ລາວ-ຈີນ ຫັນເອົາເຂດລະເບີດຕົກຄ້າງໃນປາງສົງຄາມ ເປັນບ່ອນຜະລິດໄຟຟ້າສະອາດ
![]()
ຂປລ. ສອງປະເທດລາວ ແລະ ຈີນ ຮ່ວມກັນຫັນປ່ຽນພື້ນທີ່ສະໝໍລະພູມເກົ່າທີ່ເຕັມໄປດ້ວຍຊາກ ລະເບີດຕົກຄ້າງແຕ່ປາງສົງຄາມອິນດູຈີນ ໃນປີ 1964 ຢູ່ລາວໃຫ້ກາຍເປັນ ແຫລ່ງພະລັງງານໄຟຟ້າສະອາດ ປ້ອນຕະຫລາດອາຊຽນ ເພື່ອຄວາມໝັ້ນຄົງດ້ານພະລັງງານ, ການພັດທະນາເສດຖະກິດຍືນຍົງ ແລະ ຄາດວ່າຮອດປີ 2030 ຈະສົ່ງອອກ ພະລັງງານໄຟຟ້າປະມານ 20.000 ເມກາວັດ.
ເອກະສານໂຄງການການເມືອງສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ທີ່ນຳສະເໜີໂດຍສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 6-8 ມັງກອນ 2026 ຜ່ານມາ, ໄດ້ລະບຸວ່າ: ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາ ກົດເກນພາວະວິໄສຢ່າງຖືກຕ້ອງ ແລະ ນໍາໃຊ້ໝາກຜົນ ຂອງການພັດທະນາວິທະຍາສາດ ທີ່ທັນສະໄໝຢ່າງເໝາະສົມ ໃນນັ້ນຍຶດໝັ້ນທິດນໍາຖືເອົາຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມ ຕາມທິດ ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຍືນຍົງ ໂດຍສະເພາະຕັ້ງໜ້າ ຜະລິດພະລັງງານໄຟຟ້າ ດ້ວຍຫລາຍທາງເລືອກ ຄື: ພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ອື່ນໆ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ນັ້ນບໍ່ພຽງສ່ອງແສງໃຫ້ເຫັນເຖິງ ຄວາມມຸ່ງມາດປາຖະໜາ ຂອງພັກ-ລັດຖະບານ ເພື່ອປະກອບສ່ວນຊຸກ ຍູ້ ການພັດທະນາເສດຖະກິດ ໃຫ້ເຂັ້ມແຂງ, ຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາ, ສ້າງວຽກເຮັດງານທໍາ ແຕ່ຍັງຢັ້ງຢືນເຖິງເປົ້າໝາຍ ລວມຂອງການພັດທະນາຍືນຍົງທົ່ວໂລກ.
