ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

03/03/2026 16:53
Email Print 83
KPL - Asean 2024 ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນ

ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນ ທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນ ກາຍເປັນຜູ້ນໍາໜ້າດ້ານອຸດສາຫະກໍາຫຸ່ນຍົນ ແລະ ເອໄອສາມາດນໍາໃຊ້ເຂົ້າໃນວຽກງານສາທາລະນະສຸກ ໄດ້ຢ່າງມີປະສິດທິຜົນສູງ. ຈາກພາບເຫລົ່ານັ້ນໄດ້ເກີດມີຄໍາຖາມວ່າຫຸ່ນຍົນຈະກາຍເປັນຕົວແທນແຮງງານຍຸກໃໝ່ ແລະ ເປັນກະດູກສັນຫລັງເສດຖະກິດໂລກຈິງ ຫລື ບໍ່?. ບັນດາຜູ້ຊ່ຽວ ຊານພັດທະນາຫຸ່ນຍົນທົ່ວໂລກຄາດວ່າຫຸ່ນຍົນອາດບໍ່ພຽງນໍາໃຊ້ທົດແທນແຮງງານຂອງມະນຸດເທົ່ານັ້ນຫາກຍັງຈະກາຍເປັນເກືອບທຸກສິ່ງຢ່າງໃນສັງຄົມຈົນກະທັງໄປເຖິງການໃຫ້ບໍລິການປິ່ນປົວ ແລະ ກູ້ຊີວິດ ມະນຸດຈາກພະຍາດ,ອຸບັດເຫດ ແລະ ໄພພິບັດຕ່າງໆ ຢ່າງໜ້າມະຫັດສະຈັນໃນຍຸກໂລກາພິວັດແຫ່ງສະຕະວັດທີ 21.

          ຮິວແມນນອຍ ຫລື ເອີ້ນວ່າ: ຫຸ່ນຍົນມະນຸດ (Humanoid)” ແມ່ນຄຳເວົ້າອາດເຮັດໃຫ້ຫລາຍຄົນນຶກເຖິງຮູບເງົາເລື່ອງສົງຄາມອະວະກາດ Star Wars ໃນອະດີດຊຸມປີ 1977-1998 ໃນຄາບຊອບຟາວເວີຕາເວັນຕົກ (softpower) ເປັນສ່ວນໜຶ່ງຂອງການເຜີຍແຜ່ອໍານາດນຸ້ມນວນທາງວັດທະນະທໍາຂອງຊາດຕາເວັນຕົກໄດ້ເຊື່ອມ ຊືມເປັນຄ່ານິຍົມເຮັດໃຫ້ເກີດຄວາມສຸກ ແລະ ບັນເທີງຕື່ນຕາຕື່ນໃຈຕໍ່ຜູ້ຄົນໄປທົ່ວໂລກ. ແຕ່ເຊື່ອ ຫລື ບໍ່ວ່າຮູບເງົາເລື່ອງສົງຄາມອະວະກາດທີ່ມີມະນຸດ ແລະ ຫຸ່ນຍົນເປັນຕົວລະຄອນເອກໃນອະດີດ 40 ກວ່າປີຜ່ານມາ ເຖິງປັດຈຸບັນມັນໄດ້ກ້າວຂາອອກຈາກໜ້າຈໍຮູບເງົາມາສູ່ໂລກຄວາມເປັນຈິງແລ້ວ ເຊິ່ງຫຸ່ນຍົນເຫລົ້ານັ້ນໄດ້ເຂົ້າມາຢູ່ໃນບ້ານ,ເຮືອນ, ໂຮງງານ, ບໍລິສັດ, ຮ້ານອາຫານ, ໂຮງແຮມ, ໂຮງໝໍຂອງພວກເຮົາແລ້ວ. ໃນຂະນະທີ່ເຕັກໂນໂລຊີ ເອໄອ (AI) ກຳລັງເຮັດໃຫ້ຫຸ່ນຍົນ ມີຊີວິດຊີວາສົມຈິງຈົນແຍກບໍ່ອອກ ວ່າອັນໃດເປັນຫຸ່ນຍົນ, ອັນໃດເປັນມະນຸດ, ສັດ ແລະ ວັດຖຸສິ່ງອື່ນໆທີ່ເຄື່ອນໄຫວໄດ້ຄ້າຍຄືກັບພວກເຮົາເຈົ້າຂ້ອຍ.

