ຖາມ-ຕອບກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ
ຂປລ. ຂໍ້ມູນດັ່ງກ່າວນີ້ແນໃສ່ປະກອບຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອປະກອບສ່ວນເຂົ້າໃນການປັບປຸງບູລະນະອົງການຕົວແທນໃຫ້ ແກ່ສິດ ແລະ ຜົນປະໂຫຍດ ຂອງປະ ຊາຊົນລາວບັນດາເຜົ່າ ໃຫ້ມີຄວາມເຂັ້ມແຂງ.
ຄໍາຖາມ 1: ສະພາແຫ່ງຊາດແມ່ນຫຍັງ ແລະ ມີທີ່ຕັ້ງ, ພາລະບົດບາດແນວໃດ ?
ຕອບ: ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອານາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
ທີ່ຕັ້ງ: ສະພາແຫ່ງຊາດ ແມ່ນ ອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນປະຊາຊົນລາວບັນດາເຜົ່າ ເປັນຜູ້ສ້າງຕັ້ງ ຜ່ານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ; ສະພາແຫ່ງຊາດ ມີທີ່ຕັ້ງເປັນອົງການສູງສຸດແຫ່ງອໍານາດລັດ, ຍ້ອນວ່າ ສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດອໍານາດຂອງປະ ຊາຊົນ ແລະ ມີແຕ່ສະພາແຫ່ງຊາດ ເທົ່ານັ້ນ ຈຶ່ງມີສິດພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດຫມາຍ; ສະພາ ແຫ່ງຊາດ ມີທີ່ຕັ້ງເປັນອົງການນິຕິບັນຍັດ, ຍ້ອນວ່າ ສະພາແຫ່ງຊາດ ແມ່ນອົງການອໍານາດລັດ ເພື່ອ ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດ ຫມາຍຂອງ ສປປ ລາວ.
ພາລະບົດບາດ: ສະພາແຫ່ງຊາດ ມີພາລະບົດບາດ ຄື: (1) ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ແລະ ກົດຫມາຍ; (2) ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ (ບັນຫາ ສໍາຄັນທາງດ້ານເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນ ທີ່ສາຄັນຂອງບັນດາ ອົງການອໍານາດແຫ່ງລັດ) ແລະ (3) ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
ຄໍາຖາມ 2:ສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ແນວໃດ?
ຕອບ: ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ລວມ ດັ່ງນີ້:
1. ສິດ ແລະ ໜ້າທີ່ ດ້ານນິຕິບັນຍັດ ແມ່ນການສ້າງ ແລະ ປັບປຸງລັດຖະທໍາມະນູ; ການສ້າງ ແລະ ປັບປຸງກົດຫມາຍ; ການຕິດຕາມ ກວດກາ ແລະ ການໂຄສະນາ ເຜີຍແຜ່ ລັດຖະທໍາມະນູນ ແລະ ກົດໝາຍ; ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ.
2. ສິດ ແລະ ໜ້າທີ່ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແມ່ນການ ພິຈາລະນາຕົກລົງບັນຫາສໍາຄັນ ທາງດ້ານການເມືອງ-ການປົກຄອງ, ການບັນຈຸສັບຊ້ອນບຸກຄະລາ ກອນ ເພື່ອດໍາລົງຕໍາແໜ່ງ ໃນບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາບັນດາໂຄງການລົງທຶນຂະຫນາດໃຫຍ່, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ.
3. ສິດ ແລະ ໜ້າທີ່ດ້ານການຕິດຕາມກວດກາ ແມ່ນການດໍາເນີນການປະເມີນຜົນ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ປະຕິບັດຫນ້າທີ່ຂອງບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ພິຈາລະນາ ຮັບຮອງເອົາ ການແຕ່ງຕັ້ງ
ຄໍາຖາມ 3: ສະພາແຫ່ງຊາດມີໂຄງປະກອບແນວໃດ?
ຕອບ: ສະພາແຫ່ງຊາດ ມີໂຄງປະກອບ ດັ່ງນີ້:
1. ສະມາຊິກສະພາແຫ່ງຊາດ;
2. ຄະນະປະຈໍາສະພາແຫ່ງຊາດ;
3. ປະທານ, ຮອງປະທານ ສະພາແຫ່ງຊາດ;
4. ກໍາມາທິການສະພາແຫ່ງຊາດ;
5. ຫ້ອງວ່າການສະພາແຫ່ງຊາດ.
ຄໍາຖາມ 4: ສະມາຊິກສະພາແຫ່ງຊາດແມ່ນໃຜ? ມີມາດຕະຖານແນວໃດ?
ຕອບ: ສະມາຊິກສະພາແຫ່ງຊາດ ແມ່ນ ຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ລາວບັນດາເຜົ່າ ຊຶ່ງແມ່ນ ພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງ ປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະພັນກໍາມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດຕະຖານຄົບຖ້ວນ ດັ່ງນີ້:
1. ເປັນພົນລະເມືອງລາວ ໂດຍກໍາເນີດ; 2. ມີນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດ ຕໍ່ ປະເທດ ຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທໍາ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດ, ເດັດດ່ຽວຕ້ານການສໍ້ ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ; 3. ກໍາແຫນ້ນ ແລະ ຍຶດໝັ້ນ ແນວທາງປ່ຽນແປງໃຫມ່ຮອບດ້ານ ມີຫຼັກການ, ລັດຖະທໍາມະນູນ ແລະ ກົດຫມາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເຮັດໃຫ້ປະຊາຊົນ ຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ປອງດອງ ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ; 4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າ, ມີຄໍາເຫັນ ຕໍ່ ບັນຫາສໍາຄັນພື້ນຖານ ຂອງ ປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້; 5. ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະ ໃດໜຶ່ງ ແລະ 6. ມີສຸຂະພາບດີ.