ເມື່ອເວົ້າເຖິງການພັດທະນາສີຂຽວຍືນຍົງອາດບໍ່ສາມາດເບິ່ງຂ້າມສາກຫລັງການສິ້ນສຸດສົງຄາມ ເອີ້ນວ່າໃນໄລຍະຮໍາບາດແຜສົງຄາມ. ໃນປີ 1975 ສປປ ລາວມີເຂື່ອນໄຟຟ້າພຽງ 2 ແຫ່ງເທົ່ານັ້ນຄື: ເຂື່ອນເຊລະບໍາ ແຂວງຈໍາປາສັກ ແລະ ເຂື່ອນນໍ້າງື່ມ ແຂວງວຽງຈັນ ຈົນກ້າວ ມາເຖິງການພັດທະນາແຫລ່ງ ພະ ລັງງານໄຟຟ້າຫລາຍກວ່າ 80 ແຫ່ງ, 90% ຂອງປະຊາຊົນລາວບັນດາເຜົ່າເຂົ້າເຖິງໄຟຟ້າໃຊ້ແລ້ວ; ຈາກປະຊາຊົນເພິ່ງພາລົດໃຊ້ນໍ້າມັນເຊື້ອໄຟເປັນພາຫະນະຫລັກໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ຄ່ອຍໆຫັນມາໃຊ້ເຄື່ອງຈັກ ແລະ ພາຫະນະໃຊ້ພະລັງງານໄຟຟ້າເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນ: ລົດໄຟລາວ-ຈີນ, ລົດເມ ໂດຍສານສາທາລະນະ, ລົດຈັກ ແລະ ລົດເກັງ ຕົວຢ່າງ ໃນປີ 2024 ລາວນໍາເຂົ້າລົດໄຟຟ້າມີພຽງແຕ່ 4.000-5.000 ຄັນ ມາຮອດປີ 2025 ເພີ່ມຂຶ້ນເກືອບ 20.000 ຄັນ, ຄາດວ່າປີ 2026 ຈະສືບຕໍ່ເພີ່ມເຖິງ 30.000 ຄັນ; ຈາກມີເຂດປົກປັກຮັກສາ ແລະ ອະນຸລັກປ່າໄມ້ພຽງ 2 ແຫ່ງໃນອະດີດປັດຈຸບັນລາວ ມີເຂດອະນຸລັກ, ປົກປັກຮັກສາ ແລະ ອະນຸລັກປ່າໄມ້ ຄວບຄູ່ກັບສັດນໍ້າ-ສັດປ່າ ແລະ ຊີວະນາໆພັນທີ່ເປັນປ່າສະຫງວນແຫ່ງຊາດ ແລະ ອຸທິຍານແຫ່ງຊາດ 20 ກວ່າແຫ່ງ ໃນນັ້ນມີສັດຫາຍາກຫລົງຫລືອຢູ່ ແລະ ມີລັກສະນະເພີ່ມຂຶ້ນເຊັ່ນ: ຊ້າງປ່າ, ເສົາຫລາ, ໝີ, ເສືອ, ທະນີ ແລະ ອື່ນໆ ເຊິ່ງສິ່ງເຫລົ່ານັ້ນ ສະທ້ອນໃຫ້ ເຫັນວ່າລາວບໍ່ພຽງຍຶດໝັ້ນ ການພັດທະນາສີຂຽວຍືນຍົງເທົ່ານັ້ນ ຫາກຍັງໃຫ້ຄວາມສໍາຄັນທີ່ສຸດ ຕໍ່ການຮ່ວມມືທີ່ແໜ້ນແຟ້ນ ກັບປະເທດເພື່ອນມິດໃກ້ຄຽງ ແລະ ວົງຄະນາຍາດສາກົນ ເພື່ອບຸກທະລຸປົດແອກອອກຈາກປະເທດ ດ້ອຍພັດທະນາທີ່ບໍ່ມີທາງອອກສູ່ທະເລກາຍ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັນ ໂດຍ ຜ່ານເສັ້ນທາງລົດໄຟ, ຂົວຂ້າມແມ່ນໍ້າຂອງ ແລະ ຊ່ອງທາງຄົມມະນາຄົມທາງ ບົກອື່ນໆ.
ຫລາຍປີຜ່ານມານີ້, ນັກວິເຄາະຕ່າງກໍໃຫ້ທັດສະນະວ່າ: ລາວແມ່ນປະເທດ ໜຶ່ງໃນໂລກທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ເປັນປະຫວັດສາດ ຈາກລູກລະເບີດຕົກຄ້າງເກືອບ 3 ລ້ານໂຕນໃນປາງສົງຄາມອິນດູຈີນ ທີ່ພວກຈັກກະພັດໄດ້ກໍ່ຂຶ້ນ ຈົນເຖິງປັດຈຸບັນນີ້ຍັງບໍ່ສາມາດເກັບ ເອົາເສດ ແລະ ລູກລະເບີດ ຕົກຄ້າງຝັງໄວ້ໃຕ້ດິນອອກໝົດ ເຊິ່ງລະເບີດຕົກ ຄ້າງຈໍານວນຫລວງຫລາຍ ຍັງສືບຕໍ່ເຂັ່ນຂ້າ ແລະ ສ້າງຄວາມເສຍຫາຍດ້ານຊີວິດ, ຊັບສິນ ແລະ ພິການ ໃຫ້ປະຊາຊົນລາວຢ່າງຕໍ່ເນື່ອງ, ພ້ອມດຽວກັນນີ້ ລາວກໍບໍ່ມີຊາຍແດນ ອອກສູ່ທະເລ ແລະ ມີປະຊາກອນພຽງ 7 ລ້ານກວ່າຄົນ ແຕ່ເນື້ອທີ່ຂ້ອນຂ້າງກວ້າງ ໃຫຍ່ສະ ເລ່ຍ ເຖິງ 236.000 ກວ່າກິໂລຕາແມັດ ທີ່ເຕັມໄປດ້ວຍຊັບພະຍາກອນ ທໍາມະຊາດທີ່ອຸດົມສົມບູນເຊັ່ນ: ແຮ່ຄໍາ, ເຫລັກ, ຖ່ານຫີນ, ເກືອໂປຕັດ, ພູຜາປ່າດົງ ແລະ ແຫລ່ງນໍ້າຈືດທໍາມະຊາດອື່ນໆຢ່າງຫລວງຫລາຍ ເຊິ່ງທັງໝົດເປັນ ເໝືອນອູ່ ເຂົ້າອູ່ປາຊຸບລ້ຽງຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ຈາກ ຮຸ່ນສູ່ຮຸ່ນ.
ຍ້ອນທ່າແຮງທີ່ວ່ານັ້ນລາວອາດບໍ່ແມ່ນປະເທດເພິ່ງພາການນໍາເຂົ້າຈາກຕ່າງປະເທດ ພຽງດ້ານດຽວ ແຕ່ຈະໃຊ້ທ່າແຮງ ແລະ ຄວາມບົ່ມຊ້ອນທີ່ມີຢູ່ຫລວງຫລາຍເພື່ອພັດທະນາປະເທດ ແລະ ນໍາພາປະຊາ ຊົນລາວອອກຈາກຄວາມທຸກຍາກຢ່າງຍືນຍົງເປັນກ້າວໆ. ນັກວິ ເຄາະຍັງກ່າວຕື່ມອີກວ່າ: ປັດຈຸບັນນີ້ບັນ ດານັກລົງທຶນຕ່າງປະເທດຈາກ ຈີນ, ຍີ່ປຸ່ນ, ເກົາຫລີໃຕ້, ເອີຣົບ,ອາເມລິກາ ແລະ ຊາດອື່ນໆ ພວມຍ້າຍຖານການຜະລິດອຸດສາຫະກໍາເຂົ້າມາຕັ້ງໃນບັນດາ 10 ປະເທດສະມາຊິກອາຊຽນເພີ່ມຂຶ້ນແບບກ້າວກະໂດດ ໂດຍສະເພາະຢູ່ຫວຽດນາມ, ໄທ, ມາເລເຊຍ ແລະ ອື່ນໆ ເຊິ່ງເຮັດໃຫ້ຄວາມຕ້ອງການໄຟຟ້າປ້ອນ ໂຮງງານອຸດສາຫະກໍາ ແລະ ພາກທຸລະກິດ ຕ່າງໆຖີບຕົວສູງຂຶ້ນເປັນປະຫວັດການ ໃນຂະນະທີ່ປະເທດເຫລົ່ານັ້ນມີຂໍ້ຈໍາກັດໃນການຜະລິດ ແລະ ສະໜອງໄຟຟ້າໃຫ້ຕົນເອງຈິ່ງຫັນມາພິຈາລະນາເລືອກລາວເປັນ ບຸລິມະສິດສໍາຄັນໃນອາຊຽນເນື່ອງຈາກລາວມີ ທ່າແຮງບົ່ມຊ້ອນກວ່າປະເທດອື່ນໆ ໃນອາຊຽນ ເພື່ອເປັນໝໍ້ ໄຟໃຫຍ່ສະໜອງພະລັງງານຢ່າງຍືນຍົງ. ດັ່ງທີ່ ທ່ານ ດາຕູສີຮາຈິ ຟາດິລລາ ຮາຈິຢູຊອຟ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການດ້ານພະລັງງານ ແລະ ການປ່ຽນແປງດ້ານນໍ້າແຫ່ງມາເລເຊຍກ່າວໃນກອງປະຊຸມການປ່ຽນແປງພະລັງງານໃນອາຊຽນໃນວັນທີ 26 ພຶດສະພາ 2025 ວ່າ: ປັດຈຸບັນນີ້ ອາຊຽນເປັນ ຜູ້ບໍລິໂພກພະລັງງານໃຫຍ່ເປັນອັນດັບ 4 ຂອງໂລກ, ດ້ວຍຄວາມຕ້ອງການເພີ່ມຂຶ້ນປະມານ 3% ຕໍ່ປີ. ສະນັ້ນ ພາກພື້ນອາຊຽນນີ້ມີຄວາມຈໍາເປັນຕ້ອງລົງທຶນດ້ານພະລັງງານຢ່າງໜ້ອຍ 200 ຕື້ໂດລາຕໍ່ປີພາຍໃນປີ 2030 ເພື່ອຊອກຫາ ພະລັງງານໃຫ້ພຽງພໍ ເພື່ອປ້ອນຕະຫລາດໃຫ້ທັນເວລາ. ພ້ອມນີ້ອາຊຽນກໍໄດ້ສືບ ຕໍ່ຈະວາງແຜນການຜະລິດພະລັງງານໄຟຟ້າສະອາດດ້ວຍລົມ, ແສງຕາເວັນ ແລະ ນໍ້າອື່ນໆ ເພື່ອການຫລຸດກາກບອນທີ່ມີຮາກຖານມາຈາກການຮ່ວມມືພາກພື້ນ. ກອງປະຊຸມດັ່ງກ່າວຍັງໄດ້ຍົກໃຫ້ເຫັນວ່າ: ຮອດປັດຈຸບັນນີ້ລາວມີແຫລ່ງພະລັງງານສະສົມຫລາຍກວ່າ 80 ແຫ່ງໃນນັ້ນມີ ພະລັງງານນໍ້າ, ລົມ, ແສງຕາເວັນ ແລະ ອື່ນໆ, ຄາດວ່າລາວສົ່ງອອກໄຟຟ້າໄດ້ ເຖິງ 20.000 ເມກາວັດ ພາຍໃນປີ 2030 ໃນນັ້ນຄາດວ່າຈະສົ່ງອອກໄປຍັງປະເທດບ້ານໃກ້ເຮືອນຄຽງ ແລະ ປະເທດສະມາຊິກອາຊຽນ ເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກະໂປ.
![]()
ແຕ່ເຖິງແນວໃດກໍດີ, ຕາມສະຖິຕິການລົງທຶນຕ່າງປະເທດໃນລາວ ເຖິງປັດຈຸບັນເຫັນວ່າ: ສປ ຈີນ ຍັງເປັນຜູ້ລົງທຶນຕ່າງປະເທດໃນລາວອັນດັບທີ 1 ດ້ວຍຍອດລົງທຶນ ທັງໝົດປະມານ 18-19 ຕື້ໂດລາ, ມີ 900 ກວ່າໂຄງການ ໃນນັ້ນກວມເອົາຂະແໜງພະລັງງານ-ບໍ່ແຮ່ (ພະລັງງານລົມ, ແສງຕາເວັນ, ນໍ້າ…), ການກໍ່ສ້າງພື້ນຖານໂຄງລ່າງ, ການຜະລິດກະສິກໍາ, ດີຈິຕອນ, ແລະ ອື່ນໆ, ທີ 2 ແມ່ນຫວຽດນາມ, ທີ 3 ໄທ, ທີ 4 ເກົາຫລີ ແລະ ອື່ນໆ.
