ສູນທອນພົດ
Email
Print
83
KPL - Asean 2024
ກ່າວໄຂ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ
ຮຽນ : - ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື,
- ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ.
ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງທີ່ມີໂອກາດ ໄດ້ຂຶ້ນມາກ່າວໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຊຶ່ງເປັນເຫດການການເມືອງທີ່ສຳຄັນ ຂອງພັກ ແລະ ຂອງ ປະເທດເຮົາ ອີກຄັ້ງໜຶ່ງໃນມື້ນີ້.
ພາຍຫລັງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາ 5 ປີເຕັມ, ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນເປັນພິເສດ ອີກວັນໜຶ່ງ ທີ່ພັກເຮົາໄດ້ມີພິທີເປີດການ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ການເປີດຂຶ້ນ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຄັ້ງນີ້ ຖືໄດ້ວ່າເປັນເຫດການການເມືອງ ທີ່ສຳຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດເຮົາ ຊຶ່ງກອງປະຊຸມຄັ້ງນີ້, ຈະໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິ ຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈະເປັນການກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດ ງານ ຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ ແລະ ອາດຈະໄດ້ກຳນົດວິໄສທັດຍາວໄປກວ່ານັ້ນ ເພື່ອສືບ ຕໍຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ກອງປະຊຸມໃຫຍ່ຂອງ ພວກເຮົາ ໄດ້ເປີດຂຶ້ນ ແລະ ຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວ ລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສຳເລັດການສະເຫລີມສະຫລອງບັນດາເຫດ ການສຳຄັນທາງປະຫວັດສາດ ຂອງພັກ, ຂອງຊາດເຮົາ ດ້ວຍບັນຍາກາດ ແລະ ດ້ວຍຄວາມເອກອ້າງທະນົງໃຈ ໃນປີຜ່ານມາ.
ພາຍຫລັງການຫ້າງຫາກະກຽມຮອບດ້ານ ເປັນເວລາຍາວນານມານັ້ນ, ມາບັດນີ້ ຂະບວນການທຸກ ດ້ານໄດ້ມີຄວາມພ້ອມຢ່າງຮອບດ້ານແລ້ວ. ມາຮອດມື້ນີ້ ແລະ ເວລານີ້ ພວກເຮົາໄດ້ມີເງື່ອນໄຂ ແລະ ຄວາມ ພ້ອມທຸກປະການ ສຳລັບການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ ຂອງພວກເຮົາແລ້ວ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າຄະນະບໍລິຫານງານສູນກາງພັກ ກໍຄື ຄະນະປະທານກອງ ປະຊຸມໃຫຍ່, ຂ້າພະເຈົ້າຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາສະຫາຍອະດີດການນຳ, ສະຫາຍກຳມະການສູນກາງ ພັກ ສະໄໝທີ XI, ບັນດາສະຫາຍຜູ້ແທນ ແລະ ແຂກ ຂອງກອງປະຊຸມໃຫຍ່ ທີ່ໄດ້ນຳເອົາອາລົມຈິດ, ຄວາມເຊື່ອ ໝັ້ນ, ກຳລັງໃຈ ແລະ ຄຳອວຍພອນ ຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນຕ່າງໆ ໃນທົ່ວປະເທດ ມາສູ່ກອງປະຊຸມໃຫຍ່ ຂອງພວກເຮົາ.
(ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ!)
ຮຽນ ກອງປະຊຸມໃຫຍ່,
ພວກເຮົາມີຄວາມພາກພູມໃຈ ແລະ ເບີກບານມ່ວນຊື່ນ ຕໍ່ຜົນສໍາເລັດອັນສໍາຄັນຫລາຍດ້ານ ທີ່ບັນລຸໄດ້ ໃນ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະ 50 ປີຜ່ານມາ ກໍຄື ໃນໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ພວກເຮົາ ມີຄວາມຍິນດີເປັນ ຢ່າງຍິ່ງ ທີ່ເຫັນວ່າ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການ ຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າ ເຮັດໃຫ້ປະເທດຊາດອັນແສນຮັກຂອງພວກເຮົາ ມີສະຖຽນລະພາບທາງການເມືອງອັນໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ ເຖິງວ່າມີຄວາມຫຍຸ້ງ ຍາກ, ແຕ່ກໍມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ທັງມີຄວາມເຊື່ອ ໝັ້ນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ກໍໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນເປັນກ້າວໆ; ອົງການຈັດຕັ້ງໃນລະບົບການເມືອງ ໄດ້ຮັບການ ປັບປຸງສູ່ຄຸນະພາບໃໝ່, ຊຶ່ງໄດ້ຕັ້ງໜ້າເສີມຂະຫຍາຍ ແລະ ປະຕິບັດພາລະບົດບາດ ຂອງຕົນ ໄດ້ຢ່າງເປັນເຈົ້າການ; ການເຄື່ອນໄຫວຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງບັນດາອົງການລັດ ໄດ້ຮັບການຍົກລະດັບໃຫ້ມີປະ ສິດທິພາບກວ່າເກົ່າ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດສາກົນ ໄດ້ຮັບການຍົກລະດັບ ແລະ ຂະ ຫຍາຍຕົວສູ່ລວງເລິກ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ ປະເທດຊາດ ເຮັດໃຫ້ບົດບາດອິດທິພົນ ຂອງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການເຊີດຊູ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ປະເທດຊາດອັນແສນຮັກ ຂອງພວກເຮົາ ສືບຕໍ່ສ້າງໄດ້ພື້ນຖານອັນໜັກແໜ້ນ ເພື່ອກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ໃນເວລານາທີ ແລະ ບັນຍາກາດ ອັນມີຄວາມໝາຍສໍາຄັນ ຄືແນວນີ້, ພວກເຮົາ ຍິ່ງມີຄວາມອາໄລອາວອນ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການເສຍສະລະອັນໃຫຍ່ຫລວງ ແລະ ຈົດຈໍາລໍ້າລຶກຜົນງານອັນຍິ່ງໃຫຍ່ ຂອງ ປະ ທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ບັນດາສະຫາຍການນໍາຮຸ່ນກໍ່ຕັ້ງ ແລະ ສືບທອດ ຂອງພັກ ເຮົາ ກໍຄື ສະມາຊິກພັກ-ພະນັກງານ ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດຕົນ ເພື່ອພາລະກິດປະຕິວັດ, ເພື່ອຄວາມຈະເລີນຮຸ່ງເຮືອງ ຂອງປະເທດຊາດ ແລະ ຄວາມຜາສຸກ ຂອງປະຊາຊົນເຮົາ.
ເນື່ອງໃນວາລະທີ່ສຳຄັນນີ້, ຂ້າພະເຈົ້າ ຂໍຮຽນເຊີນຄະນະປະທານ, ບັນດາສະຫາຍຜູ້ແທນ ແລະ ແຂກກອງ ປະຊຸມໃຫຍ່ ຈົງພ້ອມກັນລຸກຂຶ້ນ ກົ້ມຫົວໄວ້ອາໄລ ເຖິງດວງວິນຍານຂອງບັນດາສະຫາຍທີ່ໄດ້ລ່ວງລັບໄປເຫລົ່ານັ້ນ.
- ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື,
- ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ.
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຄັ້ງນີ້, ໄດ້ດຳເນີນໃນຈຸດເວລາທີ່ໂລກ ຂອງພວກເຮົາ ມີການປ່ຽນແປງ ອັນໃຫຍ່ຫລວງຫລາຍດ້ານ ໂດຍສະເພາະ ແມ່ນຄວາມກ້າວໜ້າ ຂອງວິທະຍາສາດ-ເຕັກໂນໂລຊີ ທີ່ກ້າວກະໂດດ ຊຶ່ງໄດ້ເປັນປັດໄຈສໍາຄັນ ຍູ້ແຮງການພັດທະນາຂອງໂລກ ໄປສູ່ບາດກ້າວໃໝ່, ແຕ່ພ້ອມກັນນັ້ນ ກໍເກີດສິ່ງທ້າທາຍ ທົດສອບໃໝ່ ຫລາຍປະການ ທີ່ສົ່ງຜົນກະທົບຕໍ່ປະເທດ ຂອງພວກເຮົາ, ໃນຂະນະດຽວກັນ ພັກຂອງພວກເຮົາ ກໍ ຕ້ອງໄດ້ສະແຫວງຫາເສັ້ນທາງການພັດທະນາ ທີ່ສອດຄ່ອງກັບຈຸດພິເສດ ຂອງປະເທດ ແລະ ປັບຕົວໃຫ້ທັນກັບສະ ພາບການປ່ຽນແປງໃໝ່ ຂອງຍຸກສະໄໝ.
ພັກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ 7 ທົດສະວັດມາແລ້ວນັ້ນ ເປັນ 7 ທົດສະວັດ ທີ່ໄດ້ຜ່ານການຝຶກ ຝົນ, ທົດສອບອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ໄດ້ປັບປຸງ-ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສາ ມາດນຳພາພາລະກິດປະຕິວັດ ຍາດໄດ້ໄຊຊະນະເປັນກ້າວໆມາ, ສ້າງວິລະກຳອັນສະຫງ່າລາສີ ຊຶ່ງໄດ້ຈາລຶກໄວ້ໃນໜ້າ ປະຫວັດສາດ ຂອງຊາດລາວຍຸກໃໝ່ ນັ້ນແມ່ນການເຮັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ຢ່າງສົມບູນ, ຍາດເອົາ ເອກະລາດແຫ່ງຊາດ, ອິດສະລະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກຳມືຂອງປະຊາຊົນ ລາວ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ ຂຶ້ນມາໄດ້ ແລະ ນັບແຕ່ມື້ນັ້ນມາ ພັກເຮົາໄດ້ກາຍເປັນພັກກໍາອໍານາດ ມາໄດ້ 50 ປີ ແລ້ວ ແລະ ພັກເຮົາຍັງມີພາລະກຳອັນໃຫຍ່ຫລວງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາ ຊົນ ສ້າງຄວາມສາມາດຕົວຈິງ ເພື່ອນໍາພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.
ຕະຫລອດໄລຍະ 70 ປີ ຂອງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກເຮົາ ໄດ້ຂໍ້ສະຫລຸບທີ່ຢືນຢັນຢ່າງ ຈະແຈ້ງວ່າ ການນຳພາຂອງພັກເຮົາ ເປັນປັດໄຈພື້ນຖານສຳຄັນກວ່າໝູ່ ຕໍ່ຜົນສຳເລັດຂອງການປະຕິວັດປະເທດເຮົາ ແລະ ພັກໄດ້ສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດສືບຕໍ່ມາ ແລະ ພັກເຮົາຍັງຕ້ອງຮັບເອົາ ພາລະກຳອັນໃຫຍ່ຫລວງ ແລະ ສູງສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຕາມອຸ ດົມການທີ່ໄດ້ເລືອກເອົາໄວ້.
ອຸດົມການອັນບໍລິສຸດຜຸດຜ່ອງ ຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ຕະຫລອດ 70 ປີນັ້ນ ແມ່ນຍາມໃດ ກໍຈົງຮັກພັກດີ ຕໍ່ຜົນປະໂຫຍດອັນເປັນພື້ນຖານ ຂອງປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກເຮົາບໍ່ມີຜົນ ປະໂຫຍດອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະ ເທດຊາດ, ເພື່ອຄວາມເປັນອິດສະລະພາບ, ຄວາມຮົ່ມເຢັນເປັນສຸກ ຂອງປະຊາຊົນລາວທຸກທົ່ວໜ້າ. ນັບແຕ່ມື້ສ້າງ ຕັ້ງຂຶ້ນ, ພັກເຮົາໄດ້ຍຶດໝັ້ນ ໃນສິ່ງທີ່ພັກຢືນຢັນມາແຕ່ຫົວທີວ່າ ລັກສະນະຂອງການປະຕິວັດ ຢູ່ປະເທດເຮົາ ແມ່ນ ການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາ ຂອງພັກຂອງຊົນຊັ້ນກຳມະກອນ ແລະ ຈຸດປະສົງສຸດທ້າຍ ບໍ່ແມ່ນຢຸດຢູ່ ໃນການໄດ້ມາເຊິ່ງເອກະລາດແຫ່ງຊາດ ແລະ ຄວາມເປັນປະຊາທິປະໄຕແບບໃໝ່ເທົ່ານັ້ນ ຫາກຍັງຕ້ອງ ນໍາພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ຕ້ອງເປັນໄປຂອງການປະຕິວັດ ຢູ່ປະ ເທດເຮົາ ພາຍໃຕ້ການນຳ ຂອງພັກປະຊາຊົນປະຕິວັດລາວ.
ບັນດາສະຫາຍທີ່ຮັກແພງ,
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ຈະໄດ້ດຳເນີນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” .
ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ,
ຢືນຢູ່ຕໍ່ໜ້າສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິວັດ ຂອງປະເທດເຮົາ ເພື່ອສືບ ຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ ຈະ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ III ຊຶ່ງຈະໄດ້ຢືນຢັນ ແລະ ກຳນົດຈຸດ ໝາຍ, ເສັ້ນທາງກ້າວເດີນຂອງປະເທດຊາດ ຮອດປີ 2055 ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ຈຸດໝາຍປາຍທາງຂອງການປະຕິວັດ.
ພວກເຮົາ ຍັງຈະໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ ແລະ ຮ່າງແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເຊິ່ງນອກຈາກການຕີລາຄາຜົນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ສະບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ວາງແນວທາງ, ແຜນນະໂຍບາຍ, ວິໄສທັດ ຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະຫຍາຍ ໂຄງ ການການເມືອງ ຂອງພັກ ໃຫ້ເປັນອັນລະອຽດຕື່ມອີກ.
ນອກນັ້ນ, ກອງປະຊຸມໃຫຍ່ ຂອງພວກເຮົາໃນຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາຮ່າງກົດລະບຽບ ສະບັບປັບປຸງ ຂອງພັກ ເພື່ອແນໃສ່ສ້າງພັກເຮົາ ໃຫ້ນັບມື້ເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກ ສູງບົດບາດການນຳພາທີ່ເຂັ້ມແຂງ, ກ້າວຂຶ້ນເຮັດຫລ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າຂອງຕົນ ໃນໄລຍະໃໝ່.
ໜ້າທີ່ສໍາຄັນອັນໜຶ່ງອີກຂອງກອງປະຊຸມໃຫຍ່ ແມ່ນຈະໄດ້ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XII ທີ່ສະແດງອອກເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວພັກ, ຮັບປະກັນລັກສະນະ ສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນຍຸດທະສາດ ຂອງສູນກາງພັກເຮົາ ນັບມື້ນັບໜຸ່ມແໜ້ນ, ເຕັມໄປດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີ ຕໍ່ອຸດົມການຂອງພັກ ກໍຄື ເສັ້ນທາງກ້າວ ເດີນ ຂອງປະເທດຊາດ, ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້.
ບັນດາສະຫາຍ ທີ່ຮັກແພງ,
ວຽກງານຕ່າງໆ ຂອງກອງປະຊຸມໃຫຍ່ ກໍຄື ທິດທາງ, ໜ້າທີ່ທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາຍຸດທະສາດສໍາ ຄັນ ໃນການນໍາພາຂອງພັກເຮົາ ທີ່ພົວພັນເຖິງການກຳນົດຊາຕາກໍາ ຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບການ ເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍ ປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ ແລະ ສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະ ປະກອບຄວາມເຫັນ ເພື່ອປັບປຸງ, ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຄວາມເປັນຈິງ, ຕົກລົງບັນຫາຕ່າງໆທີ່ກອງປະຊຸມຍົກຂຶ້ນ ດ້ວຍມານະຈິດປະຕິວັດບຸກ ເຮັດໃຫ້ກອງປະຊຸມ ໃຫຍ່ ຂອງພັກເຮົາ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ໃນນາມຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍປະກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
ພາບ: ອ່າຍຄໍາ
