ຈີນ ເຫັນດີເປັນເອກະພາບຕໍ່ການໂຈະການຢ້ຽມຢາມຂອງປະທານາທິບໍດີ ສ.ອາເມລິກາ
ຂປລ. ວິທະຍຸ ກະຈາຍສຽງຫວຽດນາມ, ວັນທີ 18 ມີນາ, ແຈ້ງການຂອງຈີນ ໄດ້ເຫັນດີເປັນເອກະພາບ ຕໍ່ການໂຈະການຢ້ຽມຢາມ ປັກກິ່ງ ຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ, ເຊິ່ງຄາດວ່າຈະດຳເນີນ ໃນທ້າຍເດືອນນີ້.
ທ່ານນາງ Karoline Leavitt, ເລຂາສື່ມວນຊົນ ຂອງທຳນຽບຂາວ ໃຫ້ຮູ້ວ່າ: ປັດຈຸບັນ ຍັງບໍ່ທັນມີກຳນົດເວລາລະອຽດ ແລະ ບັນດາເຈົ້າໜ້າທີ່ ພວມມານພະຍາຍາມ ເພື່ອໃຫ້ການຢ້ຽມຢາມ ສາມາດດຳເນີນ ໄປຍິ່ງໄວກໍ່ຍິ່ງດີ. ໂດຍກ່ອນໜ້ານັ້ນ, ທ່ານ ໂດນັນ ທຣຳ ໄດ້ເຜີຍໃຫ້ຮູ້ວ່າ ຈະໂຈະການໄປຢ້ຽມຢາມຈີນ ຕື່ມອີກປະມານ 5-6 ອາທິດ, ດ້ວຍເຫດຜົນ ສະພາບຄວາມເຄັ່ງຕຶງຢູ່ ອີຣານ.
ຕາມແຜນການໃນເບື້ອງຕົ້ນ, ຄາດວ່າ, ທ່ານ ໂດນັນ ທຣຳ ຈະໄປຢ້ຽມຢາມຈີນ ແຕ່ວັນທີ 31 ມີນາ ຮອດວັນທີ 2 ເມສາ. ຄາດວ່າ, ການພົບປະລະຫວ່າງ ບັນດາການນຳ ສ.ອາເມລິກາ-ຈີນ ຈະສຸມໃສ່ບັນດາ ບັນຫາດ້ານການຄ້າ ແລະ ພວມດຳເນີນໄປ ໃນສະພາບຄວາມເຄັ່ງຕຶງ ລະຫວ່າງ 2 ປະເທດ ທີ່ກ່ຽວຂ້ອງເຖິງ ພາສີອາກອນ./.
