ເມືອງກະລຶມ ມີຜູ້ມີສິດປ່ອນບັດເລືອກຕັ້ງ 11,000 ກວ່າຄົນ

04/02/2026 20:01
Email Print 83
KPL - Asean 2024 ທ່ານ ຄໍາພາ ໄຊຍະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ, ກໍາມະການຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມຄະນະລົງຕິດຕາມ, ຊຸກຍູ້ການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການເລືອກຕ້ັງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.

     ຂປລ. ແຫລ່ງຂ່າວຈາກແຂວງເຊກອງ ໃຫ້ຮູ້ວ່າ:  ທ່ານ ຄໍາພາ ໄຊຍະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ, ກໍາມະການຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມຄະນະລົງຕິດຕາມ, ຊຸກຍູ້ການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການເລືອກຕ້ັງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 2 ກຸມພາ 2026 ຢູ່ເຂດເລືອກຕັ້ງເມືອງກະລຶມ.

     ທ່ານ ສາຍຄໍາ ແກ້ວບຸນປານ ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງກະລຶມ ໄດ້ລາຍງານວ່າ: ການຫ້າງຫາກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນແຕ່ລະໄລຍະ, ແຕ່ລະຂັ້ນຕອນ ແມ່ນມີຜົນສໍາເລັດ ແລະ ມີຄວາມພ້ອມໃນນີ້, ໄດ້ສໍາເລັດການຈັດກອງ ປະຊຸມຝຶກອົບຮົມ-ເຜີຍແຜ່ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ພະນັກງານຫລັກແຫລ່ງ ກໍຄືຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ອະນຸກໍາມະການ ແລະ ຫົວໜ້າອະນຸຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; ສໍາເລັດການກໍານົດ ແລະ ຕິດຕັ້ງປ້າຍໂຄສະນາ (ຜ້າໄວນິວ) ຕາມສະຖານທີ່ຕ່າງໆພາຍໃນເມືອງ; ສໍາເລັດການກໍານົດໜ່ວຍປ່ອນບັດເລືອກຕັ້ງ ແລະ ເກັບກໍາຂໍ້ມູນຜູ້ມີສິດປ່ອນບັດເລືອກຕັ້ງໂດຍທົ່ວເມືອງມີໜ່ວຍປ່ອນບັດເລືອກຕັ້ງ 20 ໜ່ວຍ (ບໍ່ນັບສອງກໍາລັງປະກອບອາວຸດ) ແລະ ມີຜູ້ມີສິດປ່ອນບັດເລືອກຕ້ັງ 11.691 ຄົນ ຍິງ 5.383 ຄົນ. 

    ພ້ອມນີ້, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ຊີ້ນໍາໃຫ້ອະນຸກໍາມະການຕ່າງໆ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດສຸມໃສ່ປະຕິບັດບັນດາວຽກງານຕ່າງໆຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ ໂດຍຖືເອົາການໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າ ກໍຄືຜູ້ມີສິດປ່ອນບັດ ເລືອກຕັ້ງໃຫ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100% ແລະ ວຽກງານອື່ນໆ ເພື່ອແນໃສ່ເຮັດໃຫ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ຈະມີຂຶ້ນໃນມໍ່ໆນ້ີມີຜົນສໍາເລັດຕາມສີ່ຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

    ຂ່າວ: ສັນຍາ, ພາບ: ນາລີວັນ

KPL