ຕາມການລາຍງານຈາກໂຄງການຄົ້ນຄວ້າໂກແມນແຊັກ (Goldman Sachs Research projects ) ຄາດຄະເນວ່າ ມູນຄ່າຕະຫລາດຫຸ່ນຍົນມະນຸດທົ່ວໂລກຈະບັນລຸ 38 ຕື້ໂດລາໃນປີ 2035 ເຊິ່ງໄດ້ຮັບແຮງຂັບເຄື່ອນຈາກຫ່ວງໂສ້ຄວາມຕ້ອງການເພີ່ມຂຶ້ນ, ຄວາມກ້າວໜ້າຢ່າງວ່ອງໄວໃນດ້ານປັນຍາປະດິດ, ການຫລຸດຜ່ອນຕົ້ນທຶນການຜະລິດຢ່າງຫລວງຫລາຍ ແລະ ອື່ນໆ. ພາກອຸດສາຫະກຳຕ່າງໆພວມຫັນປ່ຽນຈາກການນໍາໃຊ້ມະນຸດສູ່ການນຳໃຊ້ຫຸ່ນຍົນແທນ ໂດຍສະເພາະຈີນກໍາລັງກ້າວຂຶ້ນ ເປັນຜູ້ນໍາດ້ານອຸດສາຫະກໍາຫຸ່ນຍົນອັນດັບຕົ້ນໆຂອງໂລກ, ໃນນັ້ນມີ ບໍລິສັດທີ່ມີຊື່ສຽງໂດ່ງດັງຂອງຈີນ ເຊັ່ນ: Unitree, Galbot, Noetix,MagicLab ແລະ ອື່ນໆກາຍເປັນຜູ້ສະໜອງທັງພາຍໃນ ແລະ ຕ່າງປະເທດຢ່າງໂດດເດັ່ນ.

 

ນັກວິເຄາະໄດ້ອ້າງອີງຕາມຫລັກວິຊາການເຫັນວ່າຄວາມສຳເລັດຂອງຈີນນີ້ເກີດຈາກປັດໄຈສໍາຄັນຄື:  ປັດໄຈດ້ານອຸປະທານ (Supply Side) ແລະ ປັດໄຈດ້ານອຸປະສົງ (Demand Side) ໃນນັ້ນ; ປັດໄຈດ້ານອຸປະທານ(Supply Side)ແມ່ນ ຄວາມພ້ອມດ້ານເຕັກໂນໂລຊີ ຄືນະໂຍບາຍລັດຖະບານຈີນທີ່ເຂັ້ມແຂງໄດ້ບັນຈຸການພັດທະນາ AI ແລະ ຫຸ່ນຍົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຈີນ 5 ປີຄັ້ງທີ 14 ແລະ ຄັ້ງທີ 15 ຫລໍ່ຫລອມເຂົ້າກັນຈົນກາຍເປັນແຜ່ນຄໍາທີ່ມີຄ່າໝັ້ນຄົງໂດຍກຳນົດເປົ້າໝາຍໃຫ້ເປັນອຸດສາຫະກຳແຖວໜ້າຂອງໂລກ ໃນນັ້ນ ໄດ້ກວມເອົາຄວາມເປັນຜູ້ນຳດ້ານສິດທິບັດ. ປັດຈຸບັນ ຈີນຄອງອັນດັບຕົ້ນໆຂອງໂລກໃນການຈົດສິດທິບັດດ້ານຫຸ່ນຍົນ ແລະ AI ໂດຍມີບໍລິສັດຮົວເຫວີຍ ( Huawei), ປາຍຕູ(Baidu) ແລະ ເທັນເຊັນ(Tencent) ເປັນຜູ້ນຳ; ແຫລ່ງລວມສູນໂຮມເອົາຄົນເກັ່ງ (Pool of Talent) ເຊິ່ງລະບົບການສຶກສາຂອງຈີນໃຫ້ຄວາມສຳຄັນກັບສາຂາ AI ແລະ ຫຸ່ນຍົນມາກວ່າ 10 ປີ ໂດຍໄດ້ສ້າງບັນດານັກວິສະວະກໍາຫລາຍກວ່າ 1 ລ້ານຄົນຕໍ່ປີ ແລະ ຫລາຍກວ່າອາເມລິກາປະມານ 10 ເທົ່າ;  ການເຊື່ອມໂຍງເຕັກໂນໂລຊີ (Technology Convergence): ຈີນໃຊ້ຄວາມໄດ້ປຽບເປັນຜູ້ນຳໃນອຸດສາຫະກຳລົດໄຟຟ້າ EV ແລະ ລົດບໍ່ມີຄົນຂັບມາຕໍ່ຍອດ ເນື່ອງຈາກຫຸ່ນຍົນ ແລະ ລົດອັດສະລິຍະ ຕ່າງກໍໃຊ້ເຕັກໂນໂລຊີຮ່ວມກັນ ເຊັ່ນ: ໝໍ້ໄຟ (ແບັດເຕີຣີ), ລະບົບ AI ແລະ ຊິ້ນສ່ວນແຮ່ຫາຍາກ( Rare Earth) ອື່ນໆ. ປັດໃຈດ້ານອຸປະສົງ (Demand Side) ແມ່ນແຮງຊຸກຍູ້ຈາກກຸ່ມສັງຄົມຜູ້ສູງອາຍຸ (Super Aging Society) ໃນນີ້ຈີນມີທ່າອ່ຽງຈໍານວນປະຊາກອນຜູ້ສູງອາຍຸປະມານ 60 ປີຂຶ້ນໄປກວ່າ 23% ຫລື ປະມານ 300-400 ລ້ານຄົນ ເຊິ່ງກາຍເປັນຄວາມຈຳເປັນໃນການນຳຫຸ່ນຍົນມາທົດແທນແຮງງານຄົນຫລາຍຂຶ້ນ; ການປ່ຽນຜ່ານສູ່ເສດຖະກິດພາກບໍລິການ (Service-based Economy): ເມື່ອຈີນຄ່ອຍໆປ່ຽນຈາກພາກການຜະລິດມາສູ່ພາກບໍລິການ ເຮັດໃຫ້ຄວາມຕ້ອງການຫຸ່ນຍົນຮູບແບບມະນຸດ (Humanoid) ເພື່ອໃຊ້ໃນວຽກບໍລິການ, ຄວາມບັນເທີງ ແລະ ການດູແລຜູ້ສູງອາຍຸ ຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ.  ຄວາມໄດ້ປຽບດ້ານຕົ້ນທຶນ ແລະ ການຜະລິດ: ກາຍເປັນປັດໄຈສຳຄັນອີກປະການໜຶ່ງຄື ຕົ້ນທຶນການຜະລິດທີ່ຕ່ຳກວ່າ ເນື່ອງຈາກຈີນມີລະບົບນິເວດການຜະລິດທີ່ຄົບວົງຈອນເຮັດໃຫ້ສາມາດຜະລິດຫຸ່ນຍົນທີ່ມີຄວາມຫລາກ ຫລາຍໃນລາຄາທີ່ເຂົ້າເຖິງໄດ້ ເຊັ່ນ: ຫຸ່ນຍົນກັງຟູ ທີ່ມີລາຄາເລີ່ມຕົ້ນປະມານ 13.000 ໂດລາ ເຊິ່ງເຮັດໃຫ້ຄົນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ.

