ອິນໂດເນເຊຍ ແກ້ໄຂເຫດດິນເຊາະເຈື່ອນ ເຮັດໃຫ້ເສຍຊີວິດ 80 ຄົນ

04/02/2026 17:41
Email Print 83
KPL - Asean 2024 ເມືອງບັນດຸງ ຕາເວັນຕົກ ຂອງ ອິນໂດເນເຊຍ ໄດ້ສົ່ງຜົນກະທົບ ເຖິງ 158 ຄົນ, ເຮັດໃຫ້ ປະຊາຊົນ ປະຊາຊົນ ຈຳນວນ 564 ຄົນ ໃນ 164 ຄອບຄົວ ຕ້ອງອົບພະຍົບໄປລີ້ໄພ ແລະ ເຮືອນຊານ ເປ່ເພເສຍຫາຍ ຢ່າງໜ້ອຍສຸດ 48 ຫລັງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເຫດດິນເຊາະເຈື່ອນ ທີ່ ເກີດຂຶ້ນ ເມື່ອວັນທີ 24 ມັງກອນ ທີ່ຜ່ານມາ ຢູ່ເຂດຊີຊາຣວາເມືອງບັນດຸງ ຕາເວັນຕົກ ຂອງ ອິນໂດເນເຊຍ ໄດ້ສົ່ງຜົນກະທົບ ເຖິງ 158 ຄົນ, ເຮັດໃຫ້ ປະຊາຊົນ ປະຊາຊົນ ຈຳນວນ 564 ຄົນ ໃນ 164 ຄອບຄົວ ຕ້ອງອົບພະຍົບໄປລີ້ໄພ ແລະ ເຮືອນຊານ ເປ່ເພເສຍຫາຍ ຢ່າງໜ້ອຍສຸດ 48 ຫລັງ.

ເມື່ອວັນທີ 2 ກຸມພາ, ໜ່ວຍກູ້ໄພ ອິນໂດເນເຊຍ ໄດ້ສືບຕໍ່ພະຍາຍາມ ຊອກຫາ ຜູ້ປະສົບເຄາະຮ້າຍ ໃນເຫດດິນເຊາະເຈື່ອນ ຢ່າງຮ້າຍແຮງ ດັ່ງກ່າວ ເນື່ອງຈາກ ຍອດຈຳນວນ ຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນ ຫລາຍກ່ວາ 80 ຄົນ.  ໃນຂະນະນີ້ ການເຄື່ອນໄຫວ ຄົ້ນຫາ ພວມໄດ້ຮັບການ ຜັນຂະຫຍາຍ ດ້ວຍວັດຖຸ ອຸປະກອນ ທີ່ ທັນສະໄໝ ທັງດ້ວຍກຳລັງແຮງຄົນ ຍ້ອນວ່າ ຄວາມສ່ຽງ ດິນເຊາະເຈື່ອນ ອາດຈະສືບຕໍ່ເກີດຂຶ້ນ./

KPL