ຊາວກາຊາ ໄດ້ຮັບອາຫານຕາມເກນຂັ້ນຕໍ່າຄັ້ງທຳອິດໃນຮອບກວ່າ 2 ປີ

08/01/2026 14:54
Email Print 83
KPL - Asean 2024 ການຈັດສັນຄວາມຊ່ວຍເຫລືອ ດ້ານອາຫານໂດຍທົ່ວໄປ ໃນກາຊາ ຮອບເດືອນມັງກອນ ໄດ້ຜ່ານມາດຕະຖານ ປະລິມານ ແຄລໍຣີຂັ້ນຕໍ່າ ເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນຕຸລາປີ 2023

ຂປລ.ສຳນັກງານ ເພື່ອການປະສານງານ ດ້ານມະນຸດສະທຳ ແຫ່ງສະຫະປະຊາຊາດ (OCHA) ລາຍງານວ່າ: ການຈັດສັນຄວາມຊ່ວຍເຫລືອ ດ້ານອາຫານໂດຍທົ່ວໄປ ໃນກາຊາ ຮອບເດືອນມັງກອນ ໄດ້ຜ່ານມາດຕະຖານ ປະລິມານ ແຄລໍຣີຂັ້ນຕໍ່າ ເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນຕຸລາປີ 2023, ໂດຍແຕ່ລະຄອບຄົວ ໄດ້ຮັບອາຫານ 2 ຊຸດ ແລະ ແປ້ງ 2 ຖົງ(ຖົງລະ 25 ກິໂລກຣາມ).

ສະຫະປະຊາຊາດ ແລະ ພັນທະມິດ ດ້ານມະນຸດສະທຳ ໄດ້ຈັດສັນຄວາມຊ່ວຍເຫລືອ ດ້ານອາຫານໂດຍທົ່ວໄປ ຜ່ານດ່ານ ເຄເຣມ ຊາລອມ ແລະ ດ່ານ ຊີກິມ ໃນອາທິດຜ່ານມາ ຫລາຍກວ່າ 10.000 ໂຕນ. ຂະນະດຽວກັນ ສະຫະປະຊາຊາດ ພວມສະໜັບສະໜູນ ການຜະລິດເຂົ້າໜົມປັງປະມານ 1,7 ແສນກ້ອນຕໍ່ວັນ, ແຕ່ລະກ້ອນໜັກ 2 ກິໂລກຣາມ ເພື່ອແກ້ໄຂ ບັນຫາ ຄວາມບໍ່ໝັ້ນຄົງ ທາງອາຫານເພີ່ມເຕີມ.

ໃນຂະນະທີ່ ອັດຕາສ່ວນການຄວບຄຸມ ຢູ່ທີ່ 50-75% ຂອງຄວາມຕ້ອງການ ແຄລໍຣີຂັ້ນຕໍ່າ ເມື່ອນັບຕັ້ງແຕ່ ຂໍ້ຕົກລົງຢຸດຍິງ ມີຜົນບັງຄັບໃຊ້ວັນທີ 10 ຕຸລາ 2025.

KPL