ຈາກຫຸ່ນຍົນຊ່ວຍກູ້ເອົາຊີວິດຜູ້ປ່ວຍຊາວລາວສູ່ສາຍຕາຊາວໂລກ
![]()
ຂປລ. ຊ່ຽວຊານແພດຈີນພ້ອມກັບຫຸ່ນຍົນຜ່າຕັດ ແລະ ເຄື່ອງມືການແພດທັນສະໄໝທີ່ສຸດ ພາຍໃຕ້ “ເສັ້ນທາງສາຍໄໝແຫ່ງສຸຂະພາບ” ແລະ ຊຸກຍູ້ການຮ່ວມມືດ້ານການແພດຂ້າມຊາດ ຈີນ-ລາວ ສາມາດຊ່ວຍຜ່າຕັດກອບກູ້ເອົາຊີວິດຊາວລາວຜູ້ປ່ວຍເປັນພະຍາດໝາກ ໄຂ່ຫລັງຊຸດໂຊມ ແລະ ພະຍາດຫົວໃຈແຕ່ກໍາເນີດໄດ້ສໍາເລັດຢ່າງໜ້າມະຫັດ ສະຈັນ, ທ່າມກາງພໍ່ແມ່, ຍາດພີ່ນ້ອງຂອງຜູ້ປ່ວຍຕ່າງກໍຊົມເຊີຍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງລົ້ນເຫລືອຕໍ່ຄຸນງາມຄວາມດີຂອງຄະນະແພດຈີນໄດ້ຊ່ວຍໃຫ້ລູກຫລານ ໄດ້ມີຊີວິດໃໝ່ອີກຄັ້ງ.
ຖ້າເວົ້າເລື່ອງຫຸ່ນຍົນ ແລະ ເອໄອ ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ ດັ່ງທີ່ພວກເຮົາຮູ້ເຫັນນໍາກັນໃນມໍ່ໆມານີ້ເຖິງແມ່ນວ່າການສະຫລອງບຸນກຸດຈີນຫາກໍສິ້ນສຸດໄປໝາດໆ, ແຕ່ຄວັນຫລົງທີ່ເປັນພາບສ້າງຄວາມຕື່ນຕາຕື່ນໃຈເຮັດໃຫ້ຜູ້ຄົນທົ່ວໂລກເບີກບານມ່ວນຊື່ນ ແລະ ປະທັບໃຈຄົງປັດຕິເສດບໍ່ໄດ້ “ພາບການສະແດງຫຸ່ນຍົນອັດສະລິຍະຂອງຈີນ” ເມື່ອບັນດາບໍລິສັດເຕັກໂນໂລຊີທີ່ມີຊື່ສຽງຂອງຈີນໄດ້ນໍາເອົາຫຸ່ນຍົນມະນຸດ ແລະ ຫຸ່ນຍົນສັດຫລາຍ ຮ້ອຍໂຕມາສະແດງກິດຈະກໍາຕ່າງໆບໍ່ວ່າຈະເປັນການຟ້ອນ,ການຫລິ້ນກິລາ, ການຕີມວຍ ກັງຟູ, ການໂດດຕີລັງກາຢ່າງຄ່ອງແຄ້ວເໜືອນມະນຸດຢູ່ເທີງເວທີຕໍ່ໜ້າທ່ານຜູ້ຊົມນັບຮ້ອຍ ນັບພັນຢູ່ງານລ້ຽງສັງສັນມະໂຫລານສະຫລອງບຸນກຸດຈີນປີ 2026 ໃນະຄອນຫລວງ ປັກກິ່ງຈີນ ແລະ ຍັງໄດ້ເຜີຍແຜ່ພາບຖ່າຍທອດສົດທາງອອນລາຍອອກສູ່ສາຍຕາ ຊາວໂລກຫລາຍຕື້ຄົນໄດ້ເຫັນຄວາມຍິ່ງໃຫຍ່ແບບກ້າວກະໂດດຂອງຈີນ ເຊິ່ງເຫດການຄັ້ງນີ້ບໍ່ໄດ້ສະແດງອອກພຽງການພັດທະນາເຕັກໂນໂລຊີທັນສະ