ຫວ່າງມໍ່ມານີ້, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 7 ທີ່ຈັດຢູ່ແຂວງຝູຈ້ຽນ ສປ ຈີນ ໄດ້ໃຫ້ຄຳຕອບທາງດ້ານພະລັງງານສະອາດ ຄື: ຈີນ ແລະ ອາຊຽນ ໄດ້ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັນຂະໜາດ 110 ກິໂລໂວນຂຶ້ນໄປ 16 ສາຍ, ສອງຝ່າຍດຳເນີນການຄ້າຂາຍພະລັງງານໄຟຟ້າ ແລະ ໃຫ້ການຊ່ວຍ ເຫລືອກັນ ດ້ານພະລັງງານໄຟຟ້າຂ້າມຊາດລື່ນ 75 ຕື້ກິໂລວັດໂມງ, ໃນນັ້ນໄຟຟ້າສີຂຽວໄດ້ກວມເອົາ 90%. ຕົວເລກຂໍ້ມູນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືສີຂຽວ ໃນພາກພື້ນລະຫວ່າງຈີນ-ອາຊຽນ ໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ໄດ້ເຊື່ອມສານຜ່ານຄູ່ຮ່ວມຊາຕາກຳຈີນ-ອາຊຽນ. ສ່ວນຈີນມີບົດ ຮຽນການພັດທະນາ ພະລັງງານໝູນວຽນເປັນຢ່າງດີ ແລະ ມີເຕັກໂນໂລຊີທັນສະໄໝ ອັນດັບຕົ້ນໆຂອງໂລກ ໄດ້ເຮັດໃຫ້ສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນປັບໃຊ້ ຊັບພະຍາກອນທີ່ອຸດົມສົມບູນ ໃຫ້ເກີດຜົນປະໂຫຍດສູງສຸດ ລະຫວ່າງ ລາວ,ຈີນ ແລະ ອາຊຽນ. ດັ່ງໂຄງການເຂື່ອນໄຟຟ້າເລກ 1 ຢູ່ສາຍນໍ້າທາຂອງ ລາວທີ່ ສົ່ງໄຟຟ້າສູ່ແຂວງຢຸນນານ ສປ ຈີນ ໄປຮອດໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 ກິໂລໂວນ ຈີນ-ລາວ, ເມື່ອໂຄງການນີ້ສ້າງສຳເລັດແລ້ວ ຈະມີຄວາມສາມາດສົ່ງໄຟຟ້າ 1,5 ລ້ານກິໂລວັດ ເຊິ່ງການເຊື່ອມຈອດແບບນີ້ ໄດ້ທຳລາຍສິ່ງຈຳກັດທາງພູມສາດທີ່ມີຕໍ່ພະລັງງານ ແລະ ຊັບພະຍາກອນ, ເຮັດໃຫ້ໄຟຟ້າທີ່ສະອາດ ເຊັ່ນ: ໄຟ ຟ້າພະລັງງານລົມ, ແສງຕາເວັນ ແລະ ນໍ້າຂອງລາວ, ອາຊຽນ ສາມາດໄດ້ຮັບການຈັດສັນຢ່າງມີປະສິດທິພາບສູງ, ສາມາດແກ້ໄຂບັນຫາ ການຂາດເຂີນໄຟຟ້າຂອງບາງປະເທດ, ເຮັດໃຫ້ເຂດພະລັງງານເຫລືອເຟືອ ສາມາດຫັນປ່ຽນຄວາມສາມາດການຜະລິດສີຂຽວ ມາເປັນພະລັງຊຸກ ດັນການພັດທະນາ.
