ຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈຳເຂດເລືອກຕັ້ງທີ 12 ແລະ ສສຂ ແຂວງຄຳມ່ວນ
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ການຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 12 ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງຄໍາມ່ວນ (ສສຂ) ຊຸດທີ V ຈັດຂຶ້ນໃນວັນທີ 4 ກຸມພາ 2026 ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາຜູ້ສະໝັກ ແລະ ພາກສ່ວນທ່ີກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນມີ ພິມມະສອນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນ້ີມີຄວາມໝາຍສຳຄັນຢ່າງຍິ່ງ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເພີ່ມຄວາມຮູ້ຄວາມເຂົ້າໃຈກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ພ້ອມນັ້ນ, ຍັງໄດ້ຊີ້ແຈງເນ້ືອໃນສຳຄັນຂອງມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ຄໍາແນະນໍາຂອງຄະນະກຳມະການລະດັບຊາດ ແລະ ຂໍ້ກໍານົດທາງກົດໝາຍກ່ຽວກັບຫລັກການເລືອກຕ້ັງ, ການໂຄສະນາຫາສຽງ ແລະ ການພົບປະຜູ້ມີສິດເລືອກຕັ້ງ ໃຫ້ຖືກຕ້ອງຕາມລະບຽບການທ່ີ ກຳນົດໄວ້.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບທັກສະ, ເນື້ອໃນ ແລະ ວິທີການໃນການໂຄສະນາຫາສຽງເພື່ອໃຫ້ຜູ້ສະໝັກແຕ່ລະທ່ານ ກະກຽມວຽກງານໄດ້ຢ່າງຮອບດ້ານ, ລະອຽດ ແລະ ຄົບຖ້ວນຊຶ່ງການຝຶກອົບຮົມຄັ້ງນີ້ ແນໃສ່ເພື່ອການໂຄສະນາຫາສຽງເປັນເອກະພາບ, ມີປະສິດທິພາບ ແລະ ບັນລຸຜົນສຳເລັດເພື່ອກຽມຄວາມພ້ອມເຂົ້າສູ່ການເລືອກຕັ້ງຕົວຈິງ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນ້ີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຂ່າວ: ມະນີວັນ