ໄໝຂອງຈີນເທົ່ານັ້ນ ແຕ່ຫາກ ຍັງສົ່ງສັນຍານວ່າຈີນໄດ້ປົດແອກອອກຈາກການຄວບງໍາເຕັກໂນໂລຊີຂອງຕາເວັນຕົກຢ່າງຂາດຕົວແລ້ວ. ກິດຈະກໍາສະແດງຫຸ່ນຍົນຂອງຈີນໃນໄລຍະສະຫລອງບຸນກຸດຈີນບໍ່ໄດ້ ເກີດຂຶ້ນພຽງໃນປະເທດຈີນເທົ່ານັ້ນແຕ່ຍັງມີການໃຊ້ຫຸ່ນຍົນຕິດພັນກັບເຕັກໂນໂລຊີທັນສະໄໝຂອງຈີນເຄື່ອນໄຫວສ້າງກິດຈະກໍາດີໆລະຫວ່າງປະເທດຜ່ານການເຜີຍແຜ່ຂໍ້ມູນຂ່າວສານທີ່ມີປະໂຫຍດຕໍ່ສາກົນຢ່າງກວ້າງຂວາງໂດຍສະເພາະ ຕົວຢ່າງ 2 ເຫດການສໍາຄັນພາຍໃຕ້ຂອບຮ່ວມມືລາວ-ຈີນຄື:1.ຄະນະຊ່ຽວຊານແພດຈີນນໍາໃຊ້ເຕັກ ໂນໂລຊີທັນສະໄໝ,ຄວບຄູ່ກັບຫຸ່ນຍົນຜ່າຕັດຊ່ວຍກອບກູ້ເອົາຊີວິດຊາວລາວລອດພົ້ນ ຈາກພະຍາດໄຂ່ຫລັງຊຸດໂຊມໃຊ້ການບໍ່ໄດ້ເບື້ອງຂວາມາຫລາຍປີ ແລະ ຜູ້ເປັນ ພະຍາດຫົວໃຈແຕ່ກໍາເນີດ; 2.ເປີດໃຫ້ບໍລິການປິ່ນປົວພະຍາດຢູ່ເທິງເຮືອບິນແບບຂ້າມ ຊາຍແດນເພື່ອຮອງຮັບວິທີປິ່ນ ປົວແບບສຸກເສີນ ເຊິ່ງນັ້ນແມ່ນສ່ວນໜຶ່ງໃນການຈັດຕັ້ງປະຕິບັດຮັບໃຊ້ “ເສັ້ນທາງສາຍໄໝແຫ່ງສຸຂະພາບ” ແລະ ຊຸກຍູ້ການຮ່ວມມືດ້ານການແພດຂ້າມຊາດ.
![]()
ຕາມວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານເມື່ອມໍ່ໆມານີ້: ນາງ ຂັນຫລ້າ ທີ່ມາຈາກແຂວງຜົ້ງສາລີ ປະເທດລາວໄດ້ຮັບການຜ່າຕັດໝາກໄຂ່ຫລັງເບື້ອງຂວາຊຸດ ໂຊມໃຊ້ການບໍ່ໄດ້ ເຊິ່ງໄດ້ຮັບການຊ່ວຍເຫລືອຈາກຫຸ່ນຍົນຜ່າຕັດຂອງຈີນປະສົບຜົນສໍາ ເລັດເປັນຢ່າງດີ ໃນຫ້ອງຜ່າຕັດຂອງໂຮງໝໍປະຊາຊົນກິ່ງແຂວງສິບສອງພັນນາ ແຂວງຢູນນານຂອງຈີນ. ການຜ່າຕັດພິເສດຄັ້ງນີ້ແມ່ນກໍລະນີທຳອິດທີ່ແຂວງຢູນນານ ນຳໃຊ້ຫຸ່ນຍົນຜ່າຕັດທີ່ຜະລິດໂດຍຈີນໄດ້ຜ່າຕັດໃຫ້ຊາວຕ່າງປະເທດ ເຊິ່ງເປັນຂີດໝາຍສໍາຄັນສະແດງໃຫ້ເຫັນເຖິງການບຸກທະລຸອັນສຳຄັນດ້ານອຸປະກອນການແພດລະດັບສູງທີ່ຜະລິດໂດຍຈີນ ໄດ້ຮັບໃຊ້ “ເສັ້ນທາງສາຍໄໝແຫ່ງສຸຂະພາບ” ແລະ ຊຸກຍູ້ການຮ່ວມມືດ້ານການແພດຂ້າມຊາດ.