ສຳນັກງານພະລັງງານໝູນວຽນສາກົນໃຫ້ຮູ້ວ່າ: ພະລັງງານໝູນວຽນຂອງອາຊຽນໃນປີ 2024 ໄດ້ເພີ່ມຂຶ້ນ 1,5 ເທົ່າເມື່ອທຽບໃສ່ປີ 2019. ການພັດທະນາມີລັກສະນະກ້າວກະໂດດແບບນີ້ ແມ່ນຈາກການຊ່ວຍເຫລືອດ້ານເຕັກໂນໂລຊີ ແລະ ບົດຮຽນຈາກຈີນໂດຍກົງ. ຈຸດດີຂອງພະລັງງານໝູນ ວຽນນີ້ສະ ທ້ອນໃຫ້ເຫັນຜ່ານໂຄງການ ໄຟຟ້າພະລັງງານລົມເທິງທະເລບິງດາຍ ຂອງຫວຽດນາມ ແຕ່ລະປີສາມາດຊ່ວຍຫລຸດຜ່ອນ ການປ່ອຍກາກບອນໄດ້ເຖິງ 26.200 ໂຕນ, ໂຄງການຜະລິດໄຟຟ້າດ້ວຍຂີ້ເຫຍື້ອ ຂອງມາເລເຊຍ ແຕ່ລະປີສາມາດປະຢັດຖ່ານຫີນ ມາດຕະຖານໄດ້ປະມານ 140.000 ໂຕນ, ໂຄງການເຊື່ອມ ໂຍງ ພະລັງງານລົມ-ພະລັງງານແສງຕາເວັນ ແລະ ພະລັງງານນ້ຳຂອງລາວ ສາມາດຜະລິດໄຟຟ້າໄດ້ດີ ທັງອະນຸລັກສິ່ງແວດລ້ອມທຳມະຊາດ ເຊິ່ງໂຄງການຮ່ວມມືເຫລົ່ານີ້ ໄດ້ສະແດງໃຫ້ເຫັນເຖິງຜົນງານ ທີ່ໄດ້ຮັບຈາກການປະຕິບັດຕົວຈິງ ດ້ານການພັດທະນາສີຂຽວ.
ປັດຈຸບັນນີ້ ບໍລິສັດພາວເວີຈາຍນາ (Power China) ໄດ້ຮັບເໝົາດໍາເນີນການກໍ່ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງງານລົມ 600 ເມກາວັດຢູ່ພາກໃຕ້ຂອງລາວ ເຊິ່ງເປັນທີ່ຮູ້ຈັກຄື ເຂດສະໝໍລະພູມສູ້ຮົບເກົ່າໃນປາງສົງຄາມອິນດູຈີນທີ່ເຕັມໄປດ້ວຍລະເບີດຕົກຄ້າງແລ້ວຫັນເອົາຈຸດອັນຕະລາຍຕາມສັນພູ ແລະ ເຂດທີ່ເໝາະສົມມາພັດທະນາໃຫ້ ເກີດປະໂຫຍດຮ່ວມກັນລະຫວ່າງ ລາວ ແລະ ຈີນ, ນັ້ນແມ່ນບາດກ້າວການສ້າງຄວາມໝັ້ນຄົງ ດ້ານພະລັງງານ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ຈະເລີນຮຸ່ງເຮືອງ. ໂຄງການຜະລິດໄຟຟ້າ ດ້ວຍພະລັງງານລົມນີ້ ເປັນແຫ່ງທຳອິດຂອງລາວ, ມີຂະໜາດໃຫຍ່ສຸດແຫ່ງ ດຽວຢູ່ອາຊີຕາເວັນອອກສ່ຽງໃຕ້, ປະລິມານການຜະລິດໄຟຟ້າ ບັນລຸເຖິງ 1,72 ຕື້ກິໂລວັດໂມງຕໍ່ປີ, ແຕ່ລະປີສາມາດຫລຸດຜ່ອນ ການປ່ອຍກາກບອນເຖິງ 1,56 ລ້ານໂຕນ ເຊິ່ງບໍ່ພຽງແຕ່ຊ່ວຍແກ້ໄຂ ການຂາດເຂີນພະລັງໄຟຟ້າ ຕາມລະດູການເທົ່ານັ້ນ ແຕ່ຍັງສົ່ງອອກພະລັງງານສະອາດ ສູ່ອາຊຽນ ອີກດ້ວຍ. ນອກຈາກ ຢູ່ພາກໃຕ້ລາວແລ້ວ, ຍັງມີໂຄງການພະລັງງານແສງຕາເວັນ ພວມດໍາເນີນການກໍ່ສ້າງ ໂດຍບໍລິສັດພະລັງງານນິວເຄລຍທົ່ວໄປຈີນ ຫລື CGN ໄດ້ປະດິດສ້າງຮູບແບບເຊື່ອມສານ ພະລັງງານຫລາຍຊະນິດ, ບວກກັບໂຄງການເຊື່ອມຕໍ່ເຄືອຂ່າຍໄຟຟ້າ 500 ກິໂລໂວນລະຫວ່າງ ລາວ-ຈີນ, ໃນລະດູຝົນ ປະເທດ ລາວສາ ມາດສົ່ງ ອອກໄຟຟ້າສີຂຽວສ່ວນເກີນ ແລະ ສະມາດຮັບໄຟຟ້າທີ່ສົ່ງຄືນຈາກຈີນ ໃນລະດູແລ້ງ, ຄາດວ່າ ຫລັງຈາກໂຄງການດັ່ງກ່າວ ສ້າງສຳເລັດໃນປີ 2026 ແລ້ວ, ປະລິມານການສົ່ງໄຟຟ້າສະອາດຈະບັນລຸເຖິງ 3 ຕື້ກິໂລວັດໂມງຕໍ່ປີ.
