ລັດຖະບານ ສຸມໃສ່ປະຕິບັດມາດຕະການຕ່າງໆຟື້ນຟູເສດຖະກິດ
Email
Print
83
KPL - Asean 2024
ໃນໄລຍະ 5 ປີ ຜ່ານມາ, ລັດຖະບານ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ ໂດຍສຸມໃສ່ ຊຸກຍູ້ການຜະລິດ ແລະ ການບໍລິການ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການເປີດປະເທດຄືນໃໝ່ ພາຍຫລັງການລະບາດພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຕິດພັນກັບການປ່ອຍສິນເຊື່ອເພື່ອຟື້ນຟູເສດຖະກິດ, ການປະຕິບັດໂຄງການທົດລອງແຮ່ທາດ, ການສົ່ງ ເສີມການທ່ອງທ່ຽວ, ການປັບປຸງການບໍລິການຂົນສົ່ງພາຍໃນ, ຕ່າງປະເທດ ແລະ ອື່ນໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ ໃນກອງປະຊູມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ຜ່ານການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຜ່ານມາ, ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4,24% ຊຶ່ງບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ, GDP ຕໍ່ຫົວຄົນ ບັນລຸໄດ້ 2.138 ໂດລາສະຫະລັດ (ແຜນການ 2.880 ໂດລາສະຫະລັດ) ແລະ GNI ຕໍ່ຫົວຄົນ ບັນລຸໄດ້ 1.985 ໂດລາສະຫະລັດ (ແຜນການ 2.280 ໂດລາສະຫະລັດ). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2,9%, ກວມ 19,4% ຂອງ GDP (ແຜນການ ຂະຫຍາຍຕົວ 2,5% ແລະ ກວມ 15,3%), ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍ 4,7%, ກວມ 32,5% (ແຜນການ ຂະຫຍາຍຕົວ 4,1% ແລະ ກວມ 32,3%), ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 4,5%, ກວມ 36,6% (ແຜນການ ຂະຫຍາຍຕົວ 6% ແລະ ກວມ 41,3%), ຂະແໜງພາສີ-ອາກອນ ຜະລິດຕະພັນ ຂະຫຍາຍຕົວສະເລ່ຍ 3,8%, ກວມ 11,5% ຂອງ GDP (ແຜນການ 5,8% ແລະ ກວມ 11,7% ຂອງ GDP).
ດ້ານການຜະລິດ ແລະ ການບໍລິການ ມີການຂະຫຍາຍຕົວດີ, ພົ້ນເດັ່ນ ແມ່ນການຜະລິດເຂົ້າ ປະຕິບັດໄດ້ 18,9 ລ້ານໂຕນ, ສະເລ່ຍ 3,7 ລ້ານໂຕນຕໍ່ປີ (ແຜນການ 3,5-4 ລ້ານໂຕນຕໍ່ປີ); ຜະລິດພືດເປັນສິນຄ້າ ໄດ້ 9,5 ລ້ານໂຕນຕໍ່ປີ (ແຜນການ 7,4 ລ້ານໂຕນຕໍ່ປີ); ການຜະລິດເຂົ້າ, ຊີ້ນ, ໄຂ່ ແລະ ປາ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃນໄດ້ໂດຍພື້ນຖານ ແລະ ສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໄດ້ 7,8 ຕື້ໂດລາສະຫະລັດ, ສະເລ່ຍ 1,5 ຕື້ໂດລາສະຫະລັດຕໍ່ປີ, ລື່ນຄາດໝາຍ 31,49% (ແຜນ 1,2 ຕື້ໂດລາສະຫະລັດ). ສຳລັບ ມູນຄ່າການຜະລິດພະລັງງານໄຟຟ້າ ໄດ້ 262.848,19 ຕື້ກີບ, ເທົ່າກັບ 186,58% ຂອງແຜນ (ແຜນການ 140.879,6ຕື້ກີບ), ເພີ່ມຂຶ້ນສະເລ່ຍ 26,96% ຕໍ່ປີ; ມູນຄ່າການຜະລິດແຮ່ທາດ 179.755,35 ຕື້ກີບ, ບັນລຸໄດ້ 320,36% ຂອງແຜນ (ແຜນການ 56.111 ຕື້ກີບ) ຫລື ເພີ່ມຂຶ້ນສະເລ່ຍ 39,26% ຕໍ່ປີ; ມູນຄ່າ ການຈໍລະຈອນສິນຄ້າ ໄດ້ 410.269,82 ຕື້ກີບ ເທົ່າກັບ 96,71% ຂອງແຜນການ (ແຜນການ 424.227,52 ຕື້ກີບ) ເພີ່ມຂຶ້ນສະເລ່ຍ 9,97% ຕໍ່ປີ, ສາມາດຂົນສົ່ງສິນຄ້າໄດ້ 60,32 ລ້ານໂຕນ, ເພີ່ມຂຶ້ນສະເລ່ຍ 19,26% ຕໍ່ປີ ແລະ ການຂົນສົ່ງໂດຍສານ ສາມາດບັນລຸໄດ້ 484,7 ລ້ານເທື່ອຄົນ, ເພີ່ມຂຶ້ນສະເລ່ຍ 6,15% ຕໍ່ປີ.
ດ້ານການຄ້າກັບຕ່າງປະເທດ ມີມູນຄ່າການຄ້າທັງໝົດ 84,4 ຕື້ໂດລາສະຫະລັດ, ເທົ່າກັບ 119% ຂອງແຜນ (ແຜນການ 70,9 ຕື້ໂດລາສະຫະລັດ). ໃນນີ້, ມູນຄ່າສົ່ງອອກ 46,4 ຕື້ໂດລາສະຫະລັດ ເທົ່າກັບ 122% ຂອງແຜນການ, ເພີ່ມຂຶ້ນສະເລ່ຍ 15,19% ຕໍ່ປີ ແລະ ມູນຄ່ານໍາເຂົ້າ 37,9 ຕື້ໂດລາສະຫະລັດ ເທົ່າກັບ 115% ຂອງແຜນ, ເພີ່ມຂຶ້ນສະເລ່ຍ 13,45% ຕໍ່ປີ ແລະ ເກີນດຸນ ການຄ້າ 8,4 ຕື້ໂດລາສະຫະລັດ.
ສ່ວນດ້ານການລົງທຶນ ສາມາດລະດົມການລົງທຶນໄດ້ທັງໝົດ 387.372 ຕື້ກີບ ເທົ່າກັບ 189% ຂອງແຜນ (ແຜນການ 204.599 ຕື້ກີບ). ໃນນີ້, ການລົງທຶນຈາກງົບປະມານພາຍໃນ 22.080 ຕື້ກີບ ເທົ່າກັບ 96% ຂອງແຜນ, ການລົງທຶນຈາກການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) 54.493 ຕື້ກີບ ເທົ່າກັບ 146% ຂອງແຜນ, ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 266.494 ຕື້ກີບ ເທົ່າກັບ 266% ຂອງແຜນ (ແຜນການ 100.000 ຕື້ກີບ) ແລະ ການລົງທຶນຈາກແຫລ່ງອື່ນໆ ນັບທັງການປະກອບສ່ວນຈາກຊຸມຊົນ ແລະ ສັງ ຄົມ ປະຕິບັດໄດ້ 44.305 ຕື້ກີບ ເທົ່າກັບ 100% ຂອງແຜນການ (ແຜນການ 44.305 ຕື້ກີບ).
ຂ່າວ: ທະນູທອງ
