຳຢູ່ພາຍໃນວັດ, ອົງການຈັດຕັ້ງຊຸມຊົນຂອງຊາວຫວຽດນາມ ເຊັ່ນ: ສະມາຄົມຊາວຫວຽດນາມ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ຕ່າງກໍມີບົດບາດສຳຄັນໃນການມີສ່ວນຮ່ວມ ແລະ ປະສານງານຈັດກິດຈະກຳຊຸມຊົນ, ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງອົງການເຫລົ່ານີ້ ໄດ້ກໍໃຫ້ເກີດເປັນເຄືອຂ່າຍກິດຈະກຳທາງສັງຄົມ ແລະ ວັດທະນະທຳ ທີ່ມີຄວາມເຊື່ອມໂຍງ ແລະ ຊ່ວຍເຫລືອເກື້ອກູນກັນພາຍໃນຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ.

ເຖິງແນວໃດກໍດີ, ການຈັັດກິດຈະກຳດັ່ງກ່າວບໍ່ພຽງແຕ່ຈຳກັດຢູ່ໃນຊ່ວງຕົ້ນປີເທົ່ານັ້ນ, ແຕ່ຍັງໄດ້ຮັບການ ຈັດຕັ້ງຢ່າງຕໍ່ເນື່ອງຕະຫລອດປີ ຜ່ານໂອກາດສຳຄັນທາງພຸດທະສາສະໜາ, ພິທີລະນຶກ, ການຈຸດທູບບູຊາ ແລະ ພິທີສວດມົນຂໍພອນເປັນໄລຍະ ເຊິ່ງດຶງດູດທັງຊາວຫວຽດນາມ ແລະ ປະຊາຊົນລາວ ເຂົ້າຮ່ວມເປັນຈຳນວນຫລາຍ. ສົ່ງຜົນໃຫ້ຄຸນຄ່າທາງດ້ານວັດທະນະທຳ, ຈິດໃຈແຫ່ງຄວາມດີງາມ, ຄວາມກະຕັນຍູ, ຄວາມສາມັກຄີ ແລະ ວິຖີຊີວິດທີ່ປ່ຽມລົ້ນດ້ວຍນ້ຳໃຈ ຍັງຄົງໄດ້ຮັບການຖະນຸຖະໜອມ ແລະ ເຜີຍແຜ່ຢ່າງຕໍ່ເນື່ອງ. ສຳລັບຄົນລຸ້ນໜຸ່ມ, ການໄດ້ມີສ່ວນຮ່ວມໂດຍກົງໃນເທສະການປະເພນີ, ພິທີກຳທາງສາສະໜາ ແລະ ກິດຈະກຳຊຸມຊົນຕ່າງໆ ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈຮາກເຫງົ້າຂອງຕົນເອງຢ່າງເລິກເຊິ່ງຍິ່ງຂຶ້ນ, ກໍໃຫ້ເກີດຈິດສຳນຶກໃນການອະນຸລັກ ແລະ ສືບສານເອກະລັກຂອງຊາດ, ພ້ອມທັງເສີມສ້າງຄວາມຜູກພັນຂອງຄົນລຸ້ນຫລັງໃຫ້ຫັນກັບຄືນສູ່ຮາກເຫງົ້າ ແລະ ມີຄວາມປາດຖະໜາທີ່ຈະມີສ່ວນຮ່ວມໃນການພັດທະນາປະເທດຊາດບ້ານເກີດເມືອງນອນ.

ຈາກສະພາບຄວາມເປັນຈິງຈະເຫັນໄດ້ວ່າ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ທີ່ໄດ້ຮັບການສືບສານຢ່າງຕໍ່ເນື່ອງ, ມີຄວາມຫລາກຫລາຍ ແລະ ເປັນລະບົບນັ້ນ ບໍ່ພຽງແຕ່ຊ່ວຍອະນຸລັກວິຖີຊີວິດດັ້ງເດີມເທົ່ານັ້ນ, ແຕ່ຍັງຊ່ວຍເຕີມເຕັມຊີວິດທາງດ້ານຈິດໃຈຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ. ທັງຍັງມີບົດບາດສຳຄັນໃນການເສີມສ້າງຄວາມສາມັກຄີພາຍໃນຊຸມຊົນ, ເຜີຍແຜ່ຄຸນຄ່າທາງວັດທະນະທຳຂອງຊາດ ແລະ ມີສ່ວນຮ່ວມຢ່າງເປັນຮູບປະທຳ ໃນການສືບຕໍ່ ແລະ ພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ຍືນຍົງຕະຫລອດໄປ.
KPL