ຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຍວນ
![]()
ຂປລ. ຊົນເຜົ່າຍວນ ມີປະຫວັດຄວາມເປັນມາຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງ ສປປ ລາວ ໃນລະຫວ່າງສະຕະວັດທີ XIII ເປັນຕົ້ນມາ ຊຶ່ງປັດຈຸບັນໄດ້ຕັ້ງຖິ່ນຖານພູມລຳເນົາຢູ່ບັນດາແຂວງພາກເໜືອ ແລະ ແຂວງວຽງຈັນ. ຊົນເຜົ່າຍວນມີສອງແຊງ ຄື: ກະລອມ ແລະ ງ້ຽວ, ມີພາສາປາກເວົ້າຈັດຢູ່ໝວດພາສາ ລາວ-ໄຕ, ມີຕົວໜັງສືຂຽນຄ້າຍຄືຕົວທຳລາວ.
![]()
ຊົນເຜົ່າຍວນ ມີຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂົາເຈົ້າ, ນັບຖືສາສະໜາພຸດ ຄຽງຄູ່ກັບການນັບຖືຜີ ເຊັ່ນ: ຜີພໍ່, ຜີແມ່, ຜີພູປ່າດົງ ທັງມີຄວາມເຊື່ອທາງໄສຍະສາດ ແລະ ສິ່ງເໜືອທຳມະຊາດ, ມີຫລາຍຕະກຸນ ແຕ່ຖືວ່າຄົນໃນຕະກຸນດຽວກັນແມ່ນສືບເຊື້ອສາຍມາຈາກບັນພະບູລຸດດຽວກັນ ແລະ ຕ້ອງຮັກແພງສາມັກຄີກັນ. ຊົນເຜົ່າຍວນ ມັກຕັ້ງບ້ານຢູ່ໃນເຂດທົ່ງພຽງ ຕາມແຄມແມ່ນ້ຳລຳເຊທີ່ມີເງື່ອນໄຂສະດວກໃນການດຳລົງຊີວິດປະຈຳວັນ ໂດຍສະເພາະແມ່ນບ່ອນທີ່ມີເງື່ອນໄຂເອື້ອອຳນວຍຕໍ່ການປູກຝັງ. ລັກສະນະເຮືອນແຕ່ກ່ອນ ເຂົາເຈົ້າປຸກເຮືອນຮ້ານແບບເຮືອນຮ້ານ, ມີການຈັດລະບຽບການປະກອບສ້າງພາຍໃນເຮືອນຄ້າຍຄືກັນກັບຊົນເຜົ່າລື້, ພາຍໃນເຮືອນຈັດແບ່ງເປັນຫ້ອງໂລ່ງກວ້າງສຳລັບຮັບແຂກ ແລະ ບ່ອນພັກຜ່ອນ, ສ່ວນຫ້ອງນອນແມ່ນນ້ອຍ, ເຮືອນຄົວນ້ອງໆ ເປັນຕໍ່ອອກໄປຈາກເຮືອນໃຫຍ່. ສຳລັບຂໍ້ຫ້າມ (ຂໍ້ຄະລຳ) ແມ່ນບໍ່ໃຫ້ເຂົ້າຫ້ອງນອນ ແລະ ນັ່ງເບາະຮອງນັ່ງ (ອາສະນະ) ຂອງຜູ້ເປັນເຈົ້າຂອງເຮືອນ, ດ້ານໜ້າຂອງເຮືອນ ມັກມີກີ່ຕຳ່ຫູກ ແລະ ຄົກມືຕຳເຂົ້າ. ນອກຈາກນີ້, ໃນປີໜຶ່ງໆມີບຸນທາງພຸດທະສາສະໜາ ແລະ ການບາສີສູ່ຂວັນຕ້ອນຮັບແຂກຄົນເປັນປະຈຳ, ພ້ອມນັ້ນ ເຂົາເຈົ້າຖືວ່າ ວັດວາອາຮາມເປັນສະຖານທີ່ສຳຄັນ, ສ່ວນຫໍເທວະດາ, ຫໍຜີບ້ານ, ຫໍຜີເມືອງ ເປັນສະຖານທີ່ສັກສິດ ຊຶ່ງຄົນໃນບ້ານຕ້ອງເຄົາລົບ.ຊົນເຜົ່າຍວນ ຈະມີງາມບຸນຄ້າຍຄືກັບຊົນເຜົ່າອື່ນໆເຊັ່ນ:ບຸນປີໃໝ່, ບຸນກິນເຕດ ທີ່ຈະໄດ້ຈັດຂຶ້ນໃນໄລຍະ ທີ່ເກັບກ່ຽວເຂົ້າແລ້ວ, ພວກເຂົາກໍຈະພາກັນຫ້າງຫາກະກຽມເຮັດເຂົ້າຕົ້ມເພື່ອເອົາມາເຮັດໃນງານບຸນດັ່ງກ່າວ. ສ່ວນການນຸ່ງຫົ່ມເອ້ຢ້ອງນັ້ນສ່ວນຫລາຍເຂົາເຈົ້າມັກຖັກແສ່ວ ແລະ ອອກແບບທີ່ເປັນເອກະລັກຂອງຕົນ ໂດຍສະເພາະແມ່ນສິ້ນ,ເສື້ອຂອງແມ່ຍິງ. ປັດຈຸບັນເຄື່ອງນຸ່ງແລະວັດທະນະທຳການແຕ່ງກາຍທີ່ເປັນເອກະລັກຂອງເຂົາເຈົ້າຈະບໍ່ປະກົດໃຫ້ເຫັນຢ່າງຊັດເຈນ, ນອກຈາກເວລາມີພິທີກຳ ແລະ ງານບຸນຕ່າງໆເທົ່ານັ້ນ.
![]()
