ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ
Email
Print
83
KPL - Asean 2024
ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.
ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊູມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະ ນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ ແລະ ເປັນຮູບປະທໍາຕົວຈິງກວ່າເກົ່າ ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດ 3 ມາດຕະການເລັ່ງດ່ວນຄື: ປັບປຸງກົດໝາຍ, ກົນໄກ ແລະ ລະບຽບການ, ຍົກສູງຄວາມສາມາດໃນການຄຸ້ມຄອງ ແລະ ບໍລິຫານລັດໃຫ້ມີປະສິດທິພາບ ຕິດພັນກັບການຫັນເປັນດີຈິຕອນ, ການແບ່ງຂັ້ນ, ແບ່ງສິດ ແລະ ສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ; ຍົກສູງຈິດໃຈ ມຸ່ງໝັ້ນພັດທະນາຢ່າງແຮງກ້າ, ມີຄວາມກະຕືລືລົ້ນຂອງປະຊາຊົນ ເພື່ອພັດທະນາປະເທດຊາດໃຫ້ເຂັ້ມແຂງ, ຊຸກຍູ້ຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ປະຊາຊົນ ແລະ ທຸລະກິດທີ່ຮັ່ງມີ ຕິດພັນກັບການຍົກສູງຄຸນນະພາບ ຊັບພະຍາກອນມະນຸດ, ຊຸກຍູ້ການສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຫັນປ່ຽນວຽກງານຄຸ້ມຄອງຮອບດ້ານ ເພື່ອປັບປຸງປະສິດ ທິພາບການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ໂດຍສະເພາະໃນຂົງເຂດແຮ່ທາດ, ພະລັງງານ ແລະ ທີ່ດິນ, ເພີ່ມທະວີຄວາມໂປ່ງໃສ ແລະ ເຂັ້ມງວດໃນການປະຕິບັດແຜນງົບປະມານ ໂດຍສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ການສູນເສຍລາຍຮັບ, ຂະຫຍາຍຖານລາຍຮັບໃໝ່ຕາມທ່າແຮງ ເພື່ອຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ.
ສຳລັບ ທິດທາງລວມ, ຄາດໝາຍສູ້ຊົນຕົ້ນຕໍ ແລະ ແຜນວຽກຈຸດສຸມ ລັດຖະບານ ຈະສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ບໍ່ສ້າງໜີ້ສິນໜັກໜ່ວງ, ດໍາເນີນການຄຸ້ມຄອງ-ບໍລິຫານເສດຖະກິດ ໄປຕາມກົດໝາຍ, ລະບຽບຫລັກການ ແລະ ສອດຄ່ອງກັບກົນໄກຕະຫລາດ ທີ່ມີການການດັດ ສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວໄວ, ຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ, ໜັກແໜ້ນ ດ້ວຍຄຸນນະພາບສູງ ແລະ ເປັນເຈົ້າຕົນເອງ ນັບມື້ພົ້ນເດັ່ນ; ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຖັນແຖວນັກຮຽນຮູ້-ປັນຍາຊົນ ໃຫ້ສາມາດຕອບສະໜອງໃຫ້ແກ່ການສ້າງສາປະເທດໃນເງື່ອນໄຂໃໝ່, ສາມາດປະ ກອບສ່ວນເຂົ້າໃນການຄົ້ນຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດສ້າງໃໝ່ໃຫ້ແກ່ການພັດທະນາປະເທດຊາດ ນັບມື້ນັບຫລາຍ ແລະ ໂດດເດັ່ນຂຶ້ນ; ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ; ພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນໄຫວວຽກງານການຕ່າງປະເທດຢ່າງເປັນເຈົ້າການ, ຫ້າວຫັນ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເພື່ອນມິດສາກົນ, ມີບົດບາດພົ້ນເດັ່ນສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ ປົກ ຄອງດ້ວຍກົດໝາຍ ແລະ ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ປັບປຸງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອຫລຸດຜ່ອນຄວາມແຕກໂຕນ ຂອງການພັດທະນາລະຫວ່າງຜູ້ຮັ່ງ ແລະ ຜູ້ທຸກ, ລະຫວ່າງຕົວເມືອງ ແລະ ຊົນນະບົດ ໃຫ້ຫຍັບເຂົ້າໃກ້ກັນເທື່ອລະກ້າວ.
ຂ່າວ: ທະນູທອງ
