ນ້ຳຖ້ວມກະທັນຫັນ ໃນອິນໂດເນເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ 14ຄົນ

07/01/2026 16:43
Email Print 83
KPL - Asean 2024 ເກີດນ້ຳຖ້ວມ ກະທັນຫັນ ໃນແຂວງສຸລາເວສີເໜືອ ປະເທດ ອິນໂດເນເຊຍ ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ ທີ່ຖືກກະແສນ້ຳພັດໄປ.

ຂປລ.ຕາມຂ່າວຈາກ ຈາກາຕາ,ວັນທີ6 ມັງກອນນີ້,ເຈົ້ານ້າທີ່ ອິນໂດເນເຊຍ ລາຍງານວ່າ: ເກີດນ້ຳຖ້ວມ ກະທັນຫັນ ໃນແຂວງສຸລາເວສີເໜືອ ປະເທດ ອິນໂດເນເຊຍ ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ ທີ່ຖືກກະແສນ້ຳພັດໄປ.ຂະນະທີ່ ເຈົ້າໜ້າທີ່ກູ້ໄພ ຍັງສືບຕໍ່ຄົ້ນຫາ ຜູ້ທີ່ຍັງສູນຫາຍ ອີກຈຳນວນໜຶ່ງ ຢ່າງຕໍ່ເນື່ອງ.ຫລັງຈາກ ຝົນຕົກລົງມາຢ່າງໜັກ ເປັນເຫດໃຫ້ເກີດນ້ຳ ຖ້ວມ ກະທັນຫັນ ເທິງເກາະເຊຍອູ(Siau) ໃນເຂດເຊຍອູ ຕາກູລັນດັງ ເບຣໂຣ(Siau Tagulandang Viaro).ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ 16ຄົນ ເລັ່ງຄົນຫາຜູ້ສູນຫາຍ 4ຄົນ.ນອກນີ້ ຍັງມີຜູ້ໄດ້ຮັບບາດເຈັບອີກ 18ຄົນ ແລະ ປະຊາຊົນ 444 ຄົນ ຖືກຍົກຍ້າຍ ໄປຍັງໂຮງຮຽນ ແລະ ໂບສ ຊຶ່ງເປັນສູນ ຮັບໄພພິບັດຊົ່ວຄາວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL