ສປ ຈີນ ກໍ່ສ້າງໂຄງການໂຮງໄຟຟ້າ ນີວເຄລຍຈ່າງໂຈ່ວ ສຳເລັດ

02/01/2026 13:53
Email Print 83
KPL - Asean 2024 ຈັກຜະລິດໄຟຟ້າ ໜ່ວຍທີ 2 ຂອງໂຄງການໂຮງໄຟຟ້ານີວເຄລຍຈ່າງໂຈ່ວ ເຊິ່ງເປັນຖານຜະລິດ ພະລັງໄຟຟ້າ ນີວເຄລຍ “ຮວາລອງ ເລກ1” ທີ່ໃຫຍ່ກວ່າໝູ່ໃນໂລກ ໄດ້ເລີ່ມຜະລິດໄຟຟ້າທາງການຄ້າ ຢ່າງເປັນທາງການ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 1 ມັງກອນນີ້, ຈັກຜະລິດໄຟຟ້າ ໜ່ວຍທີ 2 ຂອງໂຄງການໂຮງໄຟຟ້ານີວເຄລຍຈ່າງໂຈ່ວ ເຊິ່ງເປັນຖານຜະລິດ ພະລັງໄຟຟ້າ ນີວເຄລຍຮວາລອງ ເລກ1” ທີ່ໃຫຍ່ກວ່າໝູ່ໃນໂລກ ໄດ້ເລີ່ມຜະລິດໄຟຟ້າທາງການຄ້າ ຢ່າງເປັນທາງການ ເຊິ່ງເປັນຂີດໝາຍສະແດງ ໃຫ້ເຫັນວ່າ ໂຄງການໂຮງໄຟຟ້ານີວເຄລຍ ຈ່າງໂຈ່ວໄລຍະທີໜຶ່ງ ໄດ້ຮັບການກໍ່ສ້າງສຳເລັດ ແລະ ເລີ່ມຜະລິດໄຟຟ້າ ຢ່າງຮອບດ້ານ, ນີ້ເປັນບາດກ້າວ ສໍາຄັນຂອງ ຮວາລອງເລກ 1 ” ເຊິ່ງເປັນເຕັກໂນໂລຊີພະລັງ ໄຟຟ້ານີວເຄລຍ ຮຸ່ນທີ 3 ທີ່ ສປ ຈີນ ຄົ້ນຄວ້າຜະລິດເອງ ໃນປະລິມານຫລວງ ຫລາຍ.ໂຮງໄຟຟ້ານີວເຄລຍຈ່າງໂຈ່ວ ມີແຜນການຈະ ສ້າງຈັກຜະລິດໄຟຟ້າ ຮວາລອງເລກ1” 6 ໜ່ວຍ, ຄຽງຄູ່ກັບຈັກໜ່ວຍທີ 2 ຂອງໂຄງການໄລຍະທີໜຶ່ງ ທີ່ໄດ້ເລີ່ມຜະລິດໄຟຟ້າຢ່າງຮອບດ້ານ, ໂຮງໄຟ ຟ້າດັ່ງກ່າວ ຈະສາມາດ ສະໜອງ ພະລັງໄຟຟ້າສະອາດ ປະມານ 20 ຕື້ກິໂລວັດໂມງຕໍ່ປີ, ເທົ່າກັບໄດ້ຫລຸດການລະບາຍ ກາກບອນ ດິອົກຊິດ ປະມານ 16 ລ້ານໂຕນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL