ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດ ຫວຽດນາມ ຈັດຂຶ້ນຢ່າງສົມກຽດ

21/01/2026 17:07
Email Print 83
KPL - Asean 2024 ພິທີໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຖືກຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງຮ່າໂນ້ຍ ໂດຍມີ ບັນດາຜູ້ແທນ 1.586 ຄົນ, ຕາງໜ້າໃຫ້ແກ່ ສະມາຊິກພັກ ກວ່າ 5,6 ລ້ານຄົນ ຂອງ ພັກກອມມູນິດ ຫວຽດນາມ. ໃນຂະນະດຽວກັນ, ຍັງມີ ບັນດາ ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ພິທີໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຖືກຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າ ວັນທີ 20 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງຮ່າໂນ້ຍ ໂດຍມີ ບັນດາຜູ້ແທນ 1.586 ຄົນ, ຕາງໜ້າໃຫ້ແກ່ ສະມາຊິກພັກ ກວ່າ 5,6 ລ້ານຄົນ ຂອງ ພັກກອມມູນິດ ຫວຽດນາມ. ໃນຂະນະດຽວກັນ, ຍັງມີ ບັນດາ ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດ ຜູ້ອາວຸໂສ, ແມ່ຍິງ ວິລະຊົນຫວຽດນາມ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກສິລະປະກອນ, ຜູ້ມີຍົດສັກຕຳແໜ່ງ ທາງສາສະໜາ ແລະ ຜູ້ຕາງໜ້າຄົນລຸ້ນໜຸ່ມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ເຂົ້າຮ່ວມ. 

ທິດນຳຂອງກອງປະຊຸມໃຫຍ່ແມ່ນ ສາມັກຄີ-ປະຊາທິປະໄຕ-ມີລະບຽບວິໄນ-ບຸກທະລຸ-ພັດທະນາ”. ກອງປະຊຸມໃຫຍ່ມີຫົວຂໍ້ພາຍໃຕ້ຄັນທຸງ ອັນສະຫງ່າລາສີຂອງພັກ, ຮ່ວມ ແຮງຮ່ວມໃຈ ປະຕິບັດບັນດາເປົ້າໝາຍ ພັດທະນາປະເທດຮອດປີ 2030 ຢ່າງມີໄຊ, ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ມີຄວາມໄວ້ວາງໃຈ, ກ້າວເຂົ້າ ສັງກາດບຸກບືນ ຂອງ ຊາດຢ່າງແຮງ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ.

ຫລັງຈາກນັ້ນ, ຕາງໜ້າໃຫ້ຄະນະປະທານ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ຂຶ້ນອ່ານສູນທອນພົດ ໄຂກອງປະຊຸມໃຫຍ່. ທ່ານປະທານປະເທດ ຢັ້ງຢືນວ່າ ກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກ ແມ່ນບາດລ້ຽວ ທີ່ມີລັກສະນະປະຫວັດສາດ, ມຸ່ງໄປເຖິງການ ສະເຫລີມ ສະຫລອງ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 100 ປີ (03/02/1930-03/02/2030). ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ສຸມເຈດຈຳນົງ, ຄວາມມຸ້ງມາດປາດຖະໜາ, ຄວາມຕັດສິນໃຈສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍຈິດໃຈ ເປັນເຈົ້າ ຍຸດທະສາດ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ ສັງກາດໃໝ່, ເພື່ອປະເທດ ຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມ ແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ.

ກອງປະຊຸມໃຫຍ່ນີ້ ໄດ້ຍ້ອງຍໍ ຊົມເຊີຍ ຄວາມມານະພະຍາຍາມ ສູ້ຊົນຮ່ວມແຮງຮ່ວມໃຈ ຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ທີ່ໄດ້ຜ່ານຜ່າ ທຸກຄວາມຫຍຸ້ງຍາກ, ສິ່ງທ້າ ທາຍ, ປະຕິບັດສຳເລັດ ເປົ້າໝາຍໜ້າທີ່ ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ວາງອອກຢ່າງມີໄຊ, ໂດຍສະເພາະແມ່ນ ໜ້າທີ່ບຸກທະລຸ ມີລັກສະນະປະຕິວັດ.

ຕາມທ່ານ ເລືອງເກື່ອງ ປະທານປະເທດ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນ ແປຢ່າງວ່ອງໄວ, ສັບສົນ, ເຊິ່ງຄາດຄະເນໄດ້ຍາກ, ເມື່ອການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ ເພີ່ມຂຶ້ນ. ການປະຕິວັດອຸດສາຫະກຳ ຄັ້ງທີ 4, ພິເສດແມ່ນ ການລະເບີດ ຂອງ ປັນຍາປະດິດ, ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີ ກວນເຕີມ (Quantum technology) ແລະ ບັນດາເຕັກໂນໂລຢີໃໝ່ ທີ່ພາໃຫ້ຊີວິດ ເສດຖະກິດສັງຄົມ ທຸກດ້ານປ່ຽນແປງ ຢ່າງເລິກເຊິ່ງ. ສິ່ງດັ່ງກ່າວໄດ້ວາງອອກ ເພື່ອຮຽກຮ້ອງ ອັນຮີບດ່ວນ ກ່ຽວກັບ ການສ້າງຮູບແບບເຕີບໂຕ, ຮູບແບບພັດທະນາໃໝ່, ຍົກສູງສະມັດຕະພາບແຮງງານ, ຄວາມສາມາດແກ້ງແຍ້ງ ແຫ່ງຊາດ ແລະ ບັນດາຄຳຮຽກຮ້ອງໃໝ່ ໃນການຄຸ້ມຄອງສັງຄົມ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ແລະ ອື່ນໆ./

KPL