ອິນເດຍ ປະກາດຍົກເວັ້ນພາສີ 20 ປີ

04/02/2026 17:41
Email Print 83
KPL - Asean 2024 ອິນເດຍ ປະກາດ ມາດຕະການ ດຶງດູດ ຄັ້ງໃຫຍ່ ດ້ວຍການ ຍົກເວັ້ນ ພາສີ (Tax Holiday) ເປັນເວລາ 20 ປີ ໃຫ້ແກ່ ບໍລິສັດ ຕ່າງປະເທດ ທີ່ເຂົ້າມາ ໃຫ້ບໍລິການ ດາຕ້າ ເຊັນເຕີຣ ລະດັບໂລກ ໃນອິນເດຍ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ອິນເດຍ ປະກາດ ມາດຕະການ ດຶງດູດ ຄັ້ງໃຫຍ່ ດ້ວຍການ ຍົກເວັ້ນ ພາສີ (Tax Holiday) ເປັນເວລາ 20 ປີ ໃຫ້ແກ່ ບໍລິສັດ ຕ່າງປະເທດ ທີ່ເຂົ້າມາ ໃຫ້ບໍລິການ ດາຕ້າ ເຊັນເຕີຣ ລະດັບໂລກ ໃນອິນເດຍ , ເພື່ອຫວັງ ດຶງດູດ ນັກລົງທຶນ ເຂົ້າສູ່ ພື້ນຖານໂຄງລ່າງ ດີຈິຕອນ ທີ່ ພວມເຕີບໂຕ ຢ່າງວ່ອງໄວ.

ທ່ານ ນິຣົມລາ ສີທາຣາມັນ ລັດຖະມົນຕີ ກະຊວງ ການເງິນ ຂອງ ອິນເດຍ ກ່າວໃນລະຫວ່າງ ຖະແຫລງ ງົບປະມານ ປະຈຳປີວ່າ ບໍລິສັດ ຕ່າງປະເທດ ທີ່ ດຳເນີນການ ສູນຂໍ້ມູນ (Data Center) ໃນອິນເດຍ ຈະໄດ້ຮັບສິດທິ ຍົກເວັ້ນ ພາສີ ສຳລັບ ການສົ່ງອອກ ບໍລິການ ຈາກ ອິນເດຍ ໄປຍັງ ຕ່າງປະເທດ ຈົນເຖິງ ປີ 2047. ເຖິງຢ່າງໃດກໍ່ຕາມສິດທິໃນຄັ້ງນີ້ ຈະຄວບຄຸມ ສະເພາະ ບໍລິການ ທີ່ສົ່ງອອກ ຈາກອິນເດຍ ເທົ່ານັ້ນ, ສ່ວນການຂະຫຍາຍ ບໍລິການ ໃຫ້ແກ່ ຜູ້ໃຊ້ງານ ພາຍໃນ ອິນເດຍ ຜ່ານໜ່ວຍງານ ທ້ອງຖິ່ນ ຍັງຄົງຕ້ອງຊໍາລະພາສີ ຕາມ ປົກກະຕິ./

KPL