ກົມສື່ມວນຊົນ ຄອສພ ຈັດຈະກິດກຳໂຄສະນາເຜີຍແຜ່ 3 ວັນປະຫວັດສາດຢູ່ແຂວງບໍລິຄຳໄຊ
Email
Print
83
KPL - Asean 2024
ຂປລ. ກົມສື່ມວນຊົນ ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ.
ຂປລ. ກົມສື່ມວນຊົນ ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້, ເພື່ອ ເປັນການເຜີຍແຜ່ຜົນສຳເລັດໃນ ການສະເຫລີມສະຫລອງ 3 ວັນປະ ຫວັດສາດຂອງຊາດຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທັງເປັນການສ້າງກິດຈະກຳ ຖາມ-ຕອບຄວາມຮູ້ຮອບຕົວກ່ຽວ ກັບ 3 ວັນດັ່ງກ່າວ ເພື່ອໃຫ້ນ້ອງນັກ ສຶກສາ ມີຄວາມຮັບຮູ້ເຖິງຄວາມ ເປັນມາຂອງ 3 ວັນປະຫວັດສາດ ຂອງຊາດລາວເຮົາ. ນອກຈາກນີ້, ທັງເປັນການຝຶກໃຫ້ນ້ອງນັກສຶກສາ ມີຄວາມກ້າຫານ, ກ້າສະແດງອອກ ໃນງານຕ່າງໆໃນຕໍ່ໜ້າ. ໃນພິທີ ທ່ານ ພູທອນ ວົງສະກຸນ ຫົວໜ້າໜ່ວຍງານກິດຈະການນັກ ສຶກສາ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໂຮງ ຮຽນເຕັກນິກ-ວິຊາຊີບສ້າງຕັ້ງຂຶ້ນ ປີ 2002, ມາເຖິງປັດຈຸບັນລວມ ໄດ້ 24 ປີ, ຕັ້ງຢູ່ບ້ານຫ້ວຍຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ໃນສົກຮຽນ 2002-2003 ມີຄູ ອາຈານທັງໝົດ 14 ຄົນ, ໄດ້ຈັດ ການຮຽນ-ການສອນ ທັງໝົດ 6 ຫລັກສູດ ໃນ 4 ຂະແໜງວິຊາ, ມີ 6 ສາຂາອາຊີບຄື: ຂະແໜງກະສິກຳ ມີ 2 ອາຊີບຄື: ປູກຝັງ, ລ້ຽງສັດ; ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະຖານ, ຊ່າງໄມ້ເຟີນີ ເຈີ; ຂະແໜງບໍລິຫານທຸລະກິດ, ມີ 1 ອາຊີບຄື: ການບັນຊີ ແລະ ຂະ ແໜງສະຫະກຳ, ມີ 1 ອາຊີບຄື: ຕັດ ຫຍິບ. ໃນສົກຮຽນ 2025-2026 ມີ ຄູອາຈານທັງໝົດ 57 ຄົນ, ຍິງ 25 ຄົນ ໄດ້ຈັດການຮຽນ-ການສອນ 29 ຫລັກສູດ ໃນ 7 ຂະແໜງວິຊາ, ມີ 11 ສາຂາອາຊີບ ຄື: ຂະແໜງ ກະສິກຳ, ມີ 1 ອາຊີບ(ປູກຝັງ); ຂະ ແໜງລ້ຽງສັດ, ມີ 1 ອາຊີບ (ລ້ຽງ ສັດການປະມົງ); ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະ ຖານ, ຊ່າງໄມ້ເຟີນີເຈີ; ຂະແໜງບໍລິ ຫານທຸລະກິດ ມີ 1 ອາຊີບຄື: ການ ບັນຊີ; ຂະແໜງຫັດຖະກຳ ມີ 2 ອາ ຊີບຄື: ຕັດຫຍິບ, ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ; ຂະແໜງ ລົດຍົນ, ມີ 2 ອາຊີບຄື: ເຕັກໂນໂລຊີ ລົດຍົນ, ຕົວຖັງ ແລະ ສີ; ຂະແໜງ ໄຟຟ້າ, ມີ 2 ອາຊີບຄື: ໄຟຟ້າໃນອາ ຄານ ແລະ ໄຟຟ້າເຄື່ອງເຢັນ. ສາ ມາດສ້າງນັກສຶກສາ ໄດ້ທັງໝົດ 21 ຮຸ່ນ, ມີນັກສຶກສາຈົບທັງໝົດ 9.300 ກວ່າຄົນ, ຍິງ 4.100 ກວ່າຄົນ. ໃນສົກຮຽນ 2025-2026 ມີ ນັກຮຽນນັກສຶກສາທັງໝົດ 744 ຄົນ, ຍິງ 316 ຄົນ, ເປັນນັກຮຽນ ສາມັນວິຊາຊີບຄູ່ຂະໜານທັງໝົດ 441 ຄົນ, ຍິງ 228 ຄົນ. ການຈັດ ການຮຽນ-ການສອນ ມີ 3 ຮູບແບບ ຄື: ຮູບແບບດັ້ງເດີມເປັນການຮຽນ ການສອບແບບລາຍວິຊາ ຫລື ເອີ້ນ ວ່າເປັນໜ່ວຍກິດ, ຮູບແບບເອົານັກ ຮຽນເປັນໃຈກາງ ຫລື ເອີ້ນວ່າ ເນັ້ນສະມັດຖະພາບ, ຮູບແບບຄວບ ຄູ່ ຫລື ເອີ້ນວ່າ DCT. ນອກຈາກ ນີ້, ຍັງໄດ້ມີການຮ່ວມມືພາຍໃນ ປະເທດດ້ານວິຊາການ ໂດຍໄດ້ມີ ການເຊັນ MOU ທັງໝົດ 44 ແຫ່ງ ຄື: ພາກລັດ 2 ແຫ່ງ, ພາກເອກະຊົນ 42 ແຫ່ງ ແລະ ການຮ່ວມມືກັບ ຕ່າງປະເທດມີຄື: ວິທະຍາໄລ ຍັງ ການ, ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ); ໂຄງການ KFW. VELA (LAO/029). EESDP (LAO/336). VEFF. LLL, ໂຄງການຮ່ວມມືລາວ-ຈີນ 210 ແລະ ໂຄງການ ຣາຊສະບຸລີກູບ.
