ເມືອງວຽງໄຊ ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028
ຂປລ. ເມືອງວຽງໄຊ ກໍເປັນອີກໜຶ່ງເມືອງທີ່ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນປີ 2026-2028 ເນື່ອງຈາກວ່າໄດ້ຮັບຄະແນນປະເນີນຈາກຄະນະກໍາມະການຂັ້ນສູນກາງ ກວ່າ 95 ຄະແນນ ຫລື ເທົ່າຫັບ 87,96 % ຂອງຄະແນນລວມ 100% ໂດຍການປະເມີນ ໄດ້ກໍານົດໂຕຊີ້ວັດ ດ້ານສິ່ງແວດລ້ອມ, ຄວາມສະອາດ,ການປູກຈິດສໍານຶກ, ພື້ນທີສີຂຽວ, ຄວາມສະອາດ,ຄວາມປອດໄພ,ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ໂດຍສິ່ງເຫລົ່ານີ້ລ້ວນແຕ່ເປັນປັດໄຈສໍາຄັນ ທີ່ຈະເຮັດບັນດາເມືອງຕ່າງໆໄດ້ມາດຕະຖານໄດ້ຮັບລາງວັນທີ່ຊົດກຽດນີ້.
ເມືອງວຽງໄຊ ແຂວງຫົວພັນ ແມ່ນເມືອງປະຫວັດສາດທີ່ຕັ້ງຢູ່ພາກເໜືອຂອງລາວ ເຊິ່ງມີຊື່ສຽງໂດງດັ່ງ ຍ້ອນເປັນເມືອງທີ່ມີຖໍ້າຫລາຍ ໃນລະຫວ່າງສົງຄາມອິນດູຈີນຄັ້ງທີ ສອງ (1964-1973) ຖໍ້າຫີນປູນທີ່ກວ້າງຂວາງ 500ແຫ່ງ ໃນເມືອງນີ້ໄດ້ຖືກນໍາໃຊ້ເປັນສູນບັນຊາການລັບ ແລະ ເປັນບ່ອນຫລົບໄພຂອງຂະບວນການປະຕິວັດລາວ ,ມີປະຊາຊົນເຖິງ 23.000ຄົນ ອາໄສຢູ່ໃຕ້ດິນ, ສ້າງເປັນເມືອງລັບ ທີ່ສົມບູນ ເຊິ່ງມີທັງຫ້ອງການ,ໂຮງໝໍ,ໂຮງຮຽນ ແລະ ໂຮງລະຄອນ ເພື່ອຄວາມຢູ່ລອດຈາກການຖີ້ມລະເບີດຢ່າງໜັກໜ່ວງສະໄໝສົງຄາມ ຈົນມາຮອດປັດຈຸບັນ ຖໍ້າວຽງໄຊໄດ້ກາຍເປັນສະຖານທີທາງປະຫວັດສາດທີ່ສໍາຄັນ ແລະ ເປັນຫລັກຖານທີ່ຊັດເຈນທີ່ສະແດງໃຫ້ເຫັນເຖິງຄວາມອົດທົນ ແລະ ຈິດໃຈຕໍ່ສູ່ເດັດດ່ຽວຂອງປະຊາຊົນ. ພ້ອມດຽວກັນນີ້ ຍັງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ສໍາຄັນ ທີ່ນັກທ່ອງທ່ຽວ ໃຫ້ຄວາມສົນໃຈທີ່ຈະເຂົ້າໄປຊົມຄວາມສວຍງາມ ແລະ ປະຫວັດສາດຂອງຊາດລາວ.
ທ່ານ ແສງສະຫວ່າງ ປະທຸມທອງ ຮອງຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງ ທ່ຽວ, ກົມພັດທະນາການທ້ອງທ່ຽວ ໃຫ້ຮູ້ວ່າ: ການປະເມີນເມືອງມາດຕະຖານ ການທ່ອງທ່ຽວສະອາດອາຊຽນ ໂດຍກຳນົດຕົວຊີ້ວັດ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ານການທ່ອງທ່ຽວ ເພື່ອປະເມີນຄວາມພ້ອມຂອງແຕ່ລະເມືອງໃນເປົ້າໝາຍຖ້າເມືອງໃດຜ່ານເກນມາດຕະຖານ ກໍຈະໄດ້ຮັບລາວວັນນີ້ ເພື່ອເປັນການຍົກລະດັບວຽກງານທ່ອງທ່ຽວ ໃນສະຖານທີ່ຕ່າງໆ ແລະ ເພື່ອສ້າງຄວາມເຊື້ອໝັ້ນຕໍ່ນັກທ່ອງທ່ຽວຫລາຍຂຶ້ນ .ພ້ອມດຽວກັນກໍເປັນການສ້າງຊື້ສຽງໂດຍຜ່ານມາໂຄສະນາທາງອອນລາວ ແລະ ແຜນແນະນໍາສະຖານທີທ່ອງທ່ຽວຕ່າງໆ.
ແນວໃດກໍດີ, ເຖິງວ່າ ເມືອງວຽງໄຊໄດ້ຮັບລາງວັນໃນຄັ້ງນີ້ ແຕ່ຍ້ອງມີບາງຈຸດທີ່ຕ້ອງເອົາໃຈໃສ່ໃຫ້ດີຂຶ້ນຕື່ມເປັນຕົ້ນ ດ້ານການຄຸ້ມຄອງສິ່ງແວດລ້ອມ, ການກໍາຈັດສິ່ງເສດເຫລືອ, ຕົວຊີ້ວັດດ້ານຄວາມປອດໄພແລະຄວາມສະຫງົບໃນຕົວເມືອງ.
ໂດຍ:ມາລີດາ
