ບໍລິສັດ TOKYO PLAZA ນໍາສະເໜີສິນຄ້າຈາກປະເທດຍີ່ປຸ່ນສູ່ສັງຄົມລາວ

23/03/2026 11:05
Email Print 83
KPL - Asean 2024 ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

       

       ຂປລ. ບໍລິສັດ TOKYO PLAZA ​ແມ່ນບໍລິສັດ​ນໍາ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຈາກ​ຍີ່ປຸ່ນ ສູ່​ສັງຄົມ​ລາວ ມາ​ເປັນ​ເວລາ 9 ປີ ​ເປັນ​ຕົ້ນ​ ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ ​ເຊິ່ງ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ​ຈາກ​ສັງຄົມ​ລາວ ຕະຫລອດມາ.

          ທ່ານ ນາງ ບຸນຄໍ້າ ແກ້ວດາລາສີ ພະນັກງານ ຢູ່ຮ້ານ Pin Tokyo Plaza ໄດ້ໃຫ້ສໍາພາດ ທີ່ງານ ລົດຊາດອາຫານຍີ່ປຸ່ນ (Taste of Japan)ເມື່ອບໍ່ດົນາມານີ້ວ່າ: ຂ້າພະເຈົ້າຮູ້ສຶກດີໃຈຫລາຍທີ່ໄດ້ມີ ໂອກາດເປັນຕົວແທນຂອງບໍລິສັດ ມານຳສະເໜີສິນຄ້ານຳເຂົ້າຈາກປະເທດຍີ່ປຸ່ນ ໃຫ້ກັບບັນດາແຂກທີ່ເຂົ້າຮ່ວມງານໃນຄັ້ງນີ້ ໃຫ້ຮັບຮູ້ຄວາມຕັ້ງໃຈຂອງບໍລິສັດ ທີ່ໄດ້ຄັດເລືອກເອົາຜະລິດຕະພັນ, ສິນຄ້າດີໆມີຄຸນນະພາບຈາກປະເທດຍີ່ປຸ່ນ ເຂົ້າມາສູ່ສັງຄົມລາວໄດ້ຊົມໃຊ້ ໄດ້ຮັບປະທານເປັນຕົ້ນແມ່ນ ໄຂ່ປາແຊວມ້ອນ, ປາບູລີ (ປາຮາມາຈິ) ແລະ ອື່ນໆອີກຫລາຍລາຍການ, ນອກນັ້ນຍັງນຳສະເໜີກ່ຽວກັບທຸລະກິດ ຂອງຮ້ານປິ່ນໂຕກຽວພລາຊາ Pin Tokyo Plaza ບໍ່ວ່າຈະເປັນປະເພດສິນຄ້າ: ນຳເຂົ້າຜະລິດຕະພັນຈາກປະເທດຍີ່ປຸ່ນ 100%, ໝວດສິນຄ້າ: ມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນ, ອາຫານ, ເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າອື່ນໆ. ເຖິງແນວໃດກໍດີ, ນັບແຕ່ມື້ດຳເນີນທຸລະກິດແຕ່ປີ 2015 ຈົນເຖິງປັດຈຸບັນ (ກ້າວເຂົ້າສູ່ປີທີ 9), ເຫັນວ່າໄດ້ຮັບການຕອບຮັບ ຈາກລູກຄ້າພາຍໃນປະເທດດີຫລາຍ ຍ້ອນວ່າ ລູກຄ້າໄດ້ກັບໄປຊື້ຊໍ້າສິນຄ້າຕະຫລອດ ບໍ່ວ່າຈະເປັນໄຂ່ປາແຊວມ້ອນ, ປາບູລີ (ປາຮາມາຈິ) ແລະ ອື່ນໆ, ສ່ວນການຈຳໜ່າຍມີທັງຂາຍສົ່ງ, ຂາຍຍ່ອຍ ແລະ ຂາຍຜ່ານທາງອອນລາຍ. ພ້ອມນັ້ນ,ກໍຍັງໄດ້ຂະຫຍາຍຕົວສາຂາຕື່ມອີກ ມາຮອດປັດຈຸບັນແມ່ນມີ 3 ສາຂາ ຢູ່ນະຄອນຫລວງວຽງຈັນ ຄື: ສາຂາບຶງຂະຫຍອງ, ສາຂາໂພນໄຊ ແລະ ສາຂາ T2. ນອກຈາກນີ້, ຍັງມີຕົວແທນຈຳໜ່າຍຢູ່ທີ່ຕ່າງແຂວງ ຄື: ຊຸບເປີມາເກັດ ແລະ ຮ້ານເຄື່ອງສຳອາງຕ່າງໆ. ຈຸດເດັ່ນສິນຄ້າຂອງພວກເຮົາແມ່ນເນັ້ນເລື່ອງຄຸນນະພາບສູງ ຈຶ່ງເຮັດໃຫ້ລູກຄ້າໃຊ້ແລ້ວມີການບອກຕໍ່ ແລະ ກັບມາຊື້ຊ້ຳ. ຄຽງຄູ່ກັບການດໍາເນີນທຸລະກິດທີ່ມີຄວາມສະດວກ ນັ້ນກໍແມ່ນຄວາມດີໃຈທີ່ໄດ້ນໍາເອົາອາຫານຈາກປະເທດຍີ່ປຸ່ນເຂົ້າມາໃຫ້ຄົນລາວໄດ້ບໍລິໂພກ ແລະ ນໍາໃຊ້, ໄລຍະປີທຳອິດແມ່ນພົບຄວາມຫຍຸ້ງຍາກດ້ານພາສາ ແລະ ການເຮັດໃຫ້ຄົນລາວເປີດໃຈຮັບຮູ້ ຜະລິດຕະພັນຈາກຕ່າງປະເທດ. ສຳລັບເປົ້າໝາຍໃນອະນາຄົດ ທາງບໍລິສັດຫວັງວ່າຈະເປັນຕົວແທນ ໃນການຂະຫຍາຍສິນຄ້າຍີ່ປຸ່ນໃນຕະ ຫລາດລາວໃຫ້ຫລາຍຂຶ້ນ ທັງເປັນຜູ້ສະໜອງສິນຄ້າ ໃຫ້ກັບຮ້ານຄ້າແຫ່ງຕ່າງໆໃນທົ່ວປະເທດ ແລະ ຂະຫຍາຍສາຂາເພີ່ມເຕີມ.

ງານລົດຊາດອາຫານຍີ່ປຸ່ນ (Taste of Japan)  ​​ແມ່ນ​ງານທີ່​ຈັດ​ຂຶ້ນ​ ເພື່ອ​ເປັນ​ການ​ນໍ​າສະ​ເໜີ ວັດທະນະທຳອາຫານຍີ່ປຸ່ນແບບດັ້ງເດີມ ທີ່ມີເອກະລັກສະເພາະ ຂອງປະ​ເພດ​ຍີ່ປຸ່ນແລະ ເພື່ອເປັນການແລກປ່ຽນວັດທະນະທຳ ລະຫວ່າງ ລາວ-ຍີ່ປຸ່ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຜ່ານອາຫານ ແລະ ເຄື່ອງດື່ມຊຶ່ງຜະລິດຕະພັນທີ່ນຳມາສະເໜີໃນຄັ້ງນີ້ ປະກອບມີ: ເຫລົ້າສາເກແບບດັ້ງ ເດີມ, ເຫລົ້າບ້ວຍອຸເມຊຸ, ເຫລົ້າອາລາໂມຣີ ແລະ ຜະລິດຕະພັນອາຫານ.

ໂດຍ: ມາລີດາ

KPL