ການຜ່າຕັດດັ່ງກ່າວໃຊ້ເວລາພຽງແຕ່ 1 ຊົ່ວໂມງເທົ່ານັ້ນ, ຄົນເຈັບມີບາດແຜນ້ອຍ ແລະ ຟື້ນຟູສຸຂະພາບໄດ້ໄວ. ກ່ອນຜ່າຕັດນີ້, ທ່ານ ນາງ ຂັນຫລ້າ ໄດ້ໃຫ້ຂໍ້ມູນລະອຽດຕໍ່ຄະນະຊ່ຽວຊານແພດຈີນວ່າ: ຕົນເປັນໜິ້ວໃນໝາກໄຂ່ຫລັງທັງສອງເບື້ອງ ແຕ່ວ່າໝາກໄຂ່ຫລັງເບື້ອງຂວາຊຸດໂຊມແຮງໃຊ້ການບໍ່ໄດ້ ແລະ ເຄີຍເດີນທາງມາປິ່ນປົວຢູ່ຈີນຫລາຍເທື່ອ ໃນທີ່ສຸດໄດ້ຕັດສິນໃຈຜ່າຕັດດ້ວຍຫຸ່ນຍົນພ້ອມເຄື່ອງມືການແພດ ທັນສະໄໝຂອງຈີນ. ພາຍຫລັງຟື້ນຕົວຈາກການຜ່າຕັດຄັ້ງນີ້ແລ້ວ, ທ່ານ ນາງ ຂັນຫລ້າ ເວົ້າສູ່ຟັງວ່າ: ຕົນເອງໄດ້ຮັບຄໍາແນະນຳທີ່ດີຈາກ ທ່ານ ນາງ ຕີ່ງມີງເຊຍ ຄະນະນໍາຊ່ຽວຊານແພດຈີນ ສະເໜີເຖິງຈຸດພິເສດຂອງຫຸ່ນຍົນຜ່າຕັດທີ່ມີທ່າແຮງຄື: ມີຄວາມແນ່ນອນໃນການປະຕິບັດງານ, ເບິ່ງເຫັນແຈ້ງດີ ແລະ ຫລຸດຜ່ອນການສັ່ນ ເປັນຕົ້ນ, ມັນສາມາດເຂົ້າເຖິງບໍລິເວນທີ່ອຸປະກອນແບບດັ້ງເດີມຍາກທີ່ຈະເຂົ້າເຖິງໄດ້, ມີຄວາມປອດໄພສູງ ແລະ ແມ້ນຢຳໃນການຜ່າຕັດແບບສັບສົນຢ່າງພົ້ນເດັ່ນ ພ້ອມທັງຫລຸດຜ່ອນບາດແຜ ແລະ ຄວາມເຈັບປວດຂອງຄົນເຈັບໄດ້ຫລາຍທີ່ສຸດ.
![]()
ຜ່ານການຜ່າຕັດທີ່ວ່ານັ້ນ ໄດ້ສະແດງໃຫ້ເຫັນເຖິງການສ້າງ “ເສັ້ນທາງສາຍໄໝແຫ່ງສຸຂະພາບ” ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງ ທ່ານ ໂລເຫລີຍ ຜູ້ອຳນວຍການໃຫຍ່ໂຮງໝໍປະຊາຊົນກິ່ງແຂວງສິບສອງພັນນາ ກ່າວວ່າ: ໃນຕໍ່ໜ້ານີ້, ຈະສືບຕໍ່ນຳເຂົ້າເຕັກນິກການແພດແບບອັດສະລິຍະ, ລົງເລິກການຮ່ວມມືດ້ານການແພດກັບປະເທດອ້ອມຂ້າງ ແລະ ອາຊຽນຄື: ປະເທດລາວເປັນຕົ້ນ, ເຮັດໃຫ້ເຕັກນິກທັນສະໄໝເຂົ້າເຖິງຂອດບໍລິການສຸຂະພາບຂອງປະຊາຊົນໃນເຂດແຄວ້ນ ແລະ ແຂວງຕ່າງໆແທດເຖິງກວ່າເກົ່າ. ການຜ່າຕັດດັ່ງກ່າວບໍ່ພຽງແຕ່ເປັນການປິ່ນປົວທີ່ສຳເລັດຜົນກໍລະນີໜຶ່ງເທົ່ານັ້ນ, ຍິ່ງເປັນຕົວຢ່າງສໍາຄັນທີ່ສ່ອງແສງໃຫ້ເຫັນເຖິງປະເທດຈີນມຸ່ງໝັ້ນພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ນໍາເອົາສິ່ງດີໆມາຮັບໃຊ້ມວນມະນຸດຢ່າງແທ້ຈິງ ໂດຍສະເພາະແມ່ນແຂວງຢູນນານ ໄດ້ລົງເລິກການຮ່ວມມືດ້ານການແພດກັບປະເທດອ້ອມຂ້າງ ແລະ ບັນດາສະມາຊິກ ອາຊຽນ. ຊຸມປີມໍ່ໆມານີ້, ຈາກກິ່ງແຂວງສິບສອງພັນນາ ແລະ ສປປ ລາວໄດ້ມີການຮ່ວມມືດ້ານການປິ່ນປົວທາງໄກແບບລະບົບ 5G ຈົນຮອດ ກິ່ງແຂວງເຕີຮົງ ແລະ ປະເທດມຽນມາ ແລກປ່ຽນຂໍ້ມູນໃນດ້ານພະຍາດໄຂ້ຍຸງລາຍ, ຈາກການເປີດຊ່ອງທາງດ່ວນສີຂຽວໃຫ້ແກ່ເດັກເກີດໃໝ່ມຽນມາ ທີ່ເຈັບເປັນໜັກ, ຈົນຮອດການເຊີນຊວນຜູ້ຊ່ຽວຊານຫລາຍປະເທດຮ່ວມກັນປຶກສາຫາລືການຮ່ວມມືດ້ານສາທາລະນະສຸກ, “ແລວທາງສຸຂະພາບ” ທີ່ເປີດປະຕູຮ່ວມກັນຊົມໃຊ້ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັ້ນ ໄດ້ຮັບການເສີມຂະຫຍາຍພັດທະນາສ້າງສາສູ່ພາກຕາເວັນຕົກສຽງໃຕ້ຂອງຈີນ. ພ້ອມດຽວກັນນີ້, ຄະນະຊ່ຽວຊານແພດຈີນຍັງໄດ້ລົງປະຕິບັດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ຢູ່ໃນບັນດາປະເທດລຸ່ມແມ່ນໍ້າຂອງ (MCHC) ເຊິ່ງໄດ້ດໍາເນີນພາລະກິດປິ່ນປົວເດັກນ້ອຍ ທີ່ເປັນພະຍາດຫົວໃຈພິການແຕ່ກໍາເນີດຄັ້ງທຳອິດຢູ່ ສປປ ລາວ ປະສົບຜົນສຳເລັດ ທີ່ໂຮງໝໍມະໂຫສົດ. ພາ ລະກິດໃນຄັ້ງນີ້ນັບເປັນຈຸດໝາຍສຳຄັນຂອງໂຄງການ ໂດຍການຮ່ວມມືລະຫວ່າງ ສະຖາບັນການຮ່ວມມືເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (Mekong Institute -MI) ກະຊວງສາທາລະນະສຸກ ສປປ ລາວ ແລະ ໂຮງໝໍ Fuwai ແລະ ສະຖາບັນວິທະຍາສາດການແພດຈີນ, ໂຄງການໄດ້ຮັບການສະໜັບສະໜູນຈາກລັດຖະບານຈີນຜ່ານກອງທຶນການພັດທະນາໂລກ ແລະ ການຮ່ວມມືໃຕ້-ໃຕ້ (Global Development and South–South Cooperation Fund) ໂດຍນຳໃຊ້ວິທີການ PAN ທີ່ພັດທະນາໂດຍໂຮງໝໍ Fuwai ທີມແພດໄດ້ດຳເນີນການຮັກສາຫົວໃຈແບບບໍ່ຕ້ອງຜ່າຕັດໃຫຍ່ ເຊິ່ງມີລັກສະນະບໍ່ໃຊ້ລັງສີ, ບາດເຈັບນ້ອຍ ແລະ ຟື້ນຕົວໄວ ເໝາະສົມຢ່າງຍິ່ງສຳລັບການຮັກສາເດັກນ້ອຍ ໃນພື້ນທີ່ ມີຊັບພະຍາກອນຈຳກັດ. ໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ຢູ່ບັນດາປະເທດລຸ່ມແມ່ນໍ້າຂອງ (MCHC) ມີເປົ້າໝາຍໃນການຮັກສາໂດຍບໍ່ເສຍຄ່າໃຫ້ເດັກນ້ອຍຢ່າງໜ້ອຍ 30 ຄົນ ທີ່ເປັນພະຍາດຫົວໃຈແຕ່ກຳເນີດ ໃນ ສປປ ລາວ ເພື່ອຂະຫຍາຍໂອກາດໃນການເຂົ້າຮັບບໍລິການຮັກສາຫົວໃຈເດັກນ້ອຍທີ່ຊ່ວຍຊີວິດໃຫ້ເດັກນ້ອຍ ແລະ ຄອບຄົວທີ່ຂາດເຂີນທຸກຍາກ.
ຈາກເຫດການທີ່ໜ້າປະທັບໃຈໃນການສະແດງຫຸ່ນຍົນ ແລະ ການເຄື່ອນໄຫວ ໃຊ້ຫຸ່ນຍົນປິ່ນປົວຄົນເຈັບຂ້າມຊາຍແດນລະຫວ່າງປະເທດ ໃນໄລຍະບຸນກຸດຈີນນັ້ນ ເຮັດໃຫ້ບັນດານັກວິເຄາະຕ່າງປະເທດໃຫ້ທັດສະນະວ່າ: ເປັນຫຍັງຈຶ່ງເວົ້າໄດ້ວ່າຈີນຈະກ້າວຂຶ້ນເປັນເບີ 1 ໃນອຸດສາຫະກຳຫຸ່ນຍົນຂອງໂລກ?. ດັ່ງທີ່ຮູ້ໃນປັດຈຸບັນ ຄວາມກ້າວໜ້າເຫລົ່ານີ້ບໍ່ໄດ້ມາຈາກບໍລິສັດດຽວ, ແຕ່ເກີດຈາກການຮ່ວມແຮງຂອງບໍລິສັດທຸລະກິດນ້ອງໃໝ່ (Startup) ແລະ ບໍລິສັດໃຫຍ່ຫລາຍຮ້ອຍແຫ່ງຂອງຈີນ ເຊັ່ນ: Unitree, Fourier Intelligence, Magic Lab ແລະ UBTECH ທີ່ຮ່ວມກັນຊຸກຍູ້ຈົນເຮັດໃຫ້ຈີນກ້າວຂຶ້ນເປັນຜູ້ນຳດ້ານຫຸ່ນຍົນຂອງໂລກຢ່າງວ່ອງໄວ. ຈີນບໍ່ແມ່ນປະເທດທຳອິດທີ່ເລີ່ມອຸດສາຫະກຳຫຸ່ນຍົນ ຖ້າເບິ່ງຕາມປະຫວັດຄວາມເປັນມານັ້ນມີປະເທດທີ່ພັດທະນາກ່ອນໜ້ານີ້ແລ້ວຄື: ເຢຍລະມັນ, ຍີ່ປຸ່ນ ແລະ ອາເມລິກາ .
