ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

03/03/2026 11:58
Email Print 83
KPL - Asean 2024 ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ


ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ ຄື: ລາງ ຂປລ. ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ມີຜົນ ສຳເລັດໂດຍພື້ນຖານ ໃນການນຳໃຊ້ ໄອຊີທີ ເຂົ້າໃນການຄຸ້ມຄອງການ ຮຽນ-ການສອນ ແລະ ບໍລິການຄຸ້ມ ຄອງຫ້ອງການ ແນໃສ່ເຮັດໃຫ້ການ ສຶກສາ ມີຄວາມເທົ່າທຽມກັນ ລະ ຫວ່າງເຂດຕົວເມືອງ ແລະ ຊົນນະ ບົດ ເພື່ອພັດທະນາວຽກງານການ ສຶກສາ ໃຫ້ໄດ້ມາດຕະຖານ, ມີຄຸນ ນະພາບ, ມີຄວາມໂປ່ງໃສ, ມີຄວາມ ຍືນຍົງ ແລະ ຫລຸດຜ່ອນອັດຕາປະ ລະການຮຽນ ພ້ອມທັງສ້າງເປັນ ເຄື່ອງມື ໃນການຕິດຕາມ, ຄຸ້ມຄອງ ການຈັດຕັ້ງການຮຽນ-ການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກຂອງພະນັກ ງານ ແລະ ຄູສອນ. ທ່ານ ວັນຄຳ ສຸນັນທາ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ລາຍງານຕໍ່ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະ ຈຳພາກຮຽນທີ I ແລະ ວາງທິດ ທາງແຜນການ ພາກຮຽນທີ II ປະ ຈຳສົກຮຽນ 2025-2026 ເມ່ືອບໍ່ ດົນມານີ້ວ່າ:



ໃນພາກຮຽນທີ I ປະ ຈໍາສົກຮຽນ 2025-2026 ທາງ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ອີງໃສ່ວິໄສທັດ ຂອງ ການສຶກສາແຫ່ງຊາດ ແຕ່ນີ້ເຖິງ ປີ 2030 ແລະ ຍຸດທະສາດການ ສຶກສາຮອດປີ 2025, ຍຸດທະສາດ ດີຈິຕອນ ສໍາລັບການສຶກສາ ປີ 2025-2035, ລັດຖະດໍາລັດຂອງ ລັດຖະບານ ວ່າດ້ວຍການບໍລິຫານ ແລະ ການບໍລິການລັດແບບດີຈິ ຕອນ ສະບັບເລກທີ 290/ລບ ລົງ ວັນທີ 17 ສິງຫາ 2022 ແລະ ຄໍາ ແນະນໍາຂອງເຈົ້າແຂວງວຽງຈັນ ສະບັບເລກທີ 07/ຈຂ.ວຈ ລົງວັນທີ 16 ມີນາ 2023 ວ່າດ້ວຍການນໍາ ໃຊ້ລະບົບ smart school ເຂົ້າໃນ ການຄຸ້ມຄອງການຮຽນ-ການສອນ ໃນໂຮງຮຽນສາມັນສຶກສາທົ່ວ ແຂວງວຽງຈັນ ຈຶ່ງເຮັດໃຫ້ການ ຈັດຕັ້ງປະຕິບັດໃນການນຳໃຊ້ໄອຊີ ທີເຂົ້າໃນການຄຸ້ມຄອງການຮຽນການສອນ ແລະ ບໍລິການຄຸ້ມຄອງ ຫ້ອງການ ສໍາເລັດຜົນໄດ້ໂດຍພື້ນ ຖານ ເປັນຕົ້ນ ສໍາເລັດການສ້າງ ແລະ ພັດທະນາລະບົບຄຸ້ມຄອງການ ຮຽນ-ການສອນທີ່ທັນສະໄໝ (Smart school) ໂດຍພື້ນຖານ, ສ້າງບັນຊີຜູ້ຄຸ້ມຄອງລະບົບຂັ້ນ ແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງ ຮຽນ, ສ້າງແອັບຜູ້ຄຸ້ມຄອງຂັ້ນ ແຂວງ, ສ້າງແອັບຜູ້ຄຸ້ມຄອງຂັ້ນ ເມືອງ, ການລາພັກ ແລະ ອອກວຽກ ນອກ, ສ້າງແອັບຜູ້ຄຸ້ມຄອງຂັ້ນໂຮງ ຮຽນ, ສ້າງບັນຊີຜູ້ຄຸ້ມຄອງລະບົບ ໂຮງຮຽນ, ການນໍາຄະແນນເຂົ້າລະ ບົບ, ທະບຽນນັກຮຽນຈົບຊັ້ນ, ສ້າງ ແອັບສໍາລັບຄູສອນ, ສ້າງແອັບສໍາ ລັບນັກຮຽນ, ແອັບສໍາລັບຜູ້ປົກ ຄອງ ແລະ ລະບົບການບໍລິຫານຄຸ້ມ ຄອງຫ້ອງການສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ ປະກອບ ມີ ເມືອງວຽງຄຳ, ແກ້ວອຸດົມ, ໂພນ ໂຮງ, ທຸລະຄົມ, ຫີນເຫີບ, ວັງວຽງ, ກາສີ, ແມດ, ເຟືອງ, ໝື່ນ ແລະ ເມືອງຊະນະຄາມ. ນອກຈາກນີ້, ໂດຍປະຕິບັດຕາມ ການຮ່ວມມືຂອງອົງການ ແອັກຊັນ ອີດູເຄຊັນ ໃນການສະໜັບສະໜູນ ອຸປະກອນໄອຊີທີ ເຂົ້າໃນການຈັດ ການຮຽນ-ການສອນ ເພື່ອການ ປັບປຸງສະພາບແວດລ້ອມທີ່ເປັນ ການຮຽນຮ່ວມ ແລະ ເປັນມິດໃນ ການຮຽນຮູ້ກັບເດັກ ແລະ ຜົນການ ຮຽນທີ່ມີຄຸນນະພາບ ສຳລັບການ ສຶກສາກ່ອນໄວຮຽນ ແລະ ປະຖົມ ສຶກສາຢູ່ແຂວງວຽງຈັນ ຊຶ່ງທາງ ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ການຊີ້ນໍາ ຢ່າງໃກ້ຊິດ ເຮັດໃຫ້ໂຮງຮຽນໃນ ກຸ່ມເປົ້າໝາຍຂອງໂຄງການ ໄດ້ ຮັບການພັດທະນາ ແລະ ມີທັກສະ ໃນການນໍາໃຊ້ໄອຊີທີ ເຂົ້າໃນການ ຮຽນ-ການສອນດີຂຶ້ນ ເປັນຕົ້ນ ການນໍາໃຊ້ແອັບພລີເຄຊັນ ສໍາລັບ ການຮຽນອ່ານ, ຂຽນ, ຄິດໄລ່ເລກ ແລະ ພາສາອັງກິດ.



ການນຳໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງການຮຽນການສອນໃນໂຮງຮຽນ ແລະ ຫ້ອງ ການທົ່ວແຂວງວຽງຈັນ ແມ່ນແນ ໃສ່ເຮັດໃຫ້ການສຶກສາມີຄວາມ ເທົ່າທຽມກັນ ລະຫວ່າງເຂດຕົວ ເມືອງ ແລະ ຊົນນະບົດ, ເພື່ອພັດ ທະນາວຽກງານການສຶກສາໃຫ້ ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມໂປ່ງໃສ, ມີຄວາມຍືນຍົງ ຫລຸດຜ່ອນອັດຕາປະລະການຮຽນ ແນໃສ່ພັດທະນາຊັບພະຍາກອນ ມະນຸດ ໃຫ້ມີທັກສະທາງດ້ານການ ນໍາໃຊ້ເຕັກໂນໂລຊີ ເຮັດໃຫ້ຜູ້ບໍລິ ຫານການສຶກສາທຸກຂັ້ນ ມີຄວາມ ສະດວກໃນການຕິດຕາມ ຄຸ້ມຄອງ ການຮຽນ-ການສອນ ໃຫ້ບັນລຸຜົນ ສໍາເລັດຕາມແນວທາງຂອງພັກລັດທີ່ກໍານົດໄວ້; ສ້າງເປັນຖານຂໍ້ ມູນທາງການສຶກສາໃຫ້ເປັນລະບົບ Digital Data Center ຂອງ ແຂວງ ເພື່ອສາມາດເຊື່ອມໂຍງຂໍ້ ມູນຂ່າວສານການສຶກສາແຕ່ລະຂັ້ນ; ສ້າງເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງການຈັດຕັ້ງການຮຽນການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກ ຂອງພະນັກງານ ແລະ ຄູສອນ. ສຳລັບແຜນການຈັດຕັ້ງປະຕິ ບັດໃນຕໍ່ໜ້າແມ່ນສືບຕໍ່ເລັ່ງໃຫ້ຜູ້ ບໍລິຫານ, ພະນັກງານ, ຄູ-ອາຈານ



