ເອີຣົບ ຜະເຊີນກັບຫິມະຕົກໜັກ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 6ຄົນ

07/01/2026 16:42
Email Print 83
KPL - Asean 2024 ຫິມະຕົກໜັກ ແລະ ສະພາບອາກາດ ໜາວແຮງ ສົ່ງຜົນໃຫ້ການເດີນທາງ ທົ່ວທະວີບ ເອີຣົບ ຢຸດສະງັກ ໂດຍມີ ລາຍງານ ຜູ້ເສຍຊີວິດ ຢ່າງໜ້ອຍ 6ຄົນ ຈາກອຸບັດເຫດ ທີ່ກ່ຽວຂ້ອງກັບ ສະພາບອາກາດ ທີ່ຮ້າຍແຮງ.

ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ7 ມັງກອນນີ້, ຫິມະຕົກໜັກ ແລະ ສະພາບອາກາດ ໜາວແຮງ ສົ່ງຜົນໃຫ້ການເດີນທາງ ທົ່ວທະວີບ ເອີຣົບ ຢຸດສະງັກ ໂດຍມີ ລາຍງານ ຜູ້ເສຍຊີວິດ ຢ່າງໜ້ອຍ 6ຄົນ ຈາກອຸບັດເຫດ ທີ່ກ່ຽວຂ້ອງກັບ ສະພາບອາກາດ ທີ່ຮ້າຍແຮງ.ຈາກນັ້ນ ທ່ານ ຟີລິບ ທາບາໂຣ, ລັດຖະມົນຕີ ຄົມມະນາຄົມຝຣັ່ງ ຮຽກຮ້ອງ ໃຫ້ປະຊາຊົນ ພະຍາຍາມ ຫລີກລ້ຽງ ການເດີນທາງ ເທິງຖະໜົນ ໃຫ້ຫລາຍທີ່ສຸດ ເທົ່າທີ່ ຈະເປັນໄປໄດ້ ແລະ ຊຸກຍູ້ໃຫ້ເຮັດວຽກ ຢູ່ເຮືອນ.ຂະນະທີ່ ການບໍລິການລົດໄຟ ຫລາຍຂະບວນ ຖືກຍົກເລີກ ໃນບາງສ່ວນຂອງຝຣັ່ງ ລວມທັງ ສະໜາມບິນສາກົນ ປາຣີ-ຊາລ ເດີໂກລ ຈະຍົກເລີກ ຖ້ຽວບິນ 40%ເປັນເວລາ ຫລາຍຊົ່ວໂມງ ເພື່ອໃຫ້ເຈົ້າໜ້າທີ່ ສາມາດ ເກັບກວດຫິມະ ອອກຈາກທາງແລ່ນ(ຣັນແວ).ສ່ວນສະໜາມບິນສາກົນ ປາຣີ ອໍລີ ວາງແຜນຍົກເລີກ 1 ໃນ 4 ຂອງສະໜາມບິນ ທັງໝົດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL