ສ.ອາເມລິກາ ປະກາດແຜນຄອບຄອງນໍ້າມັນໃນ ເວເນຊູເອລາ ມູນຄ່າກວ່າ 2,8 ຕື້ໂດລາສະຫະລັດ

08/01/2026 14:54
Email Print 83
KPL - Asean 2024 ເວເນຊູເອລາ ຈະສົ່ງມອບນໍ້າມັນໃຫ້ແກ່ ສ.ອາເມລິກາ ໃນປະລິມານລະຫວ່າງ 30-50 ລ້ານຖັງໂດຍນໍ້າ ມັນດັ່ງກ່າວ ຈະຖືກນໍາອອກຈຳໜ່າຍໃນລາຄາຕະຫລາດ ແລະ ລາຍຮັບທີ່ເກີດຂຶ້ນ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ:​ ເວເນຊູເອລາ ຈະສົ່ງມອບນໍ້າມັນໃຫ້ແກ່ ສ.ອາເມລິກາ ໃນປະລິມານລະຫວ່າງ 30-50 ລ້ານຖັງ, ໂດຍນໍ້າມັນດັ່ງກ່າວ ຈະຖືກນໍາອອກຈຳໜ່າຍໃນລາຄາຕະຫລາດ ແລະ ລາຍຮັບທີ່ເກີດຂຶ້ນ ຈະຖືກນໍາໄປໃຊ້ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງປະເທດ.

ໂດຍທ່ານ ໂດນັນ ທຣຳ ລະບຸຜ່ານໂຊຊຽວມິເດຍວ່າ ຝ່າຍບໍລິຫານຊົ່ວຄາວໃນ ເວເນຊູເອລາ ຈະມອບນໍ້າມັນຄຸນນະພາບສູງ ຊຶ່ງຢູ່ພາຍໃຕ້ ມາດຕະການຂວໍ້າບາດ ໃນແກ່ ສ.ອາເມລິກາ, ພ້ອມທັງເນັ້ນໜັກວ່າ: ເງິນຈາກການຈຳໜ່າຍນໍ້າມັນ ຈະຢູ່ພາຍໃຕ້ ການກຳກັບດູແລຂອງ ທ່ານໂດນັນ ທຣຳ ໃນຖານະ ປະທານາທິບໍດີ ສ.ອາເມລິກາ ເພື່ອໃຫ້ໝັ້ນໃຈວ່າ ນໍາໄປ ໃຊ້ຕາມເປົ້າໝາຍ ດັ່ງກ່າວ.

ເມື່ອອ້າງອີງ ຈາກລະດັບ ການຜະລິດກ່ອນທີ່ ສ.ອາເມລິກາ ຈະໃຊ້ມາດຕະການປິດລ້ອມ, ປະລິມານ ນໍ້າມັນດັ່ງກ່າວ ທຽບເທົ່າກັບ ການຜະລິດຂອງ ເວເນຊູເອລາ ປະມານ 30-50 ວັນ. ຂະນະທີ່ ສ.ອາເມລິກາ ມີການຜະລິດນໍ້າມັນປະມານ 13,8 ລ້ານຖັງຕໍ່ວັນ.

KPL