ຈາກຜົນງານເປັນແບບຢ່າງດີເລີດສ່ອງແສງໃຫ້ເຫັນໝາກຜົນຄວາມສໍາເລັດຈັບຕ້ອງໄດ້ອັນຍິ່ງໃຫຍ່ບໍ່ມີຊາດໃດເຮັດໄດ້ໃນປະຫວັດສາດຄື: ຟື້ນຊີບເສັ້ນທາງສາຍໄໝບູຮານ 3.000 ກວ່າປີ ເປັນເສັ້ນທາງສາຍໄໝແຫ່ງສະຕະວັດທີ 21  ເຊິ່ງໄດ້ປ່ຽນແປງໂສມໜ້າເສັ້ນທາງເສດຖະກິດ, ການຄ້າ ແລະ ການໄປມາຫາ ສູ່ກັນກວມເອົາ 150 ກວ່າປະເທດທົ່ວໂລກ; ໃນໄລຍະບໍ່ພໍເທົ່າໃດປີ ຈີນສາມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນໄດ້ 800 ລ້ານກວ່າຄົນ ແລະ ການເຕີບໂຕເສດຖະກິດຂອງຈີນ ສະເລ່ຍບໍ່ຫລຸດ 5% ຕໍ່ປີ. ສະນັ້ນ,  ໂດຍຕີລາຄາພາບລວມການທີ່ຈີນກ້າວຂຶ້ນເປັນຜູ້ນຳດ້ານຫຸ່ນຍົນຂອງໂລກ ບໍ່ແມ່ນເລື່ອງບັງເອີນ ແຕ່ເກີດຈາກຄວາມພ້ອມຮອບດ້ານ ທັງນະໂຍບາຍລັດ, ເທັກໂນໂລຊີທີ່ມີຮາກຖານຈາກອຸດສາຫະກຳ EV, ບຸກຄະລາກອນຈຳນວນມະຫາສານ, ຄວາມຈຳເປັນຈາກໂຄງສ້າງປະຊາກອນ ແລະ ແຮງກົດດັນຈາກຊາດຕາເວັນຕົກທີ່ຊຸກຍູ້ໃຫ້ຈີນຕ້ອງເລັ່ງພັດທະນາຈົນປະສົບຜົນສໍາ ເລັດຢ່າງໃຫຍ່ຫລວງ. ນັບຈາກນີ້ໄປພວກເຮົາເຈົ້າຂ້ອຍ ແລະ ຊາວໂລກຄວນຮຽນຮູ້ຫຍັງຈາກຈີນຕໍ່ໃນອະນາຄົດ.

KPL