ຍອດການຝາກເຄື່ອງທາງໄປສະນີຂອງ ສປ ຈີນ ບັນລຸ 216 ຕື້ກວ່າອັນ ໃນປີ 2025

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ຕາມນັກຂ່າວ ໄດ້ຮັບຊາບ ຂໍ້ມູນ ຈາກກອງປະຊຸມ ວຽກງານ ໄປສະນີ ທົ່ວປະເທດປີ 2026 ທີ່ກົມໄປສະນີ ແຫ່ງຊາດຈີນ ຈັດຂຶ້ນ ໃນວັນທີ 7 ມັງກອນນີ້ວ່າ: ປີ 2025, ຍອດການຝາກເຄື່ອງ ທາງໄປສະນີຂອງ ສປ ຈີນ ໄດ້ບັນລຸເຖິງ 216 ຕື້ 500 ລ້ານອັນ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ປີ 2024. ໃນນັ້ນ, ຈຳນວນ ການສົ່ງເຄື່ອງດ່ວນ ມີເຖິງ 199 ຕື້ອັນ, ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ປີ 2024. ປີ 2025, ລາຍຮັບ ດ້ານການບໍລິການ ຂອງຂະແໜງ ການໄປສະນີຂອງ ສປ ຈີນ ໄດ້ບັນລຸເຖິງ 1.800 ຕື້ຢວນ, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ປີ 2024. ໃນນັ້ນ, ລາຍຮັບ ດ້ານການບໍລິການ ສົ່ງເຄື່ອງດ່ວນ ມີເຖິງ 1.500 ຕື້ຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2024./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
