ມຽນມາ ສົ່ງອອກ ຢາງພາລາ ບັນລຸ 200.000ໂຕນ
Email
Print
83
KPL - Asean 2024
ມຽນມາ ໄດ້ສົ່ງອອກ ຢາງພາລາ ຫລາຍກວ່າ 200.000 ໂຕນໃນໄລຍະ 9 ເດືອນ ຂອງ ສົກປີງົບປະມານ 2025-2026.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ ສະມາຄົມ ຜູ້ປູກ ແລະ ຜະລິດຢາງພາລາ ແຫ່ງ ມຽນມາ ເປີດເຜີຍຕໍ່ສຳນັກຂ່າວຊິນຮວາວ່າ: ມຽນມາ ໄດ້ສົ່ງອອກ ຢາງພາລາ ຫລາຍກວ່າ 200.000 ໂຕນໃນໄລຍະ 9 ເດືອນ ຂອງ ສົກປີງົບປະມານ 2025-2026. ໂດຍເລິ່ມ ແຕ່ເດືອນ ເມສາ-ເດືອນທັນວາ ຂອງ ສົກປີ ງົບປະມານ, ປັດຈຸບັນ ມຽນມາ ມີລາຍໄດ້ ຈາກການສົ່ງອອກ ຢາງພາລາ ຫລາຍກວ່າ 300 ລ້ານໂດລາ ສະຫະລັດ. ໃນນັ້ນ ຈີນກວມເອົາ ອັດຕາສ່ວນ ປະມານ 75-80% ຂອງ ການສົ່ງອອກຢາງພາລາ ທັງໝົດ ຂອງ ມຽນມາ. ສ່ວນທີ່ເຫລືອ ໄດ້ຖຶກສົ່ງອອກ ໄປຍັງ ມາເລເຊຍ, ອິນໂດເນເຊຍ, ສ.ເກົາຫລີ, ອິນເດຍ ແລະ ຍີ່ປຸ່ນ. ມຽນມາ ມີພື້ນທີ່ ປູກຢາງ ພາລາ ທົ່ວປະເທດ ຫລາຍກວ່າ 1,6 ລ້ານເຮັກຕາ, ໂດຍລັດມອນ ເປັນແຫລ່ງຜະລິດ ຢາງພາລາຫລັກ, ຖັດມາຄື ພາກພື້ນ ຕະນາວສີ ແລະ ລັດກະລ່ຽງ./