ເພີ່ມທະວີໃນການເຊື່ອມຊຶມແນວ ທາງຂອງພັກ-ລັດທີ່ວາງອອກ ເພື່ອ ຫັນມາເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາອັນລະ ອຽດ ຕາມຄວາມຮັບຜິດຊອບຂອງ ຕົນ ໃຫ້ສອດຄ່ອງກັບການພັດທະ ນາແຕ່ລະໄລຍະ; ປຸກລະດົມຂົນ ຂວາຍ, ແນະນໍາ ພະນັກງານ, ຄູ-ອາ ຈານ, ນັກຮຽນ-ນັກສຶກສາ, ພໍ່ແມ່ ຫລື ຜູ້ປົກຄອງ, ຊຸມຊົນສັງຄົມ ໃຫ້ ມີສະຕິໃນການນໍາໃຊ້ເຕັກໂນໂລຊີ ໄປໃນແນວທາງທີ່ຖືກຕ້ອງ ແລະ ເໝາະສົມ ສະກັດກັ້ນໄພຄຸກຄາມ ຂອງສື່ອອນລາຍ; ສົ່ງເສີມ, ແນະນໍາ ພະນັກງານ, ຄູ-ອາຈານ, ນັກຮຽນນັກສຶກສາ, ພໍ່ແມ່ ຫລື ຜູ້ປົກຄອງ ໃນ ການນຳໃຊ້ລະບົບທັນສະໄໝເຂົ້າ ໃນການຄຸ້ມຄອງການຮຽນ-ການ ສອນ ເປັນຕົ້ນ ສ້າງສື່ການຮຽນການສອນທີ່ຫລາກຫລາຍ ເພື່ອ ສ້າງເປັນຖານຂໍ້ມູນສໍາລັບນັກຮຽນ ໃນການຄົ້ນຄວ້າສຶກສາຮໍ່າຮຽນ; ຈັດຕັ້ງເຜີຍແຜ່ຄໍາແນະນໍາຂອງ ເຈົ້າແຂວງ ໃນການນໍາໃຊ້ລະບົບ ທັນສະໄໝ ເຂົ້າໃນການຄຸ້ມຄອງ ການຮຽນ-ການສອນ ຢູ່ໃນໂຮງ ຮຽນທົ່ວແຂວງວຽງຈັນ ໃນຂອບ ເຂດທີ່ຕົນຮັບຜິດຊອບໃຫ້ທົ່ວເຖິງ; ສະໜອງງົບປະມານໃຫ້ພຽງພໍ ໃນ ການພັດທະນາຄຸ້ມຄອງລະບົບ ເພື່ອ ໃຫ້ມີຄວາມສະຖຽນໃນການນໍາ ໃຊ້; ປັບປຸງລະບົບຖານຂໍ້ມູນຕອບ ສະໜອງທາງດ້ານລະບົບເຄືອຂ່າຍ ສັນຍານ ແລະ ຖານບັນຈຸຂໍ້ມູນ (server) ໃຫ້ພຽງພໍ;



ຮ່ວມມືກັບ ຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງ ເອົາທຶນຊ່ວຍເຫລືອ ໃນການພັດທະ ນາລະບົບທັນສະໄໝ ເຂົ້າໃນການ ຄຸ້ມຄອງການຮຽນ-ການສອນໃນ ໂຮງຮຽນທົ່ວແຂວງວຽງຈັນ ໃຫ້ມີ ຄວາມຍືນຍົງ; ສະໜອງງົບປະມານ ຈັດຝຶກອົບຮົມວຽກງານວິຊາການ ສະເພາະດ້ານ ໃຫ້ພະນັກງານສູນໄອ ຊີທີ ເພື່ອສ້າງຄວາມເຂັ້ມແຂງດ້ານ ການນໍາໃຊ້ໄອຊີທີໃຫ້ແກ່ຄູອາຈານ ແລະ ພະນັກງານພາຍໃນຂະແໜງ ການສຶກສາ ພ້ອມທັງລົບລ້າງການ ກືກຄອມພິວເຕີ ແລະ ລົງຕິດຕາມຊຸກ ຍູ້ການນຳໃຊ້ລະບົບທັນສະໄໝ ເຂົ້າ ໃນການຄຸ້ມຄອງການຮຽນ-ການ ສອນຢູ່ໃນໂຮງຮຽນທົ່ວແຂວງ ວຽງຈັນ. ວັນມາດຕະຖານໂຮງແຮມຂຽວ ອາຊຽນ, ລາງວັນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດ ງານອາຊຽນ, ລາງວັນການທ່ອງ ທ່ຽວແບບຍືນຍົງອາຊຽນ. ສະນັ້ນ, ມື້ນີ້ ຄໍລໍາ “ທ່ອງທ່ຽວເມືອງລາວ” ຈະມານໍາສະເໜີ ຕື່ມກ່ຽວກັບລາງ ວັນ ມາດຕະຖານສະຖານທີ່ຈັດງານ ອາຊຽນ ວ່າມີສະຖານທີ່ໃດແດ່ໄດ້ ຮັບລາງວັນໃນຄັ້ງນີ້. ສຳລັບ ລາງວັນມາດຕະຖານສະ ຖານທີ່ຈັດງານອາຊຽນ ASEAN MICE Venue Standards ໄດ້ ຮັບທັງໝົດ 13 ລາງວັນ, 5 ອັນດັບ ສູງສຸດຂອງ 2 ປະເພດລາງວັນ ຄື:



ປະເພດລາງວັນສະຖານທີ່ຈັດກອງ ປະຊຸມ Meeting Room ປະ ກອບມີ: ໂຮງແຮມ ຮໍລິເດອິນ ນະ ຄອນຫລວງວຽງຈັນ, ໂຮງແຮມ ສຸດ ພັດຕຣາວຽງຈັນ ນະຄອນຫລວງ ວຽງຈັນ, ໂຮງແຮມ ລາດຊະວົງ ວັນດ້າວິສຕ້າ ນະຄອນຫລວງວຽງ ຈັນ, ໂຮງແຮມ ເມືອງແທັງລັກເຊີຣີ ວຽງຈັນ ນະຄອນຫລວງວຽງຈັນ, ຫໍປະຊຸມ ແຂວງອັດຕະປື; ປະເພດ ລາງວັນສະຖານທີ່ຈັດງານເທສະ ການ Event Venue ປະກອບ ມີ: ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ໂຮງແຮມ ເມືອງແທັງລັກເຊີຣີວຽງຈັນນະ ຄອນຫລວງວຽງຈັນ, ໂຮງແຮມ ສຸດ ພັດຕຣາວຽງຈັນ ນະຄອນຫລວງ ວຽງຈັນ, ໂຮງແຮມ ເດິແກຣນ ຫລວງພະບາງ ແຂວງຫລວງພະບາງ, ສະຖານທີ່ຈັດງານເທສະ ການນ້ຳຕົກຕາດເລາະ ແຂວງສາ ລະວັນ. ນອກຈາກ 5 ອັນດັບສູງສຸດ ຂອງແຕ່ລະ 2 ປະເພດລາງວັນຂ້າງ ເທິງນີ້ ໄດ້ຮັບກຽດເດີນທາງໄປ ຮັບລາງວັນດ້ວຍຕົນເອງໃນທ້າຍ ເດືອງມັງກອນ 2026 ທີ່ຜ່ານມາ ນີ້ແລ້ວ, ຍັງມີປະເພດລາງວັນໃນ ແຕ່ລະມາດຕະຖານອື່ນໆຕື່ມອີກ ຊຶ່ງຄະນະຮັບຜິດຊອບຈະມີພິທີ ມອບ-ຮັບລາງວັນທັງໝົດຮ່ວມກັນ ອີກຄັ້ງຢູ່ນະຄອນຫລວງວຽງຈັນ



ເພື່ອເປັນການຍ້ອງຍໍຊົມເຊີຍທຸກ ພາກສ່ວນທີ່ໄດ້ຮັບລາງວັນອັນມີ ກຽດນີ້. ງານມອບ-ຮັບລາງວັນມາດ ຕະຖານການທ່ອງທ່ຽວອາຊຽນປະ ຈໍາປີ 2026 ໃນຄັ້ງນີ້, ໄດ້ມີການ ມອບລາງວັນໃຫ້ພາກສ່ວນຕ່າງໆ ຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງ ຖິ່ນ ຊຶ່ງຜົນສຳເລັດດັ່ງກ່າວແມ່ນໄດ້ ຮັບການນໍາພາ-ຊີ້ນໍາຈາກການນໍາ ຂັ້ນສູນກາງ, ຂັ້ນແຂວງ ແລະ ການ ມີສ່ວນຮ່ວມຈາກພາກລັດ, ພາກ ທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນ ດ້ານງົບປະມານຈາກລັດຖະບານ ແຫ່ງ ສປປ ລາວ ແລະ ໂຄງການ ພັດທະນາພື້ນຖານໂຄງລ່າງ ເພື່ອ ສົ່ງເສີມການທ່ອງທ່ຽວໄລຍະ 2 ADB (Second GMS Tourism Infrastructure for Inclusive Growth ProjectTIIGP2).
KPL