![]()
ໃນຕໍ່ໜ້າຄາດວ່າອາຊຽນຈະກາຍເປັນສູນກາງອຸດສາຫະກໍາຄູ່ຂະໜານກັບຈີນ ໃນການຜະລິດລົດໄຟຟ້າ, ເຄື່ອງໄຟຟ້າ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ຈະເຮັດໃຫ້ຄວາມຕ້ອງການໄຟຟ້າຖີບຕົວສູງຂຶ້ນ ແລະ ອາຊຽນໄດ້ສະເໜີເປົ້າໝາຍທີ່ວ່າ ເມື່ອຮອດປີ 2030 ຈະເຮັດ ໃຫ້ພະລັງງານ ໝູນວຽນ ກວມເອົາກຳລັງຕິດຕັ້ງການຜະລິດໄຟຟ້າເຖິງ 45%, ຂະນະທີ່ຈີນ ກໍໄດ້ວາງແຜນກຳລັງຕິດຕັ້ງ ການຜະລິດໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນ ໃຫ້ໄດ້ເຖິງ 3,6 ຕື້ກິໂລວັດ ເມື່ອຮອດປີ 2035, ວິໄສທັດສີຂຽວດັ່ງກ່າວ ຂອງສອງຝ່າຍແມ່ນສອດຄ່ອງກັນ ໃນລະດັບສູງ ເຊິ່ງບັນດາໂຄງການ ຮ່ວມ ມືກັນ ລະຫວ່າງ ອາຊຽນ-ຈີນ ທີ່ກ່າວມາຂ້າງເທິງນັ້ນ ລ້ວນແຕ່ເປັນຄວາມມຸ່ງມາດປາຖະໜາຮ່ວມມືກັນຕາມທິດພັດທະນາຍືນຍົງ ແລະ ແບ່ງປັນຜົນປະໂຫຍດຮ່ວມກັນ. ເໝືອນດັ່ງການລົງທຶນໃນຂະແໜງພະລັງງານໄຟຟ້າສະອາດໃນລາວມີທ່າອ່ຽງເພີ່ມຂຶ້ນຢ່າງພົ້ນເດັ່ນໂດຍ ໄດ້ຮັບການສະໜັບສະໜູນ ຢ່າງຕັ້ງໜ້າຈາກ ຄວາມພະຍາຍາມຂອງອາຊຽນ, ຈີນ, ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ເພື່ອສົ່ງເສີມການພັດທະນາສີຂຽວຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ພ້ອມນີ້ ຍັງສອດຄ່ອງກັບກັບທິດຊີ້ນໍາຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນເວົ້າວ່າ: “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຄື: ການອະນຸລັກສິ່ງແວດລ້ອມນິເວດ ແລະ ການພັດທະນາເສດຖະກິດເອກະພາບ ແບບສັດຈະວິພາກໄດ້ກາຍເປັນທິດຊີ້ນຳສຳຄັນ ໃຫ້ແກ່ການຮ່ວມມືສີຂຽວລະຫວ່າງ ຈີນ-ລາວ ແລະ ວົງຄະນາຍາດສາກົນອີກດ້ວຍ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
